ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ເຕືອນ​ຣັດ​ເຊຍ ກ່ຽວ​ກັບ​ການ​ກໍ່​ອາ​ຊະ​ຍາ​ກຳ​ສົງ​ຄາມ 'ທີ່​ອາດ​ມີ​ຂຶ້ນ" ໃນ​ຢູ​ເຄ​ຣນ

​ຮູບ​ພາບ ທີ່​ນຳ​ອອກ​ເຜີຍ​ແຜ່​ ໂດຍ​ພະ​ແນກ​ຮັບ​ມື​ກັບ​ເຫດ​ການ​ສຸກ​ເສີນ​ ຂອງ​ຢູ​ເຄ​ຣນ ເມື່ອ​ວັນ​ທີ 11 ມີ​ນາ ສະ​ແດງ​ໃຫ້​ເຫັນ​ພວກ​ກູ້​ໄພ ພວມ​ເຮັດ​ວຽກ​ ຢ​ູ່​ບ່ອນ​ທີ່​ຖືກ​ໂຈມ​ຕີ​ທາງ​ອາ​ກາດ ທີ່​ເມືອງດ​ນີ​ໂປ (Dnipro.)

ວໍ​ຊິງ​ຕັນ​ໄດ້​ເຕືອນ​ມົ​ສ​ກູ ກ່ຽວ​ກັບ​ອັນ​ທີ່​ພວກ​ນັກ​ສັງ​ເກດ​ການ​ບາງ​ຄົນ​ ກ່າວ​ວ່າ ເປັນການ​ກໍ່​ອາ​ຊະ​ຍາ​ກຳ​ສົງ​ຄາມ ​ຂອ​ງ​ທະ​ຫານ​ຣັດ​ເຊຍ ໃນ​ຢູ​ເຄ​ຣນ.

ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດກ່າວ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ ຣັດ​ເຊຍ​ “ພວມ​ຫັນ​ໄປ​ໃຊ້​ຍຸດ​ທະ​ສາດ​ທຳ​ລາຍ​ສູນ​ກາງ​ປະ​ຊາ​ຊົນ” ໃນ​ຢູ​ເຄ​ຣນ ໃນ​ຂະ​ນະ​ທີ່ການ​ເຈ​ລະ​ຈາ​ລະດັບ​ສູງ​ ຂອງ​ທັງ​ສອງ​ຝ່າຍ​ທີ່​ເຮັດສົງ​ຄາມ ບໍ່​ໄດ້​ມີ​ຄວາມ​ກ້າວ​ໜ້າ​ເກີດ​ຂຶ້ນ.

ທ່ານ​ເນດ ໄພ​ຣ​ສ໌ ໂຄ​ສົກ​ຂອງ​ກະ​ຊວງຕ່າງ​ປະ​ເທດ​ສະ​ຫະ​ລັດ ກ່າວ​ວ່າ “ພວກ​ເຮົາ​ໄດ້​ເຫັນ​ລາຍ​ງານ​ທີ່​ໜ້າ​ເຊື່ອ​ຖື​ໄດ້ກ່ຽວ​ກັບ​ການ​ຕັ້ງ​ໃຈ​ໂຈມ​ຕີ​ພົນ​ລະ​ເຮືອນ​ຊຶ່ງພາຍ​ໃຕ້​ສັນ​ຍາ​ເຈ​ນີ​ວາ​ແລ້ວ ແມ່ນ​ການ​ກໍ່​ອາ​ຊະ​ຍາ​ກຳ​ສົງ​ຄາມ” ແຕ່​ແນວ​ໃດ​ກໍດີ​ ທ່ານ​ບໍ່​ໄດ້​ກ່າວ​ຫາ​ຣັດ​ເຊຍ​ຢ່າງ​ເຈາະ​ຈົງ​ວ່າ​ ເປັນ​ຜູ້​ກໍ່​ອາ​ຊະ​ຍາ​ກຳ​ດັ່ງ​ກ່າວ.

ທ່ານ​ເນດ​ໄພ​ຣ​ສ໌ ກ່າວ​ກ່ຽວ​ກັບ​ການ​ບຸກ​ລຸກ​ເປັນ​ເວ​ລາ 2 ອາ​ທິດ​ວ່າ ​ແຜນ​ການ ຂອງປະ​ທາ​ນາ​ທິ​ບໍ​ດີ​ຣັ​ດ​ເຊຍ ທ່ານ​ວ​ລາ​ດີ​ເມຍ “ປູ​ຕິນ​ທີ່​ຈະ​ເຂົ້າ​ຢຶດ​ເອົາ​ຢູ​ເຄ​ຣນ​ຢ່າງ​ໄວ​ວານັ້ນ ເວ​ລານີ້​ແມ່ນ​ເປັນ​ທີ່​ຈະ​ແຈ້ງ ມັນ​ໄດ້​ປະ​ສົບ​ກັບ​ຄວາມ​ລົ້ມ​ແຫລວ. ດັ່ງ​ນັ້ນ ລາວ​ຈຶ່ງ​ຫັນ​ໄປ​ໃຊ້​ຍຸດ​ທະ​ສາດ​ທຳ​ລາຍ​ສູນ​ກາງ​ປະ​ຊາ​ຊົນ ເພື່ອ​ທັບ​ມ້າງທຳ​ລາຍຈິດ​ໃຈ​ຂອງ​ປະ​ຊາ​ຊົນ​ຊາວ​ຢູ​ເຄ​ຣນ ຊຶ່ງ​ເປັນ​ສິ່ງ​ທີ່​ລາວບໍ່​ສາ​ມາດ​ເຮັດ​ໄດ້​ນັ້ນ.

ຮອງ​ປະ​ທາ​ນາ​ທິ​ບໍ​ດີສະ​ຫະ​ລັດ ທ່ານ​ນາງ​ຄາ​ມາ​ລາ ແຮ​ຣີ​ສ ​ແລະ​ປະ​ທາ​ນາ​ທິ​ບໍ​ດີ​ໂປ​ແລນ ທ່ານ​ແອນ​ເດ​ຣັ​ສ ດູ​ດາ ພວມ​ຖະ​ແຫຼງ​ຂ່າວ ທີ່​ທຳ​ນຽບວີ​ແວ​ລ​ເດີ (Belwelder) ທີ່​ນະ​ຄອນ​ຫຼວງວໍ​ຊ​ໍ ເມື່ອ​ວັນ​ທີ 10 ມີ​ນາ 2022.

ຣັດ​ເຊຍ​ໄດ້​ປະ​ຕິ​ເສດ​ວ່າ ຕົນ​ບໍ່​ໄດ້​ແນ​ເປົ້າ​ໝາຍ​ໃສ່​ພົນ​ລະ​ເຮືອນ ໃນ​ການ​ບຸກ​ລຸກ​ເຂົ້າ​ໄປ​ໃນ​ປະ​ເທດ​ຢູ​ເຄ​ຣນ.

ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ນາງ​ຄາ​ມາ​ລາ ແຮ​ຣິ​ສ ກ່າວ​ທີ່​ປະ​ເທດ​ໂປ​ແລນ​ວ່າ ທ່ານ​ນາງ​ສະ​ໜັບ​ສະ​ໜຸນ​ ໃຫ້​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທຳ​ການ​ສືບ​ສວນ​ກ່ຽວ​ກັບ​ການ​ຮຸກ​ຮານ​ຂອງ​ຣັດ​ເຊຍ​ເຂົ້າ​ໄປ​ໃນ​ຢູ​ເຄ​ຣນ ເພື່ອ​ສອບ​ສອນ​ເບິ່ງການ​ກ່າວ​ຫາ​ໃນ​ການ​ລະ​ເມີດ​ສິດ​ທິ​ມະ​ນຸດ​ທັງ​ໝົດ​ແລະ​ການ​ກະ​ທຳ​ຜິດ​ອື່ນໆ​ແລະ​ພິມ​ເຜີຍ​ແຜ່​ອາ​ຊະ​ຍາ​ກຳ​ເຫຼົ່າ​ນັ້ນ.”

ຮູບ​ຖ່າຍ​ຈາກ​ດາວ​ທຽມ ທີ່​ສະ​ແດງ​ໃຫ້​ເຫັນ​ໄຟ​ໄໝ້ ໃນ​ເຂດ​ອຸດ​ສາ​ຫະ​ກຳ ທີ່​ເມືອງ​ເຊີ​ນີ​ຮິບ ທາງ​ພາກ​ໃຕ້​ຂອງ​ປະ​ເທດ ທ່າມ​ກາງ​ການ​ຮຸກ​ຮານ​ຂອງ​ຣັດ​ເຊຍ ເມື່ອ​ວັນ​ທີ 10 ມີ​ນາ 2022. (Satellite image ©2022 Maxar Technologies/Handout via Reuters)

ທ່ານ​ນາງ​ແຮ​ຣິ​ສ​ກ່າວ​ຕໍ່​ກອງ​ປະ​ຊຸມຖ​ະ​ແຫຼງ​ຂ່າວ ທີ່​ນະ​ຄອນ​ວໍ​ຊໍ ຮ່ວມ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ໂປ​ແລນ ທ່ານ​ແອນ​ເດ​ຣັ​ສ ດູ​ດາ ໃນ​ການ​ສະ​ແດງ​ຄວາມ​ສະ​ໜັບ​ສະ​ໜຸນ​ຂອງ​ສະ​ຫະ​ລັດ​ຕໍ່​ພັນ​ທະ​ມິດ​ຂອງ​ອົງ​ການ​ເນ​ໂຕ້ ໃນ​ຢູ​ໂຣບ​ຕາ​ເວັນ​ອອກ.

ທ່ານ​ນາງ​ກ່າວ​ວ່າ “ແນ່ນອນ ມັນ​ຄວນ​ຈະ​ມີ​ການ​ສືບ​ສວນແລະ​ພວກ​ເຮົາ​ທັງ​ໝົດຄວນ​ຈັບ​ຕາ​ເບິ່ງ.”

ທ່ານ​ດູ​ດາ ກ່າວ​ຕື່ມ​ວ່າ “ມັນ​ເປັນ​ທີ່​ຈະ​ແຈ້ງ​ສຳ​ລັບ​ພວກ​ເຮົາ​ວ່າ ໃນຢູ​ເຄ​ຣນ ຣັດ​ເຊຍ​ເປັນ​ຜູ້​ກໍ່​ອາ​ຊະ​ຍາ​ກຳ​ສົງ​ຄາມ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG