ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ບໍ່ພໍໃຈ ທີ່ກໍາປັ່ນລົບຂອງສະຫະລັດ ແລ່ນຜ່ານຊ່ອງແຄບໄຕ້ຫວັນ


ກໍາປັ່ນພິຄາດ USS ຕິດລູກສອນໄຟນໍາວິຖີ ຊັງ-ຮູນ ແລ່ນຢູ່ໃນມະຫາສະໝຸດປາຊີຟິກ ໃນປີ 2020. (AFP PHOTO / US Navy / Mass Communication Specialist 1st Class Devin M. Langer)
ກໍາປັ່ນພິຄາດ USS ຕິດລູກສອນໄຟນໍາວິຖີ ຊັງ-ຮູນ ແລ່ນຢູ່ໃນມະຫາສະໝຸດປາຊີຟິກ ໃນປີ 2020. (AFP PHOTO / US Navy / Mass Communication Specialist 1st Class Devin M. Langer)

ກຳ​ປັ່ນລົບຂອງສະຫະລັດ ໄດ້ແລ່ນຜ່ານຊ່ອງແຄບໄຕ້ຫວັນໃນວັນພະຫັດວານນີ້, ເຊິ່ງເປັນສ່ວນນຶ່ງໃນ​ອັນທີ່ສະຫະລັດຮ້ອງວ່າ ເປັນການປະຕິບັດງານຕາມປົກກະ ຕິ, ແຕ່ເປັນການສ້າງຄວາມ​ໂກດ​ແຄ້ນໃຫ້ແກ່ຈີນ, ອີງຕາມ​ລາຍ​ງານ​ຂອງອົງການຂ່າວ Reuters.

ໃນ​ໄລ​ຍະບໍ່ເທົ່າໃດປີມານີ້, ກໍາປັ່ນລົບຂອງສະຫະລັດ ແລະກໍາປັ່ນລົບຂອງບັນ ດາປະເທດພັນທະມິດເຊັ່ນ ອັງກິດ ແລະການາດາ, ກໍໄດ້ແລ່ນຜ່ານຊ່ອງແຄບດັ່ງກ່າວ ໃນບາງໂອກາດ, ອັນເປັນການສ້າງຄວາມບໍ່ພໍໃຈຢ່າງຮຸນແຮງໃຫ້ແກ່ຈີນ ເຊິ່ງໄດ້ອ້າງສິດເອົາ​ອະ​ທິ​ປະ​ໄຕ​ເໜືອໄຕ້ຫວັນ ຕໍ່ລັດຖະບານທີ່ໄດ້ມາຈາກການເລືອກຕັ້ງຕາມລະບອບປະຊາທິປະໄຕຂອງປະເທດດັ່ງກ່າວ.

ຢູ່ໃນຖະແຫຼງການ, ກອງທັບສະຫະລັດກ່າວວ່າ ກໍາປັ່ນພິຄາດຕິດ​ລູກ​ສອນ​ໄຟ
ນຳ​ວິ​ຖີ ຊັງ-ຮູນ (Chung-Hoon) ​ເຊິ່ງ​ເປັນ​ກຳ​ປັນ​ລົບ ລຸ້ນ ອາ​ເລ ເບີກ ​ໄດ້ແລ່ນຜ່ານຊ່ອງແຄບແຫ່ງນີ້.

ຖະແຫຼງການໄດ້ກ່າວຕື່ມວ່າ “ການແລ່ນຜ່ານຊ່ອງແຄບໄຕ້ຫວັນຂອງກໍາປັ່ນ​ລົບ ຊັງ-ຮູນ ສະແດງໃຫ້ເຫັນເຖິງຄວາມມຸ້ງໝັ້ນ ຂອງສະຫະລັດ ເພື່ອເຮັດໃຫ້ ອິນໂດ-ປາຊີຟິກ ເປັນເຂດທີ່ເສລີ ແລະເປີດກວ້າງ.”

ຢູ່ໃນຖະແຫຼງການ, ໂຄສົກຂອງສະຖານເອກອັກຄະລັດຖະທູດຈີນ ຢູ່ນະຄອນ ຫຼວງວໍຊິງຕັນ ທ່ານຫຼຽວ ເພັງຢູ (Liu Pengyu) ກ່າວວ່າ ຈີນ ໄດ້ຄັດຄ້ານຢ່າງ​ແຂງ​ຂັນຕໍ່ການເຄື່ອນໄຫວດັ່ງກ່າວ, ແລະໄດ້ຮຽກ​ຮ້ອງໃຫ້ສະຫະລັດ ຈົ່ງ “ຍຸຕິໃນ​ທີນ​ທີ ຕໍ່ການສ້າງບັນຫາທ້າ​ທາຍ​ເກາະ​ຜິດຕ່າງໆ, ເພີ້ມ​ທະ​ວີຄວາມເຄັ່ງຕຶງ, ​ບ່ອນທໍາລາຍ​ຕໍ່ສັນຕິພາບ ແລະສະຖຽນລະພາບຂ້າມຊ່ອງແຄບໄຕ້ຫວັນ.”

ໃນຖະແຫຼງການກ່າວຕື່ມວ່າ “ກໍາປັ່ນລົບຂອງສະຫະລັດ ມັກ​ສະ​ແດງ​ກຳ​ລັງ ໃນນາມການດໍາເນີນງານເພື່ອເສລີພາບໃນການເດີນເຮືອ, ເຊິ່ງສິ່ງນີ້ມັນບໍ່ແມ່ນເພື່ອ​ໃຫ້​ມີເສລີພາບ ແລະເປີດກວ້າງ ຢູ່ໃນພູມິພາກແຫ່ງນີ້.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG