ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສຫລ ເປັນຫ່ວງ ເລື້ອງໄພຂົ່ມຂູ່ ດ້ານທະຫານ ຂອງຈີນ ແລະຣັດເຊຍ ຢູ່ເຂດຂົ້ວໂລກເໜືອ


ລັດຖະມົນຕີວ່າການຕ່າງປະເທດຂອງສະຫະລັດ ທ່ານໄມຄ໌ ພອມພຽວ ກ່າວ ກ່ຽວກັບນະໂຍບາຍໃນດ້ານເຂດຂົ້ວໂລກເໜືອ ຢູ່ທີ່ Lappi Areena ໃນນະຄອນ ໂຣວານຽມມີ ຂອງຟິນແລນ, ວັນທີ 6 ພຶດສະພາ 2019.
ລັດຖະມົນຕີວ່າການຕ່າງປະເທດຂອງສະຫະລັດ ທ່ານໄມຄ໌ ພອມພຽວ ກ່າວ ກ່ຽວກັບນະໂຍບາຍໃນດ້ານເຂດຂົ້ວໂລກເໜືອ ຢູ່ທີ່ Lappi Areena ໃນນະຄອນ ໂຣວານຽມມີ ຂອງຟິນແລນ, ວັນທີ 6 ພຶດສະພາ 2019.

ໃນການແນເປົ້າໝາຍ ເພື່ອຕ້ານຢັນ ການຂະຫຍາຍຕົວ ຂອງຈີນ ແລະຣັດເຊຍ ຢູ່ໃນ
ເຂດຂົ້ວໂລກເໜືອ ລັດຖະມົນຕີວ່າການຕ່າງປະເທດຂອງສະຫະລັດ ທ່ານ ໄມຄ໌
ພອມພຽວ ໄດ້ປະກາດໃນວັນຈັນວານນີ້ ວ່າ ສະຫະລັດ ຈະເພີ້ມທະຫານຂອງຕົນ
ເພື່ອໄປມີໜ້າຢູ່ໃນຂົງເຂດຂົ້ວໂລກ.

ທ່ານພອມພຽວ ໄດ້ກ່າວ ພາຍຫຼັງຈາກເດີນທາງໄປເຖິງ ນະຄອນໂຣວານຽມມີ ຂອງປະເທດຟິນແລນ ເພື່ອເຂົ້າຮ່ວມກອງປະຊຸມ ສະພາຂົ້ວໂລກເໜືອ ວ່າ “ພວກ
ເຮົາກຳລັງຈະຈັດການຊ້ອມລົບ ໃນການສ້າງຄວາມເຂັ້ມແຂງ ຂອງກຳ ລັງທະຫານ
ພວກເຮົາ ໃນການຟື້ນຟູກອງ​ເຮືອ​ເຈາະນ້ຳກ້ອນຄືນໃໝ່ ໃນການຂະຫຍາຍ ໃນ
ດ້ານງົບປະມານ ສຳລັບໜ່ວຍຍາມຝັ່ງ ແລະການສ້າງຈຸດຮັກສາການຂັ້ນສູງຂອງ
ທະຫານ ສຳລັບກິດຈະການໃນດ້ານຂົ້ວໂລກເໜືອ ຢູ່ພາຍໃນກອງທັບຂອງພວກ
ເຮົາເອງ.”

ທ່ານລັດຖະມົນຕີ ໄດ້ເວົ້າອີກວ່າ “ຂົງເຂດນີ້ ໄດ້ກາຍມາເປັນພື້ນທີ່ ທີ່ມີມະຫາອຳນາດ
ຂອງໂລກ ແລະມີການແຂ່ງຂັນກັນ.”

ທຸງຊາດຂອງ ຣັດເຊຍ ຈີນ ແລະ ມົງໂກເລຍ ທີ່ຕິດຕັ້ງຢູ່ເທິງລົດຫຸ້ມເກາະ ພັດທະນາມາຈາກ ໃນລະຫວ່າງ ການຝຶກຊ້ອມລົບທາງພາກພື້ນດິນ ທີ່ເອີ້ນວ່າ "ຊູໂກລ", ໃນເມືອງຊີຕາ ທາງກ້ຳໃຕ້ທິດຕາເວັນອອກຂອງຈີນ ແລະໃນລະຫວ່າງ ການຊ້ອມລົບ ທາງທະຫານ Vostok ໃນປີ 2018 ໃນຊາຍເບີເຣຍ ທາງພາກຕາເວັນອອກຂອງຣັດເຊຍ.
ທຸງຊາດຂອງ ຣັດເຊຍ ຈີນ ແລະ ມົງໂກເລຍ ທີ່ຕິດຕັ້ງຢູ່ເທິງລົດຫຸ້ມເກາະ ພັດທະນາມາຈາກ ໃນລະຫວ່າງ ການຝຶກຊ້ອມລົບທາງພາກພື້ນດິນ ທີ່ເອີ້ນວ່າ "ຊູໂກລ", ໃນເມືອງຊີຕາ ທາງກ້ຳໃຕ້ທິດຕາເວັນອອກຂອງຈີນ ແລະໃນລະຫວ່າງ ການຊ້ອມລົບ ທາງທະຫານ Vostok ໃນປີ 2018 ໃນຊາຍເບີເຣຍ ທາງພາກຕາເວັນອອກຂອງຣັດເຊຍ.

