ສະຫະລັດໄດ້ສະແດງຄວາມເປັນຫ່ວງໃນວັນພຸດວານນີ້ວ່າ ຣັດເຊຍໃກ້ຈະບັນລຸຂໍ້ຕົກລົງຊື້ອາວຸດຈາກເກົາຫລີເໜືອ ເພື່ອຊ່ວຍຊຸກຍູ້ສົງຄາມໃນຢູເຄຣນ.
ໂຄສົກຂອງທຳນຽບຂາວ ທ່ານຈອນ ເຄີບີ (John Kirby) ກ່າວຕໍ່ພວກນັກຂ່າວວ່າ ສະຫະລັດເຊື່ອວ່າ ການເຈລະຈາດ້ານອາວຸດ ລະຫວ່າງຣັດເຊຍ ແລະເກົາຫຼີເໜືອ ກຳລັງມີຄວາມກ້າວໜ້າມາໂດຍຕະຫຼອດ.
ທ່ານກ່າວວ່າ ລັດຖະມົນຕີປ້ອງກັນປະເທດຣັດເຊຍ ທ່ານເຊີເກ ຊອຍກູ (Sergei Shoigu) ເມື່ອບໍ່ດົນມານີ້ ໄດ້ເດີນທາງໄປເກົາຫຼີເໜືອ ເພື່ອພະຍາຍາມຊັກຊວນໃຫ້ພຽງຢາງຂາຍລູກປືນໃຫຍ່ໃຫ້ຣັດເຊຍ.
ນອກຈາກນັ້ນ, ທ່ານເຄີບີ (Kirby) ຍັງກ່າວອີກວ່າ ປະທານາທິບໍດີ ຣັດເຊຍ ທ່ານ ວລາດີເມຍ ປູຕິນ (Vladimir Putin) ແລະ ຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ (Kim Jong Un) ໄດ້ແລກປ່ຽນຈົດໝາຍກັນ ໂດຍໃຫ້ຄຳໝັ້ນສັນຍາວ່າ ຈະເພີ່ມທະວີການຮ່ວມມືສອງຝ່າຍ ແລະ ສະຫະລັດ ມີຂ່າວລັບ ທີ່ລະບຸວ່າເຈົ້າໜ້າທີ່ ຣັດເຊຍ ອີກກຸ່ມນຶ່ງ ໄດ້ເດີນທາງໄປພຽງຢາງ ຫລັງຈາກການ ຢ້ຽມ ຢາມຂອງລັດຖະມົນຕີປ້ອງກັນປະເທດ.
ຍັງບໍ່ທັນມີຄວາມເຫັນໃດໆເທື່ອ ກ່ຽວກັບເລື່ອງນີ້ຈາກພຽງຢາງ ຫຼື ມົສກູ.