ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສຫລ ເຕືອນໂລກວ່າ ຈະໄດ້ຊີມ 'ລົດຊາດ' ຂອງການຢູ່ພາຍໃຕ້ອິດທິພົນຄອບງໍາຂອງຈີນ


ທະຫານກອງທັບປະຊາຊົນຈີນຊີ້ບອກຄົນຖ່າຍຮູບບໍ່ໃຫ້ຖ່າຍເອົາພາບຢູ່ໜ້າຕຶກສາລາໃຫຍ່ປະຊາຊົນຈີນ ພາຍຫລັງຈົບກອງປະຊຸມສະພາ ສະໄໝທີສອງຂອງສະພາປະຊາຊົນຈີນ ໃນນະຄອນປັກກິ່ງ, ວັນທີ 25 ເມສາ, 2020
ທະຫານກອງທັບປະຊາຊົນຈີນຊີ້ບອກຄົນຖ່າຍຮູບບໍ່ໃຫ້ຖ່າຍເອົາພາບຢູ່ໜ້າຕຶກສາລາໃຫຍ່ປະຊາຊົນຈີນ ພາຍຫລັງຈົບກອງປະຊຸມສະພາ ສະໄໝທີສອງຂອງສະພາປະຊາຊົນຈີນ ໃນນະຄອນປັກກິ່ງ, ວັນທີ 25 ເມສາ, 2020

ບັນດາເຈົ້າໜ້າທີ່ຂັ້ນສູງຂອງສະຫະລັດກຳລັງກ່າວເຕືອນວ່າ ບັນດາປະເທດຢູ່ທົ່ວໂລກບໍ່ສາມາດປິດບັງການຂະຫຍາຍອໍານາດທີ່ມີຄວາມທະເຍີທະຍານແລະ ຮຸນແຮງຢ່າງບໍ່ເຄີຍມີມາກ່ອນຂອງຈີນໄດ້ອີກຕໍ່ໄປແລ້ວ.

ແລະພວກເພິ່ນເວົ້າວ່າ ປັກກິ່ງນັບມື້ນັບເບັ່ງອິດທິພົນທາງທະຫານຂອງຕົນອອກໄປໄກຈາກປະເທດ ຢ່າງບໍ່ເກງໃຈໃຜ.

ພົນເຮືອຕີໄມໂຄ ສຕູດແມນ (Michael Studeman), ຫົວໜ້າຝ່າຍສືບລັບຂອງກອງບັນຊາການອິນໂດ-ປາຊີຟິກ (Indo-Pacific) ຂອງສະຫະລັດກ່າວໃນກອງປະຊຸມທາງອອນລາຍໃນວັນອັງຄານວານນີ້ວ່າ "ພວກເຮົາໄດ້ຊີມລົດຊາດວ່າ ການຖືກນໍາພາໂດຍຈີນ ຫຼືໄດ້ຮັບອິດທິພົນຢ່າງເລິກເຊິ່ງຈາກຈີນນັ້ນ ມັນມີຄວາມໝາຍຄືແນວໃດ."

ທ່ານກ່າວອີກວ່າ "ທ່ານຈະໄດ້ພົບເຫັນວ່າທະຫານຈີນທີ່ຂະຫຍາຍໂຕອອກຢ່າງໄວວາ ໃນລະດັບໂລກ ທີ່ຈະກ້າວເຂົ້າໄປຫາທຸກບ່ອນທີ່ພວກເຂົາຄິດວ່າ ຜົນປະໂຫຍດຂອງຈີນຈະຖືກທຳລາຍ." ທ່ານກ່າວເພີ້ມວ່າ “ບໍ່ວ່າຈະຢູ່ໃສກໍຕາມໃນທົ່ວໂລກ, ຈີນຮູ້ສຶກວ່າຜົນປະໂຫຍດໃນດ້ານການພັດທະນາຂອງຕົນຖືກຂົ່ມຂູ່, ສິ່ງທີ່ທ່ານຈະໄດ້ພົບເຫັນກໍຄືພວກເຂົາໃນທີ່ສຸດກໍຈະສົ່ງກອງທັບປົດປ່ອຍປະຊາ ຊົນ ຫລື PLA ອອກໄປເລື້ອຍໆ.”

ທ່ານສຕູດແມນ ບໍ່ແມ່ນເຈົ້າໜ້າທີ່ທະຫານຄົນທຳອິດຂອງສະຫະລັດທີ່ໄດ້ເຕືອນກ່ຽວກັບໄພຂົ່ມຂູ່ຈາກຈີນ.

ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ, ທ່ານ ລອຍດ໌ ອອສຕິນ (Lloyd Austin) ເອີ້ນຈີນຢູ່ເລື້ອຍໆວ່າ “ເປັນໄພຂົ່ມຂູ່ແບບເປັນກ້າວໆອອກໄປ” ຕໍ່ທໍານຽບຫ້າແຈ. ບັນດາເຈົ້າໜ້າທີ່ກອງບັນຊາການສະຫະລັດໃນພາກຕາເວັນອອກກາງ ຫຼືເຊັນຄອມ ກໍໄດ້ກ່າວເຕືອນເຊັ່ນກັນກ່ຽວກັບວິທີທີ່ຈີນພະຍາຍາມ ທີ່ຈະຂະຫຍາຍອິດທິພົນຢູ່ໃນພາກຕາເວັນອອກກາງ. ແລະກອງບັນຊາການ ຂອງສະຫະລັດໃນເຂດພາກໃຕ້ ກໍໄດ້ຍົກບັນຫາທີ່ໜ້າເປັນຫ່ວງກ່ຽວກັບກິດຈະກຳຂອງຈີນ ຢູ່ຂົງເຂດອາເມຣິກາກາງ ແລະອາເມຣິກາໃຕ້.

ແມ່ນແຕ່ປະທານາທິບໍດີສະຫະລັດ, ທ່ານໂຈ ໄບເດັນ ກໍ່ໄດ້ສະແຫວງຫາທາງເຕົ້າໂຮມເອົາການສະໜັບສະໜູນຢູ່ທົ່ວໂລກເພື່ອຕ້ານຢັນກັບປັກກິ່ງໃຫ້ຖອຍໄປ.

"ວິທີການທີ່ສະຫະລັດ, ຢູໂຣບ ແລະເອເຊຍເຮັດວຽກຮ່ວມກັນ ເພື່ອຮັບປະກັນສັນຕິພາບ ແລະປົກປ້ອງຄຸນຄ່າທີ່ມີຮ່ວມກັນຂອງພວກເຮົາ ແລະຄວາມກ້າວໜ້າວັດທະນາຖາວອນຂອງພວກເຮົາໃນທົ່ວຂົງເຂດປາຊີຟິກ ຈະແມ່ນນຶ່ງໃນບັນດາຄວາມພະຍາຍາມທີ່ມີຜົນສະທ້ອນທີ່ສຸດທີ່ພວກເຮົາໄດ້ປະຕິບັດມາ,” ນັ້ນຄືຄໍາເວົ້າຂອງທ່ານ ທີ່ກ່າວຕໍ່ບັນດາຜູ້ນໍາຂອງໂລກຢູ່ທີ່ກອງປະຊຸມດ້ານຄວາມໝັ້ນຄົງແບບອອນລາຍ ທີ່ຈັດຂຶ້ນຢູ່ໃນນະຄອນມິວນິກສ໌ ໃນເດືອນແລ້ວນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG