ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສ​ຫລ ເຕືອນ​ວ່າ ການ​ໂຈມ​ຕີ ຊີ​ເຣຍ ຂອງ ເທີ​ກີ ຈະ​ເຮັດ​ໃຫ້​ກຸ່ມ IS ມີ​ເວ​ລາ ແລະ ພື້ນ​ທີ່


ປະ​ຊາ​ຊົນ ແນມ​ເບິ່ງ​ຄວັນ​ພຸ່ງ​ຂຶ້ນ​ເທິງ​ຟ້າ​ ຈາກ​ເມືອງ ຣາສ ອາລ-ເອນ, ຈາກ​ເຂ​ດ​ຊາຍ​ແດນ​ຟາກປະ​ເທດ ເທີ​ກີ. 11 ຕຸ​ລາ, 2019.
ປະ​ຊາ​ຊົນ ແນມ​ເບິ່ງ​ຄວັນ​ພຸ່ງ​ຂຶ້ນ​ເທິງ​ຟ້າ​ ຈາກ​ເມືອງ ຣາສ ອາລ-ເອນ, ຈາກ​ເຂ​ດ​ຊາຍ​ແດນ​ຟາກປະ​ເທດ ເທີ​ກີ. 11 ຕຸ​ລາ, 2019.

ບັນ​ດາ​ເຈົ້າ​ໜ້າ​ທີ່​ສືບ​ລັບ​ການ​ປ້ອງ​ກັນ​ປະ​ເທດ ສະ​ຫະ​ລັດ ແມ່ນ​ໄດ້​ສະ​ເໜີ​ການ​ປະ​ເມີນ​ຜົນ​ທີ່​ຮ້າຍ​ແຮງ ກ່ຽວ​ກັບ​ຜົນ​ກະ​ທົບ​ຈາກ​ການ​ບຸກ​ໂຈມ​ຕີ​ຂອງ ເທີ​ກີ ໃນ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ປະ​ເທດ ຊີ​ເຣຍ ແລະ ຄວາມ​ສອດ​ຄ່ອງ​ກັບ​ການ​ເຄື່ອນ​ໄຫວ​ຂອງ ສະ​ຫະ​ລັດ ແລະ ປະ​ເທດ​ມະ​ຫາ​ອຳ​ນາດ​ອື່ນໆ ໃນ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ທຳ​ລາຍ​ກຸ່ມ​ກໍ່​ການ​ຮ້າຍ​ລັດ​ອິ​ສ​ລາມ.

ຜົນ​ກະ​ທົບ​ທີ່​ຕາມ​ມາ​ຈາກ​ການ​ໂຈມ​ຕີ​ຂອງ ເທີ​ກີ “ຈະ​ເຮັດ​ໃຫ້​ກຸ່ມ​ດັ່ງ​ກ່າວ​ມີ​ເວ​ລາ ແລະ ພື້ນ​ທີ່​ເພື່ອ​ຂະ​ຫຍາຍ​ຄວາມ​ສາ​ມາດ​ຂອງ​ພວກ​ເຂົາ ​ເພື່ອ​ດຳ​ເນີນ​ການ​ໂຈມ​ຕີ​ຂ້າມ​ປະ​ເທດ​ທີ່​ແນ​ເປົ້າ​ໃສ່​ປະ​ເທດ​ຕາ​ເວັນ​ຕົກ,” ອີງ​ຕາມ​ການ​ກ່າວອົງ​ການ​ສືບ​ລັບ​ການ​ປ້ອງ​ກັນ​ປະ​ເທດ ຕໍ່ຜູ້ກວດ​ສອບ​ທົ່ວ​ໄປ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ.

ເທີ​ກີ ໄດ້​ເປີດ​ການ​ໂຈມ​ຕີ​ທາງ​ອາ​ກາດ ແລະ ພື້ນ​ດິນ​ຂອງ​ເຂົາ​ເຈົ້າ​ໃນ ຊີ​ເຣຍ ເມື່ອ​ເດືອນ​ທີ່​ຜ່ານ​ມາ, ຫຼັງ​ຈາກ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ສັ່ງ​ກອງ​ກຳ​ລັບ​ປະ​ຕິ​ບັດ​ການ​ພິ​ເສດ​ປະ​ມານ 50 ຈຸ​ໄດ້​ຖອນ​ກັບ​ຈາກຫຼາຍ​ຕຳ​ແໜ່ງ, ໂດຍ​ເວົ້າ​ວ່າ​ເຂົາ​ເຈົ້າ​ມີ​ຈຸດ​ປະ​ສົງ​ທີ່​ຈະ​ກຳ​ຈັດ​ພວກ​ກໍ່​ກາ​ນ​ຮ້າຍ​ອອກ​ຈາກ​ເຂດ​ຊາຍ​ແດນ​ຂອງ​ພາກ​ພື້ນ.

