ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳ​ປັ່ນ​ລົບ ສະ​ຫະ​ລັດ ຍິງ​ລູກ​ສອນ​ໄຟ ແລະ ໂດຣນ​ຕົກ ທີ່​ອາດ​ຈະມຸ່ງ​ໜ້າ​ໄປ​ສູ່ ອິ​ສ​ຣາ​ແອ​ລ


ພາບນີ້​ທີ່​ຖືກ​ສະ​ໜອງ​ໃຫ້​ໂດຍກອງ​ທັບ​ເຮືອ ສະ​ຫະ​ລັດ ສະ​ແດງ​ໃຫ້​ເຫັນ​ກຳ​ປັ່ນ USS Carney ຢູ່​ທະ​ເລ​ເມ​ດີ​ເທີ​ເຣ​ນຽນ, 23 ຕຸ​ລາ 2018.
ພາບນີ້​ທີ່​ຖືກ​ສະ​ໜອງ​ໃຫ້​ໂດຍກອງ​ທັບ​ເຮືອ ສະ​ຫະ​ລັດ ສະ​ແດງ​ໃຫ້​ເຫັນ​ກຳ​ປັ່ນ USS Carney ຢູ່​ທະ​ເລ​ເມ​ດີ​ເທີ​ເຣ​ນຽນ, 23 ຕຸ​ລາ 2018.

ກຳ​ປັ່ນ​ພິ​ຄາດ USS Carney ໃນ​ທະ​ເລ​ແດງ, ໄດ້​ຍິງ​ລູກ​ສອນ​ໄຟ ແລະ ໂດ​ຣນ ຫຼາຍ​ລຳ​ຕົກ ທີ່​ຖືກ​ຍິງ​ເຂົ້າ​ໄປ​ໂດຍ​ກຸ່ມ ຮູ​ຕີ ທີ່​ໄດ້​ຮັບ​ການ​ໜູນຫຼັງ​ໂດຍ ອີ​ຣ່ານ ໃນ​ປະ​ເທດ ເຢ​ເມນ, ເປັນ​ອາ​ວຸດ​ທີ່​ທຳ​ນຽບ​ຫ້າ​ແຈ​ກ່າວ​ວ່າ “ໄດ້​ເດີນ​ທາງ​ໄປ​ຕາມ​ທະ​ເລ​ແດງ, ເຊິ່ງ​ມີ​ຄວາມ​ເປັນ​ໄປ​ໄດ້​ວ່າ​ ຈະ​ມຸ່ງ​ໜ້າ​ໄປ​ໃສ່​ເປົ້າ​ໝາຍ​ໃນ ອິ​ສ​ຣາ​ແອ​ລ.”

ໂຄ​ສົກ​ທຳ​ນຽບ​ຫ້າ​ແຈ ພົນ​ຈັດ​ຕະ​ວາ ແພັດ ຣາຍ​ເດີ ໃນ​ວັນ​ພະ​ຫັດ​ວານນີ້​ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ຢູ່​ທຳ​ນຽບ​ຫ້າ​ແຈ​ວ່າ ກຳ​ປັ່ນ​ໄດ້​ສະ​ກັດ​ກັ້ນ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ໂຈມ​ຕີຈາກ​ພື້ນ​ດິນ​ສາມ​ລູກ ແລະ ໂດ​ຣນຫຼາ​ຍ​ລຳ​ຢູ່​ເໜືອ​ທະ​ເລ.

ທ່ານ ຣາຍ​ເດີ ກ່າວ​ວ່າ “ການ​ດຳ​ເນີນ​ການນີ້​ເປັນ​ການ​ສະ​ແດງ​ໃຫ້​ເຫັນ​ສະ​ຖາ​ປັດ​ຕະ​ຍາ​ກຳລະ​ບົບການຕິດ​ຕາມ​ປ້ອງ​ກັນ​ທາງ​ອາ​ກາດ ແລະ ລູກ​ສອນ​ໄຟທີ່​ພວກ​ເຮົາ​ໄດ້​ສ້າງ​ຂຶ້ນ​ໃນ​ຕາ​ເວັນ​ອອກ​ກາງ ແລະ ພວກ​ເຮົາ​ໄດ້​ກະ​ກຽມ​ເພື່ອ​ໃຊ້, ໃນ​ເວ​ລາ​ໃດ​ກໍ​ຕາມ​ທີ່​ຈຳ​ເປັນ, ເພື່ອ​ປົກ​ປ້ອງ​ບັນ​ດາ​ຄູ່​ຮ່ວມງານ​ຂອງ​ເຮົາ ແລະ ຜົນ​ປະ​ໂຫຍດ​ຂອງ​ເຮົາ​ໃນ​ພາກ​ພື້ນ​ທີ່​ສຳ​ຄັນ​ນີ້.”

ມັນ​ບໍ່​ໄດ້​ມີ​ຜູ້​ເສຍ​ຊີ​ວິດ ຫຼື ບາດ​ເຈັບ, ອີງ​ຕາມ​ທ່ານ ຣາຍ​ເດີ. ກຳ​ປັ່ນ​ດັ່ງ​ກ່າວ​ປາ​ກົດ​ວ່າບໍ່​ໄດ້​ເປັນ​ເປົ້າ​ໝາຍ​ຂອງ​ການ​ໂຈມ​ຕີ​ນັ້ນ, ອີງ​ຕາມ​ການ​ປະ​ເມີນ​ຜົນ​ເບື້ອງ​ຕົ້ນ​ຂອງ ສະ​ຫະ​ລັດ. ລູກ​ສອນ​ໄຟ​ທີ່​ຖືກຍິງ​ຈາກ ເຢ​ເມນ ໄດ້​ມີ​ຂຶ້ນຫຼັງ​ຈາກ​ຖານ​ທັບ​ ອາ​ລ-ຕານ​, ເຊິ່ງ​ມີ​ກອງ​ກຳ​ລັງ ສະ​ຫະ​ລັດ ອາ​ໄສ​ຢູ່​ນັ້ນ, ໄດ້​ເປັນ​ເປົ້າ​ໝາຍ​ຂອງ​ໂດ​ຣນ​ສອງ​ລຳ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG