ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ເຕືອນ ກ່ຽວ​ກັບ ຜົນ​ຕາມ​ມາ​ທີ່​ຫາ​ຍາ​ນະ ຂອງການ​ໂຈມ​ຕີ​ດ້ວຍ​ອາ​ວຸດ​ນິວ​ເຄ​ລຍໃນ ຢູ​ເຄ​ຣນ


ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ແອນ​ໂທ​ນີ ບ​ລິງ​ເຄັ​ນ.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ແອນ​ໂທ​ນີ ບ​ລິງ​ເຄັ​ນ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ແອນ​ໂທ​ນີ ບ​ລິງ​ເຄັນ ໄດ້​ກ່າວ​ວ່າ ສະ​ຫະ​ລັດ ໄດ້​ໃຫ້​ຄວາມ​ກະ​ຈ່າງ​ແຈ້ງ​ຢ່າງ​ເປີດ​ເຜີຍ ແລະ ເປັນ​ການ​ສ່ວນ​ຕົວ​ແລ້ວ​ວ່າ ຣັດ​ເຊຍ ຕ້ອງ “ຢຸດ​ເວົ້າ​ຢ່າງບໍ່​ລະ​ມັດ​ລະ​ວັງ ກ່ຽວ​ກັບ​ ອາ​ວຸດ​ນິວ​ເຄ​ລຍ” ໃນ​ຄວາມ​ຂັດ​ແຍ້ງ​ກັບ ຢູ​ເຄ​ຣນ ລຸນຫຼັງ​ການ​ຖະ​ແຫຼງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ ວ່າ​ທ່ານ​ຈະ​ໃຊ້​ທຸກໆ​ຢ່າງ​ເພື່ອ​ປ້ອງ​ກັນ ຣັດ​ເຊຍ.

ທ່ານ ບ​ລິງ​ເຄັນ ໄດ້​ກ່າວ​ຕໍ່​ລາຍ​ການ 60 ນາ​ທີ​ ຂອງ​ໂທ​ລະ​ພາບຂ່າວ CBS ໃນ​ການ​ສຳ​ພາດ​ ທີ່​ໄດ້​ອອກ​ອາ​ກາດ​ເມື່ອ​ແລງວັນ​ອາ​ທິດ​ວານນີ້​ວ່າ “ມັນ​ສຳ​ຄັນຫຼາຍ​ທີ່​ມົ​ສ​ກູ ໄດ້​ຍິນ​ຈາກ​ເຮົາ ແລະ ຮູ້​ຈາກ​ເຮົາ​ວ່າ​ຜົນ​ກະ​ທົບ​ທີ່​ຕາມ​ມາ​ແມ່​ນ​ຈະ​ເປັນ​ຕາ​ຢ້ານຫຼາຍ, ແລະ ພວກ​ເຮົາ​ໄດ້​ເຮັດ​ໃຫ້​ມັນ​ກະ​ຈ່າງ​ແຈ້ງຫຼາຍ.”

ທ່ານ ບ​ລິ​ງ​ເຄັນ ໄດ້​ກ່າວ​ວ່າ​ການ​ໃຊ້​ອາ​ວຸດ​ນິວ​ເຄ​ລຍ “ຈະ​ສົ່ງ​ຜົນ​ກະ​ທົບ​ທີ່​ຫາ​ຍາ​ນະ​ສຳ​ລັບ​ປະ​ເທດ​ທີ່​ໃຊ້​ມັນ​ຢ່າງ​ແນ່ນອນ, ແລະສຳ​ລັບຫຼາຍ​ຄົນ​ອື່ນໆ​ເຊັ່ນ​ກັນ.”

ການ​ຕອບ​ໂຕ້​ຂອງ ສະ​ຫະ​ລັດ ໄດ້​ມີ​ຂຶ້ນ​ຫຼັງ​ຈາກ​ທ່ານ ປູ​ຕິນ ໄດ້​ໃຫ້​ສັນ​ຍານ ກ່ຽວ​ກັບ ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ໂຈມ​ຕີ​ດ້ວຍ​ອາ​ວຸດ​ນິວ​ເຄ​ລຍ​ເມື່ອ​ອາ​ທິດ​ທີ່​ຜ່ານ​ມາ ໃນ​ຂະ​ນະ​ທີ່​ທ່ານ​ໄດ້​ປະ​ກາດ​ລະ​ດົມ​ກອງ​ໜູນ 300,000 ຄົນ​ເພື່ອ​ຊ່ວຍ​ ຣັດ​ເຊຍ ຕໍ່​ສູ້​ໃນ​ການ​ບຸກ​ລຸກ ຢູ​ເຄ​ຣນ 7 ເດືອນ. ການ​ຂະ​ຫຍາຍ​ກຳ​ລັງ​ໄດ້​ມີ​ຂຶ້ນຫຼັງ​ຈາກ​ການ​ຜ່າຍ​ແພ້​ຂອງ ຣັດ​ເຊຍ ໃນ​ສະ​ໜາມ​ລົບ, ດ້ວຍກອງ​ກຳ​ລັງ​ຂອງ ກີຢິບ ໄດ້​ຢຶດ​ຄືນ​ເຂດ​ແດນ​ຂະ​ໜາດ​ໃຫຍ່​ໃນ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ ຢູ​ເຄ​ຣນ ທີ່ ຣັດ​ເຊຍ ໄດ້​ຍຶດ​ໃນ​ອາ​ທິດ​ຕົ້ນໆ​ຂອງ​ສົງ​ຄາມ.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ ອັງ​ກິດ ໄດ້​ກ່າວ​ໃນ​ວັນ​ຈັນ​ມື້ນີ້​ວ່າ ການ​ລະ​ດົມ​ພົນ​ຊຸດ​ທຳ​ອິດ​ໄດ້​ເລີ່ມ​ໄປ​ຮອດ​ຖານ​ທັບ​ແລ້ວ, ແຕ່ ຣັດ​ເຊຍ ໄດ້​ປະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ດ້ານ​ການ​ບໍ​ລິ​ຫານ​ ແລະ ການ​ຂົນ​ສົ່ງ​ໃນ​ການ​ຝຶກ​ຊ້ອມ​ໃຫ້​ກອງ​ທະ​ຫານ​ທີ່​ວ່າ​ນັ້ນ.

ກະ​ຊວງ​ໄດ້​ກ່າວ​ວ່າ “ຫຼາຍ​ຄົນ​ໃນ​ກອງ​ທະ​ຫານ​ທີ່​ຖືກ​ເກນ​ຈະ​ບໍ່​ມີ​ປະ​ສົບ​ການ​ດ້ານ​ທະ​ຫານ​ເປັນ​ເວ​ລາຫຼາຍ​ປີ. ການ​ຂາດ​ຜູ້​ຝຶກ​ຊ້ອ​ມ​ທາງ​ທະ​ຫານ, ແລະ ການ​ຮີບ​ເລັ່ງ​ທີ່ ຣັດ​ເຊຍ ໄດ້​ເລີ່ມ​ການ​ເຄື່ອນ​ຍ້າຍ​ດັ່ງ​ກ່າວ ໄດ້​ຊີ້​ໃຫ້​ເຫັນ​ວ່າຫຼາຍ​ຄົນ​ທີ່​ຖືກ​ເກນ​ເຂົ້າ​ໃນ​ກອງ​ທະ​ຫານ​ຈະ​ຖືກ​ສົ່ງ​ໄປ​ເຂດ​ແນວ​ໜ້າ​ດ້ວຍ​ການ​ກະ​ກຽມ​ທີ່​ສຳ​ຄັນ​ໜ້ອຍຫຼາຍ. ເຂົາ​ເຈົ້າ​ມີ​ຄວາມ​ໄປ​ໄດ້​ທີ່​ຈະ​ປະ​ສົບ​ກັບ​ການ​ລ້າງ​ຜານ​ໃນ​ອັດ​ຕາ​ທີ່​ສູງ.

ການ​ປະ​ທ້ວງ​ຢ່າງກວ້າງ​ຂວາງ​ຕໍ່​ກາ​ນ​ລະ​ດົມ​ທະ​ຫານ​ຂອງ​ທ່ານ ປູ​ຕິນ ໄດ້​ເກີດ​ຂຶ້ນ​ໃນ ຣັດ​ເຊຍ, ດ້ວຍ​ຕຳຫຼວດ​ໄດ້​ຈັບ​ຜູ້​ປະ​ທ້ວງຫຼາຍ​ຮ້ອຍ​ຄົນ​ທີ່​ເຂົ້າ​ຮ່ວມ​ໃນ​ການ​ປະ​ທ້ວງ​ຢູ່​ນະ​ຄອນຫຼວງ ມົ​ສ​ກູ ແລະ ບ່ອນ​ອື່ນໆ.

ຜູ້​ຊາຍຫຼາຍ​ຄົນ​ທີ່​ໄດ້​ຄັດ​ຄ້ານ​ສົງ​ຄາມ​ຂອງ​ທ່ານ ປູ​ຕິນ ຫຼື ຢ້ານ​ຖືກ​ຂ້າ​ຕາຍ​ໃນເຂດ​ແນວ​ໜ້າ ​ໄດ້​ເລີ່ມຫຼົບ​ໜີ​ອອກ​ຈາກ ຣັດ​ເຊຍ ຢ່າງ​ກະ​ທັນ​ຫັນ​ໃນ​ຫຼາຍ​ຖ້ຽວ​ບິນ​ໄປ​ປະ​ເທດ​ອື່ນ, ໃນ​ຂະ​ນະ​ທີ່​ຄົນ​ອື່ນໆ​ໄດ້​ເຂົ້າ​ຮ່ວມ​ໃນ​ແຖວ​ລົດ​ທີ່​ຍາວມຸ່ງ​ໜ້າ​ໄປ​ສູ່​ເຂດ​ຊາຍ​ແດນ ຣັດ​ເຊຍ ຕິດ​ກັບ​ປະ​ເທດ ຟິນ​ແລນ, ຈໍ​ເຈຍ ແລະ ປະ​ເທດ​ອື່ນໆ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG