ເກົາຫລີເໜືອໄດ້ເປີດປະຊຸມທາງການເມືອງທີ່ໃຫຍ່ທີ່ສຸດໃນຮອບ 36 ປີ ໃນຂະນະທີ່ກອງ ປະຊຸມໃຫຍ່ພັກແຮງງານຄັ້ງທີ 7 ເລີ້ມຂຶ້ນໃນວັນສຸກມື້ນີ້.
ແຕ່ແນວໃດກໍຕາມ ພວກນັກຂ່າວຕ່າງປະເທດ ທີ່ເດີນທາງໄປຍັງນະຄອນຫຼວງພຽງຢາງ ເພື່ອເອົາຂ່າວກ່ຽວກັບເລື້ອງ ຍັງບໍ່ທັນໄດ້ຮັບອະນຸຍາດໃຫ້ເຂົ້າໄປຂ້າງໃນເທື່ອ.
ສະຫະລັດ ໄດ້ປຶກສາຫາລືຢ່າງໃກ້ຊິດກັບບັນດາປະເທດພັນທະມິດຂອງຕົນໃນເອເຊຍ ເພື່ອຕິດຕາມເບິ່ງສະຖານະການໃນແຫລມເກົາຫລີ ໃນລະຫວ່າງກອງປະ ຊຸມລະດັບສູງ ຂອງພວກຜູ້ຕາງໜ້າພັກ ຊຶ່ງຄາດວ່າຈະເປັນຜົນພາໃຫ້ໃຫ້ມີການສັບປ່ຽນເຈົ້າໜ້າທີ່ຂັ້ນ ສູງບາງຄົນ.
ນອກນັ້ນ ວໍຊິງຕັນຍັງຄາດວ່າ ລັດຖະບານທີ່ໂດດດ່ຽວຂອງເກົາຫຼີເໜືອອາດຈະໃຊ້ໂອ ກາດນີ້ ຍິງລູກສອນໄຟແລະທົດລອງອາວຸດນິວເຄລຍ.
ທ່ານ Mark Toner ໂຄສົກກະຊວງຕ່າງປະເທດສະຫະລັດກ່າວໃນວັນພະຫັດວານນີ້ວ່າ ພວກເຮົາຈະສືບຕໍ່ຊອກຫາຊ່ອງທາງທີ່ພວກເຮົາສາມາດນຳໃຊ້ ແລະເພີ້ມຄວາມກົນດັນ ຕໍ່ພວກເຂົາ ຊຶ່ງໃນຂະນະດຽວກັນ ພວກເຮົາກໍຄ້ຳປະກັນວ່າ ຄວາມໝັ້ນຄົງແມ່ນໄດ້ມີການຮັກສາໄວ້ແບບບໍ່ມີການຢ່ອນຍານ.
ໃນໄລຍະສອງສາມເດືອນຜ່ານມານີ້ ພຽງຢາງໄດ້ທຳການທົດລອງລູກສອນໄຟ ຈຳນວນ ນຶ່ງ ພ້ອມໆກັບອາວຸດນິວເຄລຍໃນເດືອນມັງກອນຜ່ານມາ. ທ່ານ Toner ກ່າວວ່າ ສະຫະ ລັດ ຈະມີຄວາມຍິນດີກ່ຽວກັບຮ່ອງຮອຍໃດໆກໍຕາມໃນການຫລຸດຜ່ອນຄວາມເຄັ່ງຕຶງ ຂອງອຳນາດການປົກຄອງເກົາຫຼີເໜືອ.
ຜູ້ອຳນວຍການສືບລັບແຫ່ງຊາດຂອງສະຫະລັດ ທ່ານ James Clapper ໄດ້ເດີນທາງໄປເຖິງນະຄອນຫຼວງໂຊລໃນຕົ້ນອາທິດນີ້.
ທ່ານ Clapper ໄດ້ພົບປະກັບລັດຖະມົນຕີກະຊວງປ້ອງກັນປະເທດເກົາຫລີໃຕ້ ທ່ານ Han Min Koo ແລະໄດ້ປຶກສາຫາລືກ່ຽວກັບບັນຫາຄວາມໝັ້ນຄົງ ອີງຕາມລາຍງານຂອງ ອົງການຂ່າວຢອນຮັບຂອງເກົາຫຼີໃຕ້. ນອກນັ້ນຍັງມີການປຶກ ຫາລືກ່ຽວກັບຄວາມເປັນໄປ ໄດ້ ໃນການທົດລອງນິວເຄລຍຄັ້ງໃໝ່ ຂອງເກົາຫລີເໜືອນຳດ້ວຍ.