ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ເຕືອນ ຈະລົງໂທດ ເພີ່ມອີກ ຖ້າຣັດເຊຍ ບໍ່ຊ່ອຍ ແກ້ໄຂ ວິກິດການ ໃນຢູເຄຣນ (ສະໄລດ໌/ວີດີໂອ)


ທ່ານ Joe Biden ຮອງ​ປະທານາທິບໍດີ​ສະຫະລັດ ກ່າວ​ວ່າ
ສະຫະລັດ​ຈະ​ດຳ​ເນີນ​ງານ​ກັບ​ບັນດາ​ປະ​ເທດ​ພາຄີ​ຂອງ​ຕົນ​
ເພື່ອທຳການ “ລົງ​ໂທດ​ຕື່ມ​ອີກ​ຕໍ່ຣັດ​ເຊຍ” ຖ້າຣັດ​ເຊຍ​ບໍ່
​ຍອມ​ໃຊ້​ອິດ​ທິພົນ​ຂອງ​ຕົນ ເພື່ອຊ່ອຍ​ຢຸດ​ການ​ກໍ່​ຄວາມຮຸນ​
ແຮງ​ຂຶ້ນ​ຂອງ​ພວກ​ຫົວ​ແບ່ງ​ແຍກ​ດິນ​ແດນ ໃນພາກ​ຕາເວັນ
​ອອກ​ຂອງ​ຢູ​ເຄຣນນັ້ນ.

ທຳນຽບຂາວ ກ່າວ​ວ່າ ທ່ານ Biden ​ໄດ້​ໂອ້​ລົມ​ກັນ​ທາງ​ໂທ
ລະສັບ​ໃນ​ວັນ​ພຸດ​ວານ​ນີ້ ກັບ​ປະທານາທິບໍດີ Petro Poro
shenko ​ແລະ​ວ່າ​ຜູ້ນຳ​ທັງ​ສອງ ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ “ທີ່​
ຈະ​ຕິດ​ຕໍ່​ຊຶ່ງ​ກັນ​ແລະ​ກັນ​ຕໍ່​ໄປ”
ກ່ອນ​ໜ້າ​ກອງ​ປະຊຸມ​
ຂອງ​ບັນດາ​ຜູ້ນຳ​ປະ​ເທດ​ໃນ​ສະຫະພາບ​ຢູ​ໂຣບ​ໃນ​ສັບປະດາ​ໜ້າ​ນີ້.
ukraine19june14
please wait
Embed

No media source currently available

0:00 0:00:41 0:00

ສະຫະລັດ​ແລະ​ສະຫະພາບ​ຢູ​ໂຣບ ​ໄດ້​ທຳ​ການ​ລົງ​ໂທດຕໍ່ສ່ວນບຸກຄົນ ແລະ​ຕໍ່​ບໍ
ລິສັດ​ຈຳນວນນຶ່ງຂອງຣັດ​ເຊຍ ຫຼັງ​ຈາກຣັດ​ເຊຍ ໄດ້​ຮວມ​ເອົາ​ແຫລມ​ໄຄຣ​ເມຍ​
ຂອງ​ຢູ​ເຄຣນມາ​ຂຶ້ນ​ກັບ​ຕົນໃນ​ເດືອນ​ມີນາ​ຜ່ານ​ມາ.

ພວກ​ຫົວ​ແບ່ງ​ແຍກ​ນິຍົມຣັດ​ເຊຍ ​ໄດ້​ກໍ່​ການກະບົດ​ຂຶ້ນ ​ມາ​ເປັນ​ເວລາ​ຫຼາຍ​ເດືອນ
​ຜ່ານ​ມາ ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ ຊຶ່ງ​ສະຫະປະຊາ​ຊາດ ກ່າວ​ໃນ​ວັນ
​ພຸດ​ວານ​ນີ້​ວ່າ ​ໄດ້​ພົວພັນ​ໃນ​ການ​ເຂັ່ນຂ້າ ການ​ທໍລະມານ ​ແລະ​ການ​ລັກພາ​ໂຕ​
ຕ່າງໆ ​ເພື່ອ​ຄ່ອຍໆ​ສ້າງ​ “ບັນຍາກາດແຫ່ງ​ຄວາມ​ຢ້ານ​ກົວ​ຂຶ້ນ”.
CN-Russia Arms Ukraine Secessionists, Again
please wait

No media source currently available

0:00 0:03:44 0:00

ທ່ານ Gianni Magazzeni ​ເຈົ້າ​ໜ້າ​ທີ່​ປະຈຳ​ຫ້ອງການ​ວ່າ​ດ້ວຍ​ສິດທິ​ມະນຸດ
​ສະຫະ​ປະຊາ​ຊາດ ກ່າວ​ວ່າ "ສະຖານະ​ການໄດ້​ສ້າງ​ການ​ທ້າທາຍ​ຕ່າງໆ​
ຂຶ້ນ​ ສຳລັບ​ພວກ​ທີ່​ຕົກ​ຄ້າງ​ຢູ່​ໃນ​ລະຫວ່າງການ​ສູ້​ລົບ​ກັນ​ນັ້ນ ທີ່​ບໍ່​ມີ​
ທາງ​ເຂົ້າ​ຫາ​ການ​ບໍລິການ​ສາທາລະນະ​ຊົນ ບໍ່​ວ່າ​ຈະ​ເປັນ​ພວກ​ໂຮງ
ຮຽນ ການບໍລິການ​ດ້ານ​ການ​ແພດ ບໍ່​ວ່າ​ຈະ​ເປັນ​ເຂົ້າປາ​ອາຫານ ​
ໄຟຟ້ານ້ຳຊຶ່ງ​ນີ້​ເປັນ​ບັນຫາ​ເຊັ່ນ​ກັນຂອງ​ການພັງລະລາຍ​ລົງ​ຂອງ​ການ​
ປະຕິບັດ​ກົດໝາຍ​ແລະ​ຄວາມ​ເປັນ​ລະບຽບຮຽບຮ້ອຍ ຄວາມ​ບໍ່​ສາ
ມາດ​ທີ່​ຈະ​ໃຫ້​ຄວາມ​ປົກ​ປ້ອງ ​ເວລາ​ເກີດ​ການ​ປະຕິບັດ​ຕໍ່​ທີ່​ບໍ່ດີ ການ​
ຄຸມ​ຂັງການ​ລັກພາ​ໂຕ ​ແລະ​ການ​ທໍລະມານ ​ຕະຫຼອດທັງ​ການ​ປະຫານ
ຊີວິດ​ທີ່​ອາດ​ເປັນ​ໄປ​ໄດ້​ເຊັ່ນ​ກັນ​ທີ່​ກຳລັງ​ເກີດ​ຂຶ້ນ​ໃນ​ຂົງ​ເຂດທາງ​ພາກ​
ຕາ​ເວັນ​ອອກ​ຂອງ​ປະ​ເທດ ໃນ​ຊ່ວງ​ເດືອນ​ທີ່​ຜ່ານ​ມາ​ນີ້.

XS
SM
MD
LG