ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳປັ່ນລົບ ສະຫະລັດ ທຳການລາດຕະເວນ ໃນເຂດທະເລຈີນໃຕ້


US Warship China
please wait
Embed

No media source currently available

0:00 0:00:57 0:00

ກະຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ສະຫະລັດ ​ໄດ້​ສົ່ງ​ກຳ​ປັ່ນ​ລົບ​ລຳ​ນຶ່ງ​ຂອງ​ກອງທັບ​ເຮືອໄປ​ປະຕິບັດ​ງານ​ປົກ​ປ້ອງ​ອິດສະຫຼະພາບ​ໃນ​ການ​ເດີນ​ເຮືອຢູ່​ໃນ​ທະ​ເລ​ຈີນໃຕ້ ​ທີ່​ມີ​ການ​ຂັດ​ ແຍ້​ງກັນ ​ໃນ​ວັນ​ອັງຄານ​ມື້ນີ້.

ທ່ານ Bill Urban ​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດສະຫະລັດ ກ່າວ​ວ່າ ກຳ​ປັ່ນ​ລົບ USS William P. Lawrence ​ໄດ້​ແລ່ນ​ເຂົ້າ​ໄປ​ໃນ​ລັດສະໝີ 12 ​ໄມ​ທະ​ເລ ຫ່າງ​ຈາກ​ເກາະ Fiery Cross Reef ​ເພື່ອ​ທ້າ​ທາຍ ​ຕໍ່​ການ​ອ້າງ​ກຳມະສິດ ທາງ​ທະ​ເລ​ເກີນ​ຂອບ​ເຂດ ຂອງ​ບາງ​ປະ​ເທດໃນ​ເຂດ​ທະ​ເລ​ຈີນ​ໃຕ້​.

ທ່ານ Urban ກ່າວ​ຢູ່​ໃນ​ຖະ​ແຫຼ​ງຂ່າວ​ຜ່ານ​ທາງ​ອີ​ແມ​ລວ່າ ການ​ອ້າງ​ກຳມະສິດ ທາງ​ທະ​ເລ​ເກີນ​ຂອບ​ເຂດ​ດັ່ງກ່າວ ​ແມ່ນ​ບໍ່​ສອດຄ່ອງ​ກັບ​ກົດໝາຍ​ນາໆ​ຊາດ ດັ່ງທີ່​ໄດ້​ສະທ້ອນ​ໃຫ້​ ເຫັນ​ຢູ່​ໃນ​ສົນທິສັນຍາ​ວ່າ​ດ້ວຍ​ກົດໝາຍ​ທາງ​ທະ​ເລ ຊຶ່ງ​ໃນ​ນັ້ນ ພວກ​ເຂົາ​ເຈົ້າ​ໄດ້​ຈຳກັດ​ຮັດ​ແຄບ​ສິດ​ເສ​ລີ​ພາບ​ໃນ​ການ​ເດີນ​ເຮືອ​ທີ່​ສະຫະລັດ​ແລະ ທຸກໆ​ປະ​ເທດ​ມີ​ສິດ​ຊົມ​ໃຊ້​ໄດ້​ນັ້ນ.

ເຮືອຂອງຈີນ ປະກົດໃຫ້ເຫັນ ໃນເຂດ Fiery Cross Reef ໃນເກາະ Spratly ໃນທະເລຈີນໃຕ້
ເຮືອຂອງຈີນ ປະກົດໃຫ້ເຫັນ ໃນເຂດ Fiery Cross Reef ໃນເກາະ Spratly ໃນທະເລຈີນໃຕ້

ຈີນ​ໄດ້​ຕອບ​ໂຕ້​ດ້ວຍ​ຄວາມ​ໂກດ​ແຄ້ນ​ໃນ​ຕອນ​ເຊົ້າວັນ​ອັງຄານ​ມື້ນີ້ ​ໂດຍ​ທີ່​ໂຄສົກ ກະຊວງ​ການ​ຕ່າງປະ​ເທດ​ຈີນ ທ່ານ Lu Kang ​ໄດ້​ກ່າວ​ ໃນ​ການ​ຖະ​ແຫຼງຂ່າວ​ປະຈຳ​ວັນວ່າ ກຳ​ປັ່ນໄດ້​ແລ່ນ​ເຂົ້າ​ໄປ​ໃນ​ເຂດ​ນ່ານນ້ຳ​ຈີນ​ແບບ​ຜິດ​ກົດໝາຍແລະ ນັ້ນ​ເປັນ​ການ​ເຄື່ອນ​ໄຫວ​ທີ່​ຂົ່ມຂູ່​ຕໍ່​ສັນຕິພາບ​ແລະ​ສະ​ເຖຍລະ​ພາບ​ຢູ່​ໃນ​ພູມີພາກ.

ຈີນ​ໄດ້​ສ້າງ​ທາງ​ແລ່ນ​ເຮືອບິນທີ່​ຍາວ 10,000 ຟິດ​ແລະ​ສະຖານ​ທີ່​ທາງ​ທະຫານ ອື່ນໆ​ອີກ​ຢູ່​ເທິງ​ເກາະ​ທີ່​ມີ​ການ​ຂັດ​ແຍ້​ງດັ່ງກ່າວ.

ການ​ປະຕິບັດ​ງານ​ດັ່ງກ່າວ ​ແມ່ນ​ເປັນຄັ້ງທີ​ສາມພາຍ​ໃນ​ໄລຍະ​ບໍ່ຮອດ​ນຶ່ງ​ປີ​ທີ່​ສະຫະລັດ​ໄດ້​ດຳ​ເນີນ​ການ​ໃນ​ອັນ​ທີ່ສະຫະລັດ​ເອີ້ນວ່າການ​ປະຕິບັດ​ງານ​ປົກ​ປ້ອງ​ອິດ ສະຫຼະພາບ​ໃນ​ການ​ເດີນ​ເຮືອ​ເພື່ອທ້າ​ທາ​ຍຕໍ່​ການອ້າງ​ກຳມະ​ສິດ​ເອົາ​ເຂດ​ນ້ຳ​ແດນ ດິນ​ທີ່​ເປັນ​ບັນຫາ​ໂຕ້​ແຍ້​ງຂອງ​ຈີນ ​ເໜືອ​ໝູ່​ເກາະ​ໝູ່​ດອນ​ຕ່າງໆ​ໃນ​ທະ​ເລ​ຈີນ​ໃຕ້.

ອ່ານຂ່າວເລື້ອງນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG