ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ສະ​ຫະ​ລັດ ເຕືອນ ກ່ຽວ​ກັບ ທ່ານ ປູ​ຕິນ ອາດຫຼົງ​ເຊື່ອ ສຳ​ລັບ​ຄຳ​ເວົ້າ​ຂອງ​ທ່ານ​ເອງ


ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ ນັ່ງ​ຟັງ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ເຍົາ​ວະ​ຊົນ​ໃນ​ນະ​ຄອນຫຼວງ ມົ​ສ​ກູ, 20 ກໍ​ລະ​ກົດ 2022.
ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ ນັ່ງ​ຟັງ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ເຍົາ​ວະ​ຊົນ​ໃນ​ນະ​ຄອນຫຼວງ ມົ​ສ​ກູ, 20 ກໍ​ລະ​ກົດ 2022.

ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ ປະ​ກົດ​ວ່າ​ໄດ້​ຍອມຈຳ​ນົນ​ຕໍ່​ການ​ສ້າງ​ນາ​ວ​ະ​ນິ​ຍາຍ ແລະ ຄຳ​ເວົ້າ​ທີ່​ເກີນ​ຄວາມ​ຈິງ​ຂອງ​ທ່ານ​ເອງ, ການ​ບໍ​ສາ​ມາດ​ທີ່​ຈະ​ປ່ອຍ​ວາງ​ຄວາມ​ປາ​ຖະ​ໜາ​ຂອງ​ທ່ານ​ທີ່​ຈະ​ຄອບ​ຄອງ ຢູ​ເຄ​ຣນ, ບໍ່​ວ່າ​ມັນ​ຈະ​ເກີດ​ຫຍັງ​ຂຶ້ນ​ກໍ່​ຕາມ, ອີງ​ຕາມ​ການ​ປະ​ເມີນ​ຜົນ​ຕໍ່​ສາ​ທາ​ລະ​ນະ​ໂດຍ​ຫົວ​ໜ້າ​ສືບ​ລັບ​ລະ​ດັບ​ສູງ​ຂອງ ອາ​ເມ​ຣິ​ກາ.

ຜູ້​ອຳ​ນວຍ​ການ​ອົງ​ການ​ສືບ​ລັບ CIA ທ່ານ ວິ​ລ​ລຽມ ເບີນ​ສ໌, ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ ຄົນ​ສຸດ​ທ້າຍ​ທີ່​ໄດ້​ພົບ​ກັບ​ທ່ານ ປູ​ຕິນ ກ່ອນ​ທີ່​ທ່ານ​ໄດ້​ສັ່ງໃຫ້​ກອງ​ກຳ​ລັງ ຣັດ​ເຊຍ ເຂົ້າ​ໄປ​ໃນ​ຢູ​ເຄ​ຣນ ເມື່ອ​ເດືອນ​ກຸມ​ພາ​ທີ່​ຜ່ານມາ, ໄດ້​ເຕືອນ​ໃນ​ຕອນ​ແລງ​ຂອງວັນ​ພຸດ​ວານນີ້​ວ່າ ຜູ້​ນຳ​ຣັດ​ເຊຍ ມີ​ຄວາມ​ເຊື່ອ​ຢ່າງ​ແທ້​ຈິງວ່າ ທ່ານ​ຕ້ອງ​ຄອບ​ຄອງ​ຢູ​ເຄ​ຣນ​ໃຫ້​ໄດ້ ເພື່ອ​ບັນ​ລຸ​ໂຊກ​ຊະ​ຕາ​ຂອງ​ທ່ານ.

ທ່ານ ເບີ​ນ​ສ໌ ໄດ້​ກ່າວ​ຕໍ່​ຜູ້​ຟັງ​ຢູ່ກອງ​ປະ​ຊຸມ​ດ້ານ​ຄວາມ​ປອດ​ໄພ ແອ​ສ​ເພັນ ປະ​ຈຳ​ປີ​ໃນ​ເມືອງ ແອ​ສ​ເພັນ, ລັດ ໂຄ​ໂລ​ຣາ​ໂດ ວ່າ “ລາວ​ໝັ້ນ​ໃຈ​ວ່າ​ຊະ​ຕາ​ກຳ​ຂອງລາວ​ໃນ​ຖາ​ນະ​ເປັນ​ຜູ້​ນຳ​ຂອງ ຣັດ​ເຊຍ ແມ່ນ​ເພື່ອ​ນຳ​ເອົາ ຣັດ​ເຊຍ ກັບ​ຄືນ​ມາ​ເປັນ​ມະ​ຫາ​ອຳ​ນາດ​ທີ່​ຍິ່ງ​ໃຫຍ່​ອີກ​ຄັ້ງ ແລະ ລາວບໍ່​ເຊື່ອ​ວ່າ​ເຈົ້າ​ຈະ​ສາ​ມາດ​ເຮັດ​ມັນ​ໄດ້​ໂດຍ​ປາ​ສະ​ຈາກ​ການ​ຄວບ​ຄຸມ ຢູ​ເຄ​ຣນ ແລະ ການ​ຕັດ​ສິນ​ໃຈ​ຂອງ​ເຂົາ​ເຈົ້າ. ລາວ​ເຊື່ອ​ວ່າ​ມັນ​ແມ່ນ​ສິດ​ທິ​ຂອງ​ລາວ, ມັນ​ແມ່ນ​ສິດ​ທິ​ຂອງ ຣັດ​ເຊຍ ​ທີ່​ຈະ​ຄອບ​ງຳ ຢູ​ເຄ​ຣນ.”

ກ່ອນ​ໜ້ານີ້ ການ​ປະ​ເມີນ​ຂໍ້​ມູນ​ລັບ​ຂອງ ສະ​ຫະ​ລັດ ໄດ້​ຊີ້​ໃຫ້​ເຫັນ​ວ່າ ໃນ​ຂະ​ນະ​ທີ່​ທ່ານ ປູ​ຕິນ ບໍ່​ມີ​ເຈ​ຕະ​ນາ​ທີ່​ຈະ​ຍົກ​ເລີກ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ເພື່ອ​ຄອບ

​ຄອງ ຢູ​ເຄ​ຣນ ທັງ​ໝົດ​ນັ້ນ, ມັນ​ມີ​ຄວາມ​ເປັນ​ໄປ​ໄດ້​ທີ່​ທ່ານ​ອາດ​ມີ​ຄວາມ​ຍິນ​ດີ​ຢຸດ​ການ​ຕໍ່​ສູ້​ຢ່າງ​ເປັນ​ທາງ​ການ ເພື່ອ​ໃຫ້​ເວ​ລາ​ແກ່​ກອງ​ທັບ​ຂອງ​ທ່ານ​ຈັດ​ລະ​ບົບ​ຄືນ​ໃໝ່ ລຸນຫຼັງ​ການ​ສູນ​ເສຍ​ຈຳ​ນວນຫຼາຍ​ນັບ​ຕັ້ງ​ແຕ່​ການ​ບຸກ​ລຸກ​ໄດ້​ເລີ່ມ​ຂຶ້ນ.

ຜູ້​ອຳ​ນວຍ​ການ​ອົງ​ການ​ສືບ​ລັບ​ແຫ່ງ​ຊາດ ສະ​ຫະ​ລັດ ທ່ານ​ນາງ ອາວ​ຣິ​ລ ເຮນ​ສ໌ ໄດ້​ກ່າວ​ໃນ​ເດືອນ​ແລ້ວນີ້​ວ່າ “ມັນ​ເປັ​ນ​ໄປ​ໄດ້​ທັງ​ໝົດ, ຈາກ​ທັດ​ສະ​ນະ​ຄະ​ຕິ​ຂອງ​ພວກ​ເຮົາ, ເຊິ່ງ​ມັນ​ຂຶ້ນ​ກັບ​ສິ່ງ​ຕ່າງໆ​ຈະ​ພັດ​ທະ​ນາ​ຂຶ້ນ​ແນວ​ໃດໃນ​ເດືອນ​ຂ້າງ​ໜ້າ ແລະ ຕໍ່​ໄປ​ທີ່​ທ່ານ ປູ​ຕິນ ​ເຊື່​ອ​ວ່າ​ມັນ​ມີ​ຄຸນ​ຄ່າ ​ເມື່​ອ​ມັນ​ເກີດ​ມີ​ການ​ເຫັນ​ພ້ອມກັນ​ຢ່າງ​ໃດ​ຢ່າງ​ນຶ່ງ.”

ອົງ​ການ​ສືບ​ລັບ ສະ​ຫະ​ລັດ ຄາດ​ວ່າ​ກອງ​ທະ​ຫານ ຣັດ​ເຊຍ​ປະ​ມານ 15,000 ຄົນ​ໄດ້​ເສຍ​ຊີ​ວິດ​ໃນ​ຢູ​ເຄ​ຣນ ແລະ ອີກ 45,000 ຄົນ​ໄດ້​ຮັບ​ບາດ​ເຈັບ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG