ກ່ຳປັ່ນລົບຂອງສະຫະລັດ ໄດ້ແລ່ນເຂົ້າໄປໃກ້ໆເກາະທີ່ຈີນຄວບຄຸມ ໃນທະເລຈີນໃຕ້
ໃນການປະຕິບັດງານ ທີ່ເບິ່ງກັນວ່າ ເປັນການທ້າທາຍຕໍ່ການອ້າງກຳມະສິດເອົາດິນ
ແດນຂອງປັກກິ່ງ ໃນເຂດນ່ານນ້ຳທີ່ມີການຂັດແຍ້ງກັນດັ່ງກ່າວ.
ເຈົ້າໜ້າທີ່ກອງທັບສະຫະລັດ ກ່າວວ່າ ກ່ຳປັ່ນລົບ USS Dewey ທີ່ຕິດລູກສອນໄຟ
ນຳວິຖີ ໄດ້ແລ່ນເຂົ້າໄປ ໃນລັດສະໝີ 22 ກິໂລແມັດ ໃກ້ກັບເກາະ Mischief ໃນໝູ່
ເກາະ Spratly.
ພັນຕີ Jamie Davis ໂຄສົກ ກອງທັບສະຫະລັດ ໄດ້ອອກຖະແຫຼງການ ສະບັບນຶ່ງ
ກ່າວວ່າ ສະຫະລັດຈະສືບຕໍ່ ການປະຕິບັດງານ ທີ່ແນໃສ່ເພື່ອສະໜັບສະໜຸນ “ອິດ
ສະຫຼະພາບໃນການເດີນເຮືອ” ຢູ່ໃນນ່ານນ້ຳສາກົນ.
ທ່ານ Davis ກ່າວວ່າ ກຳລັງອາເມຣິກັນ ປະຕິບັດງານ ຢູ່ທະເລຈີນໃຕ້ ພາຍໃຕ້ລະ
ບົບການປະຕິບັດງານໃນແຕ່ລະມື້ ແລະຈະສືບຕໍ່ “ສົ່ງເຮືອບິນ ກຳປັ່ນລົບແລະປະ
ຕິບັດງານ ຢູ່ບ່ອນໃດກໍຕາມ ທີ່ກົດໝາຍສາກົນອະນຸຍາດໃຫ້.”
ການປະຕິບັດງານໃນວັນພະຫັດມື້ນີ້ ແມ່ນເປັນຄັ້ງທຳອິດ ຂອງການປະຕິບັດງານ
ແບບນີ້ ພາຍໃຕ້ລັດຖະບານທ່ານ ດໍໂນລ ທຣຳ.
ໂຄສົກຂອງກະຊວງການຕ່າງປະເທດຈີນ ໄດ້ບອກກັບພວກນັກຂ່າວໃນວັນພະຫັດ
ມື້ນີ້ວ່າການລາດຕະເວນຂອງສະຫະລັດ ແມ່ນບ່ອນທຳລາຍຕໍ່ສັນຕິພາບແລະສະ
ຖຽນລະພາບໃນທະເລຈີນໃຕ້.
ສະຫະລັດ ແລະບັນດາປະເທດອື່ນໆ ໄດ້ຕຳນິຕິຕຽນປັກກິ່ງ ໃນໂຄງການສ້າງເກາະ
ທຽມຂອງຕົນຢູ່ໃນຂົງເຂດ ຊຶ່ງເປັນເສັ້ນທາງເດີນເຮືອ ທີ່ມີກຳປັ່ນບັນທຸກສິນຄ້າແລ່ນ
ຜ່ານຫຼາຍທີ່ສຸດໃນໂລກ. ໄຕ້ຫວັນ ຟິລິບປີນ ຫວຽດນາມ ແລະປະເທດອາຊຽນອື່ນໆ
ຕ່າງກໍໄດ້ອ້າງເອົາກຳມະສິດແຂ່ງກັນ ຢູ່ທະເລຈີນໃຕ້.