ແຕ່​ແທນ​ທີ່​ຈະ​ແນ​ເປົ້າ​ໃສ່​ພວກ​ລັດ​ອິ​ສ​ລາມ​ນັ້ນ, ການ​ປະ​ຕິ​ບັດ​ການ​ຂອງ​ເທີ​ກີ ໄດ້​ແນ​ເປົ້າໃສ່​ທະ​ຫານ​ບ້ານຊາວ ເຄີດ, ເຊິ່ງ​ລັດ​ຖະ​ບານ ອັງ​ກາ​ຣາ ພິ​ຈາ​ລະ​ນາ​ວ່າ​ເຂົາ​ເຈົ້າ​ເປັນ​ກຸ່ມ​ກໍ່​ການ​ຮ້າຍ, ແຕ່​ເຂົາ​ເຈົ້າ​ໄດ້​ຕໍ່​ສູ້​ໃນ​ພາກ​ສ່ວນ​ຂອງກອງ​ກຳ​ລັງ​ປະ​ຊາ​ທິ​ປະ​ໄຕ ຊີ​ເຣຍ ຫຼື SDF ທີ່​ໄດ້​ຮັບ​ການ​ໜູນຫຼັງ​ໂດຍ ສະ​ຫະ​ລັດ ເພື່ອ​ປາບ​ກຸ່ມ ແລະ ເຄືອ​ຂ່າຍ​ຕ່າງໆ​ຂອງ​ພວກ IS ໃນ​ຂົງ​ເຂດ​ດັ່ງ​ກ່າວ.

ຜົນ​ທີ່​ອອກ​ມາ, ເຈົ້າ​ໜ້າ​ທີ່​ຢ້ານ​ວ່າ ພວກ IS, ເຊິ່ງ​ຮູ້​ຈັກ​ດັ່ງ​ກັບ ISIS ຫຼື ແດັ​ສ ເຊັ່ນ​ກັນ​ນັ້ນ, ແມ່ນ​ກຳ​ລັງ​ໄດ້​ຮັບ​ການ​ບັນ​ເທົາ​ທີ່​ພວກ​ເຂົາ​ຕ້ອງ​ການ.

ໃນ​ຂະ​ນະ​ທີ່​ບົດ​ລາຍ​ງານນີ້​ໄດ້​ຂຽນ​ແລ້ວ​ສຳ​ເລັດ​ໃນ​ກາງ​ເດືອນ​ພະ​ຈິກ​ນັ້ນ, ມັນ​ຍັງ​ບໍ່​ມີ​ຄວາມ​ແນ່ນອນ​ວ່າ ກອງ​ກຳ​ລັງ SDF ປະ​ມານ 100,000 ຄົນ​ຈະ​ຍັງ​ປະ​ຕິ​ບັດ​ການ​ປາບ​ປາມ​ກຸ່ມ ISIS ໃນ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ ຊີ​ເຣຍ ຫຼາຍ​ຊ່ຳ​ໃດ,” ອີງ​ຕາມ​ລາຍ​ງານ​ທຸກ​ສາມ​ເດືອນ​ຂອງຜູ້ກວດ​ສອບ​ທົ່ວ​ໄປ, ທີ່​ໄດ້​ເປີດ​ເຜີຍ​ໃນ​ວັນ​ອັງ​ຄານ​ວານນີ້.

ຮອງ​ອຳ​ນວຍ​ການ​ຜູ້ກວດ​ສອບ​ທົ່ວ​ໄປ ທ່ານ ເກ​ລັນ ໄຟ​ນ໌ ໄດ້​ກ່າວ​ໂດຍ​ອ້າງ​ເຖິງ​ອົງ​ການ​ສື​ບ​ລັບ​ປ້ອງ​ກັນ​ປະ​ເທດວ່າ “ພວກ ISIS ເບິ່ງ​ຄື​ວ່າ​ຈະ​ຖື​ຄວບ​ໄດ້​ປຽບ​ຈາກກົດ​ດັນ​ປາບ​ປາມ​ລັດ​ທິ​ກໍ່​ກ​ານ​ຮ້າຍທີ່ຫຼຸດ​ລົງ ເພື່ອ​ຟື້ນ​ຟູ​ຕົນ​ເອງ​ຂຶ້ນ​ມາ​ໃໝ່.”

ໂດຍ​ສະ​ເພາະ​ແລ້ວ, ບັນ​ດາ​ເຈົ້າ​ໜ້າ​ທີ່​ໃນ​ອົງ​ການ​ສືບ​ລັບ​ປ້ອງ​ກັນ​ປະ​ເທດ ແລະ ພັນ​ທະ​ມິດ​ຕໍ່​ຕ້ານ​ກຸ່ມ IS ທີ່​ນຳ​ໜ້າ​ໂດຍ​ ສະ​ຫະ​ລັດ ແມ່ນ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງວ່າ ການ​ບຸກ​ໂຈມ​ຕີ​ຂອງ ເທີີ​ກີ, ປະ​ກອບ​ກັບ​ການ​ຖອນ​ຕົວ​ຂອງກອງ​ກຳ​ລັງ ສະ​ຫະ​ລັດ ຈາກ​ຖານ​ທັບ​ຕ່າງ​ໆທົ່ວ​ພາກ​ຕາ​ເວັນ​ສຽງ​ເໜືອ​ຂອງ ຊີ​ເຣຍ ໃນ​ເວ​ລາ​ຕໍ່​ມາ​ນັ້ນ, ໄດ້​ສ້າງ​ຄວາມບໍ່​ໝັ້ນ​ຄົງ​ຊະ​ນິດ​ທີ່​ພວກ IS ໄດ້ເຮັດ​ມາ​ແຕ່​ດັ້ງ​ເດີມ.

ອ່ານ​ຂ່​າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG