ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສຫລ ບໍ່ຮັບຮູ້ ເຂດປ້ອງກັນ ຂອງຈີນ ໂດຍສົ່ງ B-52 ໄປ ທ້າທາຍ (ວີດີໂອ)


US Warplanes Defy China Air Defense Zone
please wait

No media source currently available

0:00 0:02:14 0:00
ລິງໂດຍກົງ
ສະຫະລັດໄດ້ສົ່ງເຮືອບິນລົບ B-52 ທີ່​ບໍ່​ຕິດ​ອາວຸດ 2 ລຳ ບິນ​ໄປ​
ໃກ້ໆໝູ່​ເກາະທີ່​ມີ​ການ ຂັດ​ແຍ້​ງ ​ໃນທະ​ເລ​ຈີນ​ຕາ​ເວັນ​ອອກ ​
ເພື່ອ​ທ້າ​ທາຍ​ຕໍ່​ການ​ດຳ​ເນີນ​ຄວາມ​ພະຍາຍາມ​ຂອງ​ຈີນ ທີ່​ຈະ
​ຍາດ​ແຍ່ງ​ເອົາ​ການ​ຄວບ​ຄຸມ​ ໝູ່​ເກາະດັ່ງກ່າວໄປຈາກ​ຍີ່ປຸ່ນ​.

ກະຊວງ​ປ້ອງ​ກັນ​ປະ​ເທດຂອງ​ຈີນ ​ໄດ້​ກ່າວ​ໃນ​ວັນ​ພຸດ​ມື້​ນີ້​ວ່າ
“ຕົນ​ໄດ້ຕິດຕາມ​ເບິ່ງການບິນດັ່ງກ່າວ​ ໂດຍ​ຕະຫຼອດ ​
ແລະ​ໄດ້​ພິສູດ​ເຮືອບິນເຫຼົ່ານີ້ ທັນເຫດການ”
ກະຊວງ
​ປ້ອງ​ກັນປະ​ເທດ​ຈີນ​ເຕືອນ​ວ່າ ຈີນ​ມີ​ຄວາມ​ສາມາດ ​ທີ່ເຂົ້າ
ຄວບ​ຄຸມເຂດ​ດັ່ງກ່າວ ​ແບບ​ມີ​ປະສິດທິ​ຜົນ.

ທໍານຽບຫ້າ​ແຈຂອງ​ສະຫະລັດ ກ່າວ​ໃນ​ວັນ​ຈັນ​ແລ້ວ​ນີ້​ວ່າ
ການ​ສົ່ງ​ເຮືອບິນ​ລົບ​ໄປ​ຍັງ​ເຂດດັ່ງກ່າວ​ນີ້ ບໍ່​ໄດ້ພາ​ໃຫ້ມີ
ການ​ຕອບໂຕ້​ຈາກ​ທາງ​ກຸງ​ປັກ​ກິ່ງໃນທັນ​ທີ່​ແຕ່​ຢ່າງ​ໃດ
ຊຶ່ງ 2 ມື້ກ່ອນ​ໜ້າ​ນີ້ ຈີ​ນ​ໄດ້​ປະກາດ​ກ່ຽວ​ກັບ​ການສ້າງຕັ້ງ​
ເຂດ​ປ້ອງ​ກັນ​ທາງ​ອາກາດ​ໃໝ່ຂອງ​ຕົນ.

​ຈີນ​ເຕືອນວ່າ ​ເຮືອບິນ​ທັງ​ໝົດ​ຕ້ອງ​ໄດ້​ລະບຸ​ວ່າ​ ​ເປັນເຮືອບິນ
​ຂອງ​ໃຜ ກ່ອນ​ທີ່​ຈະ​ບິນ​ເຂົ້າ​ໄປ​ຍັງ​ຂົງ​ເຂດດັ່ງກ່າວ ​ແລະ​ໃຫ້
​ເຊື່ອ​ຟັງ​ການ​ບັນຊາ​ຈາກກຸງ​ປັກ​ກິ່ງ.

​ເຈົ້າ​ໜ້າ​ທີ່​ຂອງ​ສະຫະລັດ​ໄດ້​ອະທິບາຍໃຫ້​ຊາບ​ກ່ຽວ​ກັບການສົ່ງ​ເຮື​ອ​ບິນໃນ​ມື້ວັນ​ຈັນ
​ຜ່ານ​ມານີ້​ວ່າ​ ​ແມ່ນ​ສ່ວນ​ນຶ່ງຂອງ​ແຜນການ​ທີ່​ມີ​ມາ​ແຕ່​ດົນ​ນານ​ແລ້ວ ​ແລະ​ເປັນ​ການ​
ຝຶກ​ແອບ ຕາມ​ປົກກະຕິ, ​ແຕ່ພວກ​ນັກວິໄຈກັບ​ກ່າວ​ວ່າ ນັ້ນ​ແມ່ນເປັນ​ການ​ສົ່ງ​ຄຳ​ເຕືອນ​
ຢ່າງ​ຈະ​ແຈ້ງ ວ່າ ​ກຸງ​ວໍ​ຊີງ​ຕັນຈະ​ບໍ່​ຍອມຮັບ​ຮູ້ເຖິງຄວາມ​ພະຍາຍາມຂອງ​ຈີນ ທີ່​ຈະ​ສ້າງ
ຕັ້ງການຄວບ​ຄຸມ​ເໜືອບໍລິ​ເວນດັ່ງກ່າວ​ນີ້.
XS
SM
MD
LG