ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳ​ປັ່ນ​ລົບ ສະ​ຫະ​ລັດ ເດີນ​ທາງ​ຜ່ານ​ຊ່ອງ​ແຄບ ໄຕ້​ຫວັນ ລຸນຫຼັງ​ການ​ຊ້ອມ​ລົບ​ຂອງ ຈີນ


ກຳ​ປັ່​ນ​ພິ​ຄາດ USS Milius ທີ່​ຕິດ​ລູກ​ສອນ​ໄຟ​ນຳ​ວິ​ຖີ ອາ​ເລ ເບີກ (Arleigh Burk), ດຳ​ເນີນ​ການ​ປະ​ຕິ​ບັດ​ການ​ເດີນ​ທາງ​ຜ່ານ​ຊ່ອງ​ແຄບ ໄຕ້​ຫວັນ, ຢູ່​ສະ​ຖານ​ທີ່ໆ​ບໍ່​ໄດ້​ຖືກ​ເປີດ​ເຜີຍ, 17 ເມ​ສາ 2023.
ກຳ​ປັ່​ນ​ພິ​ຄາດ USS Milius ທີ່​ຕິດ​ລູກ​ສອນ​ໄຟ​ນຳ​ວິ​ຖີ ອາ​ເລ ເບີກ (Arleigh Burk), ດຳ​ເນີນ​ການ​ປະ​ຕິ​ບັດ​ການ​ເດີນ​ທາງ​ຜ່ານ​ຊ່ອງ​ແຄບ ໄຕ້​ຫວັນ, ຢູ່​ສະ​ຖານ​ທີ່ໆ​ບໍ່​ໄດ້​ຖືກ​ເປີດ​ເຜີຍ, 17 ເມ​ສາ 2023.

ກຳ​ປັ່ນ​ລົບ ສະ​ຫະ​ລັດ USS Milius ໄດ້​ເດີນ​ທາງ​ຜ່ານ​ຊ່ອງ​ແຄບ ໄຕ້​ຫວັນ ໃນ​ວັນ​ອາ​ທິດ​ວານນີ້, ໃນ​ສິ່ງ​ທີ່ກອງ​ທັບ​ເຮືອ ສະ​ຫະ​ລັດ ໄດ້​ອະ​ທິ​ບາຍ​ໃນ​ວັນ​ຈັນ​ມື້ນີ້​ວ່າ​ເປັນການ​ເດີນ​ທາງ​ຜ່ານ “ປະ​ຈຳ​ວັນ”, ພຽງ​ບໍ່​ເທົ່າ​ໃດ​ວັນຫຼັງ​ຈາກ ຈີນ ໄດ້​ສິ້ນ​ສຸດ​ເກມ​ສົງ​ຄາມ​ຄັ້ງຫຼ້າ​ສຸດ​ຂອງ​ເຂົາ​ເຈົ້າ​ຢູ່​ອ້ອມ​ເກາະ​ດັ່ງ​ກ່າວ.

ຈີນ, ເຊິ່ງໄດ້​ພິ​ຈາ​ລະ​ນາ ໄຕ້​ຫວັນ ເປັນ​ເຂດ​ແດນ​ຂອງ​ເຂົາ​ເຈົ້າ​ເອງ​ນັ້ນ, ໄດ້​ສິ້ນ​ສຸດ​ການ​ຊ້ອມ​ລົບ​ສາມ​ວັນ​ຢ່າງ​ເປັນ​ທາງ​ການ​ຢູ່​ອ້ອມ ໄຕ້​ຫວັນ ເມື່ອ​ວັນ​ຈັນ​ທີ່​ຜ່ານ​ມາ ເຊິ່ງ​ເຂົາ​ເຈົ້າ​ໄດ້​ຊ້ອມ​ການ​ໂຈມ​ຕີ​ທີ່​ແມ່ນ​ຢຳ ແລະ ການ​ປິດ​ລ້ອມ​ເກາະ​ດັ່ງ​ກ່າວ.

ເຂົາ​ເຈົ້າ​ໄດ້​ຈັດ​ການ​ຝຶກ​ຊ້ອມ​ເພື່ອ​ສະ​ແດງ​ຄວາມ​ໂມ​ໂຫ​ຕໍ່​ການ​ພົບ​ປະ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ໄຕ້​ຫວັນ ທ່ານ​ນາງ ສາຍ ອິງ ເຫວິນ ກັບປະ​ທານ​ສະ​ພາ​ຕ່ຳ ສະ​ຫະ​ລັດ ທ່ານ ເຄວິນ ແມັກ​ຄາ​ທີ, ໂດຍ​ໄດ້​ພິ​ຈາ​ລະ​ນາ​ມັນ​ດັ່ງ​ກັບ​ການ​ແຊກ​ແຊງ​ບັນ​ຫາ​ພາຍ​ໃນ​ຂອງ ຈີນ ແລະ ການ​ສະ​ໜັບ​ສະ​ໜູນ​ຂອງ ສະ​ຫະ​ລັດ ສຳ​ລັບ​ການ​ແຍກ​ຕົວ​ຕົນ​ຂອງ ໄຕ້​ຫວັນ ອອກ​ຈາກ ຈີນ.

ກອງ​ເຮືອ​ທີ 7 ຂອງກອງ​ທັບ​ເຮືອ ສະ​ຫະ​ລັດ ໄດ້​ກ່າວ​ວ່າກຳ​ປັ່​ນ​ພິ​ຄາດ USS Milius ທີ່​ຕິດ​ລູກ​ສອນ​ໄຟ​ນຳ​ວິ​ຖີ ອາ​ເລ ເບີກ (Arleigh Burk) ໄດ້​ດຳ​ເນີນ “ການ​ເດີນ​ທາງ​ຜ່ານ​ຊ່ອງ​ແຄບ ໄຕ້​ຫວັນ ປະ​ຈຳ​ວັນ” ຜ່ານ​ເຂດ​ນ້ຳ “ບ່ອນ​ທີ່​ເສ​ລີ​ພາບ​ໃນ​ການ​ເດີນ​ເຮືອ ແລະ ການ​ບິນ​ຜ່ານ​ສາ​ມາດ​ປະ​ຕິ​ບັດ​ໄດ້​ອີກ​ຕາມ​ກົດ​ໝາຍ​ສາ​ກົນ.”

ເຂົາ​ເຈົ້າ​ໄດ້​ກ່າ​ວ​ຕື່ມ​ວ່າ “ການ​ເດີນ​ທາງ​ຜ່ານ​ຂອງ​ກຳ​ປັ່ນ​ນັ້ນ​ໄດ້​ສະ​ແດງ​ໃຫ້​ເຫັນ ຄຳ​ໝັ້ນ​ສັນ​ຍາ​ຂອງ ສະ​ຫະ​ລັດ ຕໍ່​ເຂດ​ອິນ​ໂດ​-ປາ​ຊີ​ຟິກ ທີ່​ເສ​ລີ ແລະ ເປີດກວ້າງ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG