ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈະຫຼວດ​ຈາກການ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ ເທີ​ກີ ຕົກ 300 ແມັດ​ຫ່າງ​ຈາກ​ກອງ​ກຳ​ລັງ ສະ​ຫະ​ລັດ ໃນ​ ຊີ​ເຣຍ


ພາບ​ທີ່​ຖືກ​ເປີດ​ເຜີຍ​ໂດຍ​ອົງ​ການ​ວິ​ທະ​ຍຸ ແລະ ຊ່ອງ​ໂທ​ລະ​ພາບ ເທ​ເລ​ແກ​ຣມ ຂອງ ຊີ​ເຣຍ ໃນ​ວັນ​ທີ 23 ພະ​ຈິກ 2022 ສະ​ແດ​ງ​ໃຫ້​ເຫັນ​ໄຟ​ໄໝ້​ຢູ່​ສະ​ຖານ​ທີ່​ເກັບ​ສານ​ ໄຮ​ໂດ​ຣ​ຄາ​ບອນ, ​ແຂວງ ຮາ​ຊາ​ກາ, ປະ​ເທດ ຊີ​ເຣຍ.
ພາບ​ທີ່​ຖືກ​ເປີດ​ເຜີຍ​ໂດຍ​ອົງ​ການ​ວິ​ທະ​ຍຸ ແລະ ຊ່ອງ​ໂທ​ລະ​ພາບ ເທ​ເລ​ແກ​ຣມ ຂອງ ຊີ​ເຣຍ ໃນ​ວັນ​ທີ 23 ພະ​ຈິກ 2022 ສະ​ແດ​ງ​ໃຫ້​ເຫັນ​ໄຟ​ໄໝ້​ຢູ່​ສະ​ຖານ​ທີ່​ເກັບ​ສານ​ ໄຮ​ໂດ​ຣ​ຄາ​ບອນ, ​ແຂວງ ຮາ​ຊາ​ກາ, ປະ​ເທດ ຊີ​ເຣຍ.

ການ​ໂຈມ​ຕີ​ທາງ​ອາ​ກາດໂດຍປະ​ເທດ ເທີ​ກີ ອັນ​ເປັນ​ສ່ວນ​ນຶ່ງ ​ຂອງ​ການ​ໂຈມ​ຕີ​ຄັ້ງ​ໃໝ່​ຂອງ​ລັດ​ຖະ​ບານ ອັງ​ກາ​ຣາ ຕໍ່​ພ​ວກ​ນັກ​ລົບ​ຊາວ​ເຄີດໄດ້​ຕົກໃສ່​ເກືອບ​ຖືກກອ​ງ​ກຳ​ລັງ ສະ​ຫະ​ລັດ ໃນ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ ຊີ​ເຣຍ, ເຊິ່ງ​ໄດ້​ເຮັດ​ໃຫ້​ຄວາມ​ເຄັ່​ງ​ຕຶງ​ໃນ​ພາ​ກ​ພື້ນ​ດັ່ງ​ກ່າວ​ຮຸນ​ແຮງ​ຂຶ້ນ, ສອງ​ແຫຼ່ງ​ຂ່າວ​ໄດ້​ບອກວີ​ໂອ​ເອ.

ກອງ​ບັນ​ຊາ​ການ​ກຳ​ລັງ ສະ​ຫະ​ລັດ ໃນ​ພາກ​ຕາ​ເວັນ​ອອກ​ກາງ, ເຊິ່ງ​ຄວບ​ຄຸມກອງ​ທະ​ຫານ​ ສະ​ຫະ​ລັດ ປະ​ມານ 900 ຄົນໃນ​ປະ​ເທດ ຊີ​ເຣຍ ທີ່​ຖືກ​ສົ່ງ​ໄປ​ປະ​ຈຳ​ການ​ເພື່ອ​ຮັບ​ມື​ກັບ​ກຸ່ມ​ກໍ່​ການ​ຮ້າຍ​ລັດ​ອິ​ສ​ລາມ​ນັ້ນ, ໄດ້​ເປັນ​ຜູ້​ທຳ​ອິດ​ທີ່​ຮັບ​ຮູ້​ການ​ໂຈມ​ຕີ​ໃນ​ວັນ​ອັງ​ຄານ​ວານນີ້, ໂດຍ​ກ່າວ​ວ່າບໍ່​ມີ​ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ ຄົນ​ໃດ ​ຢູ່​ໃນ​ຖານ​ທັບ​ໃນ​ເວ​ລາ​ນັ້ນ.

ແຕ່​ເຈົ້າ​ໜ້າ​ທີ່ປ້ອງ​ກັນ​ປະ​ເທດ ສະ​ຫະ​ລັດ ຄົນ​ນຶ່ງ​ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ໃນ​ແລງວັນ​ພຸດ​ວານນີ້​ວ່າ ກອງ​ທະ​ຫານ ສະຫະ​ລັດ ແມ່ນ​ໄດ້​ຢູ່​ໃກ້​ຄຽງ, ພາຍ​ໃນ 300 ແມັດ​ຈາກ​ຖານ​ທັບ, ເຊິ່ງ​ຕັ້ງ​ຢູ່​ພາກ​ເໜືອ​ຂອງ​ເມືອງ ຮາ​ຊາ​ກາ.

ແຫຼ່ງ​ຂ່າວນຶ່ງ​ທີ່​ໃກ້​ຊິດ​ກັບ​ການ​ນຳ​ຂອງກອງ​ກຳ​ລັງ​ປະ​ຊາ​ທິ​ປະ​ໄຕ ຊີ​ເຣຍ ຫຼື SDF ທີ່​ໄດ້​ຮັບ​ການ​ໜູນຫຼັງ​ໂດຍ ສະ​ຫະ​ລັດ ນັ້ນ, ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ຕື່ມ​ວ່າ ຖານ​ທັບ​ດັ່ງ​ກ່າວ​ແມ່ນ​ສ່ວນ​ນຶ່ງ​ຂອງ​ບໍ​ລິ​ເວນ​ທີ່​ໃຫຍ່ ແລະ ວ່າ​ກອງ​ກຳ​ລັງ ສະ​ຫະ​ລັດ ໄດ້​ຢູ່​ໃນ​ຕຶກ​ຕ່າງ​ຫາ​ກ ທີ່ບໍ່​ແມ່ນ​ສ່ວນ​ນຶ່ງ​ຂອງ​ຖານ​ທັບ​ນັ້ນ.

ບັນ​ດາ​ເຈົ້າ​ໜ້າ​ທີ່ກອງ​ທັບ ສະ​ຫະ​ລັດ ໄດ້​ລັງ​ເລ​ໃຈ​ທີ່​ຈະ​ແລກ​ປ່ຽນ​ລາຍ​ລະ​ອຽດ​ເພີ່ມ​ເຕີມ ແຕ່​ປາ​ກົດ​ວ່າ​ໄດ້​ຍອມ​ຮັບ​ຄວາມ​ຮ້າຍແຮງ​ຂອງ​ເຫດ​ການ​ດັ່ງ​ກ່າວ​ໃນຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ເມື່ອ​ແລງວັນ​ພຸດ​ວານນີ້.

ໂຄ​ສົກ​ທຳ​ນຽ​ບ​ຫ້າ​ແຈ ພົນ​ຈັດ​ຕະ​ວາ ແພັດ​ທ​ຣິກ ຣາຍ​ເດີ ໄດ້​ກ່າວ​ວ່າ “ການ​ໂຈມ​ຕີ​ທາງ​ອາ​ກາດ​ເມື່ອບໍ່​ດົນ​ມານີ້​ໃນ ຊີ​ເຣຍ ໄດ້​ເປັນ​ໄພ​ຂົ່​ມ​ຂູ່​ໂດຍ​ກົງ​ຕໍ່​ຄວາມ​ປອດ​ໄພ​ຂອງ​ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ ຜູ້​ທີ່​ກຳ​ລັງ​ເຮັດ​ວຽກ​ໃນ ຊີ​ເຣຍ ກັບ​ຄູ່​ຮ່ວມ​ພາຍ​ໃນ​ປະ​ເທດ ເພື່ອ​ເອົາ​ຊະ​ນະ​ພວກ ISIS ແລະຮັກ​ສາ​ການ​ຄວບ​ຄຸມ​ຕົວ​ນັກ​ໂທດ ISIS ຫຼາຍກວ່າ​ສິບ​ພັນ​ຄົນ.”

ທ່ານ​ໄດ້​ກ່າວ​ຕື່ມ​ວ່າ “ການຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ໃນ​ທັນ​ທີ​ແມ່ນ​ຈຳ​ເປັນ ເພື່ອ​ທີ່​ຈະ​ຮັກ​ສາ​ຄວາມ​ເອົາ​ໃຈ​ໃສ່​ໃນ​ພາ​ລະ​ກິດ​ເພື່ອ​ເອົາ​ຊະ​ນະ​ພວກ ISIS ແລະ ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ຂອງ​ເຈົ້າ​ໜ້າ​ທີ່​ຢູ່​ພາກ​ພື້ນ​ດິນ. ພວກ​ເຮົາ​ຈະ​ສືບ​ຕໍ່​ປຶກ​ສາ​ຫາ​ລື​ກັບ ເທີ​ກີ ແລະ ຄູ່​ຮ່ວມ​ພາຍ​ໃນ​ປະ​ເທດ​ຂອງ​ພວກ​ເຮົາ​ເພື່ອ​ຮັກ​ສາ​ການ​ຕົກ​ລົງ​ຢຸດ​ຍິງ​ໄວ້​ຢູ່​ຄື​ເກົ່າ.”

ອ່ານ​ຂ່າວນີ້​ເປັນ​ພ​າ​ສາ​ອັງ​ກິດ

XS
SM
MD
LG