ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳ​ປັ່ນ​ລົບ​ ສະ​ຫະ​ລັດ ລຳ​ນຶ່ງ​ ແລ່ນ​ຜ່ານ ​ຊ່ອງ​ແຄບ​ ໄຕ້ຫວັນ


ຊ່ອງ​ແຄບ​ໄຕ້​ຫວັນ
ຊ່ອງ​ແຄບ​ໄຕ້​ຫວັນ

ກຳ​ປັ່ນ​ລົບ​ຂອງ​ສະ​ຫະ​ລັດ​ລຳ​ນຶ່ງ ໄດ້​ແລ່ນ​ຜ່ານ​ຊ່ອງ​ແຄບ​ໄຕ້​ຫວັນ ໃນ​ວັນ​ພະ​ຫັດ​ມື້ນີ້
ນຶ່ງມື້​ຫຼັງ​ຈາກຈີນ​ໄດ້​ເຕືອນ​ກ່ຽວ​ກັບການ​ແຊກ​ແຊງ​ໃດໆ​ກໍ​ຕາມ​ຂອງ​ຕ່າງ​ປະເທດເຂົ້າ​
ໃນ​ຄວາມ​ພະ​ຍາ​ຍາມຂອງ​ຕົນ​ເພື່ອ​ເຕົ້າ​ໂຮມ​ກັບ​ໄຕ້​ຫວັນທີ່​ປົກ​ຄອງ​
ໂຕ​ເອງນັ້ນ.

ໂຄ​ສົກ​ຂອງກອງ​ທັບ​ເຮືອ​ທີ 7 ຂອງ​ສະ​ຫະ​ລັດ ກ່າວ​ວ່​າ ກຳ​ປັ່ນ​ຕິດ​ລູກ​ສອນ​ໄຟນຳ​ວິ​ຖີ
Antietam ໄດ້​ປະ​ຕິ​ບັດ​ງານ ເພື່ອ “ເສ​ລີ​ພາບ​ໃນ​ການ​ເດີນ​ເຮືອ” ຜ່ານບໍ​ລິ​ເວນ​ຊ່ອງ
ແຄບທີ່​ແຍກ​ປະ​ເທດ​ຄູ່ປໍ​ລະ​ປັກ​ອອກ​ຈາກ​ກັນ. ພັນ​ໂທ​ທະ​ຫານ​ເຮືອ Clay Doss
ກ່າວ​ວ່າ ການ​ປະ​ຕິ​ບັດ​ງານ​ດັ່ງ​ກ່າວ “ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມໝັ້ນໝາຍ​ຂອງ​
ສະ​ຫະ​ລັດ ຕໍ່​ເຂດ​ອິນ​ໂດ​ປາ​ຊີ​ຟິກ ທີ່​ເສ​ລີ​ແລະ​ເປີດກວ້າງ.”

ພັນ​ໂທ Doss ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ວ່າ “ກອງ​ທັບ​ເຮືອ​ສະ​ຫະ​ລັດ ຈະ​ສືບ​
ຕໍ່​ສົ່ງ​ເຮືອ​ບິນ ​ກຳ​ປັ່ນແລະປະ​ຕິ​ບັດ​ງານ​ໃນ​ທຸກໆ​ແຫ່ງ ທີ່​ກົດ​ໝາຍ​ສາ​ກົນ​ອະ​ນຸ​ຍາດ​ໃຫ້.”
ສະ​ຫະລັດ​ໄດ້​ສົ່ງ​ກຳ​ປັ່ນ​ແລ່ນ​ຜ່ານ​ຊ່ອງ​ແຄບ​ໄຕ້​ຫວັນ​ແບບ​ດຽວກັນ​ນີ້ ໃນ​ປີ 2018.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ໄດ້​ອອກ​ເອກ​ກະ​ສານ​ກ່ຽວ​ກັບ​ນະ​ໂຍ​ບາຍ​ໃນ​ວັນ​ພຸດ​ວານ
ນີ້ ໂດຍ​ປະ​ກາດ​ວ່າ ຈະ​ເຮັດ​ສົງ​ຄາມ​ກັບ​ປະ​ເທດ​ໃດ​ກໍ​ຕາມທີ່​ແຊກ​ແຊງ​ເຂົ້າໃນ​ເປົ້າ​ໝາຍ​
ທີ່​ມີ​ມາ​ເປັນ​ເວ​ລາ​ດົນ​ນານ​ຂອງ​ຕົນ ທີ່​ຈະ​ທ້ອນ​ໂຮມ​ກັບ​ໄຕ້​ຫວັນ​ຊຶ່ງຈີນ​ຖື​ວ່າ ເປັນ​ແຂວງ
​ນຶ່ງ​ຂອງ​ຕົນ​ນັ້ນ. ສະ​ໝຸດ​ປົກ​ຂາວ​ດັ່ງ​ກ່າວ ຍັງ​ໄດ້​ກ່າວ​ຫາສະ​ຫະ​ລັດ​ວ່າ ບ່ອນ​ທຳ​ລາຍ
​ຕໍ່​ຄວາມ​ໝັ້ນ​ຄົງ​ຂອງ​ໂລກ ແລະ​ປະ​ນາມ​ການ​ຂາຍອາ​ວຸດ ​ຂອງ​ສະ​ຫະ​ລັດ ​ໃຫ້​ແກ່​ໄຕ້
​ຫວັນ.

ສະ​ຫະ​ລັດ​ບໍ່​ມີ​ຄວາມ​ສຳ​ພັນ​ຢ່າງ​ເປັນ​ທາງ​ການ​ກັບ​ໄຕ້​ຫວັນ ແຕ່​ມີ​ພັນ​ທະ​ຜູກ​ໝັດ​ດ້ວຍ
​ກົດ​ໝາຍເພື່ອສະ​ໜອງ​ອຸບ​ປະ ​ກອນ​ທາງ​ທະ​ຫານ​ຢ່າງພຽງ​ພໍ ໃຫ້ແກ່​ເກາະ​ດັ່ງ​ກ່າວ​ໃນ​
ການ​ປ້ອງ​ກັນ​ໂຕ​ເອງ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG