ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກຳປັ່ນລົບ ສະຫະລັດ ແລ່ນຜ່ານຊ່ອງແຄບ ທີ່ແບ່ງແຍກຈີນ ກັບໄຕ້ຫວັນ


ກໍາປັ່ນລົບສະຫະລັດ USS McCambell (DDG85) ໄປຮອດຖານທັບເຮືອ ທີ່ເມືອງໂຢໂກຊູກາ ໃນປະເທດຍີປຸ່ນ.
ກໍາປັ່ນລົບສະຫະລັດ USS McCambell (DDG85) ໄປຮອດຖານທັບເຮືອ ທີ່ເມືອງໂຢໂກຊູກາ ໃນປະເທດຍີປຸ່ນ.

ກໍາປັ່ນລົບກອງທັບເຮືອສະຫະລັດລໍານຶ່ງໄດ້ແລ່ນຜ່ານຊ່ອງແຄບໄຕ້ຫວັນ ທີ່ມີຄວາມຫລໍ່ແຫຼມ ໃນວັນພຸດວານນີ້.

ກອງທັບເຮືອສະຫະລັດໃນເຂດປາຊິຟິກໄດ້ລົງຂ່າວຢູ່ໜ້າເຟສບຸກຂອງຕົນ ທີ່ມີ ຮູບກຳ
ປັ່ນລົບ ຕິດລູກສອນໄຟນຳວິຖີ USS McCampbell ແລ່ນຜ່ານຊ່ອງ ແຄບ ທີ່ແບ່ງແຍກ
ຈີນ ຈາກໄຕ້ຫວັນ.

ກອງທັບເຮືອສະຫະລັດ ກ່າວວ່າ ກຳປັ່ນລົບ USS McCampbell ໄດ້ແລ່ນ ຜ່ານຊ່ອງ
ແຄບ “ອັນເປັນພາກສ່ວນນຶ່ງໃນການປະຕິບັດງານທີ່ພວມດຳເນີນຢູ່ ໃນເຂດອີນໂດ-ປາ
ຊິຟິກ.”

ກະຊວງປ້ອງກັນປະເທດຂອງໄຕ້ຫວັນ ກ່າວວ່າ ກຳປັ່ນລົບໄດ້ແລ່ນລົງໄປທາງໃຕ້ ນອກ
ຝັ່ງທະເລກ້ຳຕາເວັນຕົກຂອງຕົນ ລະຫວ່າງການປະຕິບັດງານທີ່ມີຂຶ້ນເປັນປະຈຳ ແຕ່ບໍ່ໄດ້
ໃຫ້ລາຍລະອຽດເພີ້ມເຕີມ.

ຄວາມເຄັ່ງຕຶງຍັງມີຢູ່ຕໍ່ມາລະຫວ່າງຈີນ ແລະໄຕ້ໄຕ້ຫວັນ ເກາະດອນທີ່ປົກຄອງຕົນເອງ
ທີ່ປັກກິ່ງຖືວ່າ ເປັນແຂວງນຶ່ງແຍກອອກໄປ ທີ່ຢູ່ພາຍໃຕ້ການຄວບຄຸມ ຂອງຕົນ. ຈີນໄດ້
ປະຕິບັດງານການຊ້ອມລົບທາງທະເລ ແລະທາງອາກາດ ໃກ້ ກັບເກາະໄຕ້ຫວັນ ໃນໄລ
ຍະສອງສາມປີຜ່ານມານີ້ ແລະມີຄວາມໂກດແຄ້ນ ຕໍ່

ການປະຕິບັດງານຂອງກອງທັບເຮືອສະຫະລັດຢູ່ໃກ້ກັບເກາະໄຕ້ຫວັນ ແລະລັດຖະບານ
ປະທານາທິບໍດີທຣໍາໄດ້ໃຫ້ການສະໜັບສະໜູນຢ່າງແຂງຂັນຕໍ່ໄຕ້ຫວັນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG