ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໂອບາມາ ຈະໄປຢ້ຽມຢາມ ເມືອງ Joplin ທີ່ຖືກລົມທໍເນໂດທໍາລາຍນັ້ນ


Los católicos se hicieron presente frente a la Corte Suprema para reclamar que se respete el concepto que el matrimonio es entre un hombre y una mujer.
Los católicos se hicieron presente frente a la Corte Suprema para reclamar que se respete el concepto que el matrimonio es entre un hombre y una mujer.

ໃນວັນອາທິດມື້ນີ້ ປະທານາທິບໍດີ ບາຣັກ ໂອບາມາ ຈະ ເດີນທາງໄປຢ້ຽມຢາມ​ເປັນເທື່ອທໍາອິດ ພາກພື້ນດິນທີ່ໄດ້ ຮັບຄວາມຫາຍະນະຈາກລົມພາຍຸ ທໍເນໂດທີ່ຮ້າຍ​ແຮງ​ເອົາ​ຊີວິດ​ຜູ້​ຄົນ​ຫລາຍ​ທີ່​ສຸດ​ລູກນຶ່ງ ທີ່ເຄີຍປະທະສະຫະລັດ.

ຈໍານວນຜູ້ເສຍຊີວິດໃນເມືອງ Joplin ລັດມີສຊູລີ ໃນເຂດ ພາກກາງຂອງສະຫະລັດ ຊຶ່ງເປັນເມືອງທີ່ຖືກປະທະຮຸນແຮງ ທີ່ສຸດ ​ແມ່ນ​ມີ​ຮອດ 139 ຄົນ ກັບອີກ 100 ທີ່ຍັງຊອກ​ຫາ​ບໍ່​ເຫັນ ໃນ​ແລງວັນເສົາວານນີ້ ພວກເຈົ້າໜ້າ ທີ່ໄດ້ປັບ​ໂຕ​ເລກຜູ້ເສຍຊີວິດ ລົງ​ມາ​ຈາກ 142 ຄົນ​ໂດຍ​ບໍ່​ໃຫ້​ຄໍາ​ອະທິ ບາຍ​ໃດໆ.

ພວກເຈົ້າໜ້າທີ່ກ່າວວ່າ ສົບຂອງຜູ້ເສຍຊີວິດບາງຄົນຈາກລົມພາຍຸທີ່ຮຸນແຮງທີ່ສຸດເມື່ອວັນ ອາທິດ​ແລ້ວນີ້ ແມ່ນຢູ່ໃນສະພາບແຫລກໝຸ່ນຈົນບໍ່ ສາມາດຈະ​ບອກ​ໄດ້ ຊຶ່ງ​ຈໍາ​ເປັນ​ຈະຕ້ອງ​ໄດ້​ມີ​ການກວດ​ເບິ່ງ ດີເອັນ​ເອ ແລະປະຫວັດແຂ້ວ ເພື່ອບອກ​ຊື່​ສຽງ​ຜູ້​ຕາຍໄດ້.

ປະທານາທິບໍດີ ໂອບາມາ ມີແຜນການທີ່ຈະພົບປະກັບພວກປະຊາຊົນທີ່ຖືກກະທົບໂດຍ ລົມພາຍຸທໍເນໂດນັ້ນ ແລະຈະປຶກສາຫາລືກ່ຽວ​ກັບ​ເລື້ອງຄວາມພະຍາຍາມ​ໃນ​ການຕອບ ສະໜອງ​ໃຫ້​ຄວາມ​ຊ່ວຍ​ເຫລືອ​ປະຊາຊົນ ກັບພວກເຈົ້າໜ້າທີ່ທ້ອງຖິ່ນ. ທ່ານໂອບາມາໄດ້ໃຫ້ ຄໍາໝັ້ນສັນຍາວ່າ ລັດຖະບານຈະກະທໍາທຸກໆຢ່າງທີ່ສາມາດເຮັດໄດ້ ເພື່ອຊ່ວຍພວກປະຊາ ຊົນຟື້ນຕົວຄືນ ແລະສ້າງສາຄືນໃໝ່.

ທ່ານ Jay Nixon ຜູ້ວ່າການລັດມີສຊູລີ ໄດ້ປະກາດ​ໃຫ້​ວັນ​ອາທິດ​ມື້​ນີ້ ​ເປັນ “ວັນ​ແຫ່ງ ການສວດມົນໄຫວ້ວອນ ແລະຄວາມຊົງຈໍາຂອງລັດ.”

XS
SM
MD
LG