ການກ່າວເຕືອນຂອງນັກການທູດລະດັບສູງສຸດ ທ່ານນີ້ ມີຂຶ້ນບໍ່ເທົ່າໃດວັນ ຫຼັງຈາກ
ບົດລາຍງານຂອງທຳນຽບຫ້າແຈ ທີ່ໄດ້ກ່າວວ່າ ຈີນ ອາດໃຊ້ການມີໜ້າໃນການຄົ້ນ
ຄວ້າທີ່ເປັນພົນລະເຮືອນ ຢູ່ໃນຂົ້ວໂລກເໜືອນັ້ນ ເພື່ອທີ່ຈະສ້າງຄວາມເຂັ້ມແຂງ
ດ້ານທະຫານຂອງຕົນ.

ໃນນະຄອນຫຼວງປັກກິ່ງ ໂຄສົກກະຊວງການຕ່າງປະເທດຂອງຈີນ ທ່ານເກັງ ຊວງ
ຕອບໂຕ້ຄືນ ໂດຍກ່າວວ່າ ຈີນ ຢຶດຖືໃນເສັ້ນທາງ “ການພັດທະນາ ເພື່ອສັນຕິພາບ”
ແລະໄດ້ຂໍໃຫ້ສະຫະລັດຍົກເລີກ “ແນວຄິດທີ່ລ້າສະໄໝ ຂອງຄວາມຄິດແບບສົງ
ຄາມເຢັນ ແລະເກມທີ່ເຫຼືອແຕ່ສູນ.”

ໂດຍການຫລຸດລົງຢ່າງຕໍ່ເນື່ອງ ຂອງນ້ຳກ້ອນໃນທະເລຢູ່ຂົງເຂດຂົ້ວໂລກເໜືອ ເສັ້ນ
ທາງຜ່ານໃໝ່ໆ ຂອງກຳປັ່ນລົບ ແລະໂອກາດໃໝ່ໃນດ້ານການຄ້າ ແມ່ນເຫັນ ໄດ້ວ່າ
ກຳ​ລັງຈະເປີດໂຕອອກມາ.

ເມື່ອເດືອນແລ້້ວນີ້ ຣັດເຊຍ ໄດ້ປະກາດແຜນການຕ່າງໆ ເພື່ອທີ່ຈະເຊື່ອມຕໍ່ ເສັ້ນທາງ
ທະເລ​ເໜືອ ກັບ ເສັ້ນທາງ “ສາຍ​ໃໝ​” ທາງ​ທະ​ເລຂອງຈີນ ອັນເປັນ ການເຄື່ອນໄຫວ
ທີ່ເຫັນໄດ້ວ່າ ເປັນການພັດທະນາທາງຜ່ານໃໝ່ໆຂອງກຳປັ່ນ ຈາກເອເຊຍ ໄປຍັງ
ພາກເໜືອ ຂອງທະວີບຢູໂຣບ.

ໃນຂະນະດຽວກັນ ຄວາມສົນໃຈຂອງຈີນ ໃນເຂດຂົ້ວໂລກເໜືອ ແມ່ນກຳລັງ ເພີ້ມຂຶ້ນ
ນັບມື້ ໃນໄລ​ຍະບໍ່ເທົ່າໃດປີຜ່ານມານີ້.

ປັກກິ່ງ ໄດ້ກ່າວກ່ຽວກັບນະໂຍບາຍໃນເຂດຂົ້ວໂລກຂອງຕົນວ່າ “ຈີນຫວັງວ່າ ຈະ
ທຳງານຮ່ວມກັບທຸກຝ່າຍ ເພື່ອສ້າງເສັ້ນທາງສາຍໄໝຢູ່ຂົ້ວໂລກເໜືອ ໂດຍຜ່ານ
ການພັດທະນາເສັ້ນທາງຕ່າງໆ ຂອງກຳປັ່ນໃນຂົ້ວໂລກເໜືອ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG