ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ເຕືອນພົນລະເມືອງ ຂອງຕົນ ເຖິງ "ການໂຈມຕີ ທີ່ອາດຈະເກີດຂຶ້ນ" ຢູ່ ອັຟການິສຖານ


ສະມາຊິກຂອງກຳລັງຮັກສາຄວາມປອດໄພ ອັຟການິສຖານ ຢືນເຝົ້າຍາມ ຢູ່ສະຖານທີ່ ການໂຈມຕີ ລະເບີດສະລະຊີບ ໃນນະຄອນຫຼວງກາບູລ ປະເທດອັຟການິສຖານ, ວັນທີ 28 ພະຈິກ 2015.
ສະມາຊິກຂອງກຳລັງຮັກສາຄວາມປອດໄພ ອັຟການິສຖານ ຢືນເຝົ້າຍາມ ຢູ່ສະຖານທີ່ ການໂຈມຕີ ລະເບີດສະລະຊີບ ໃນນະຄອນຫຼວງກາບູລ ປະເທດອັຟການິສຖານ, ວັນທີ 28 ພະຈິກ 2015.

ສະຫະລັດ ໄດ້ຮັບ “ລາຍງານທີ່ໜ້າເຊື່ອຖືໄດ້ ກ່ຽວກັບການ
ໂຈມຕີທີ່ກຳລັງຈະເກີດຂຶ້ນ”
ຢູ່ໃນນະຄອນຫຼວງ ຂອງອັຟກາ
ນິສຖານພາຍໃນສອງມື້ຂ້າງໜ້ານີ້ ແລະ ໄດ້ຮຽກຮ້ອງຢ່າງແຂງ
ຂັນ ໃຫ້ພົນລະເມືອງຂອງຕົນ ປະຕິບັດພາລະກິດ ດ້ວຍຄວາມ
ລະມັດລະວັງຢ່າງຍິງ ຖ້າເຄື່ອນໄຫວຢູ່ອ້ອມແອ້ມນະຄອນຫຼວງ
ກາບູລ.

ສະຖານທູດອາເມຣິກາ ກ່າວໃນວັນຈັນມື້ນີ້ ໃນຂ່າວສານສຸກ
ເສີນ ສຳລັບພົນລະເມືອງສະຫະລັດ ວ່າ “ບໍ່ມີລາຍລະອຽດ
ເພີ້ມຕື່ມອີກ ກ່ຽວກັບເປົ້າໝາຍຕ່າງໆ ເວລາ ຫຼື ວິທີ
ການຂອງແຜນການໂຈມຕີ”
ນີ້ ຂ່າວສານນັ້ນ ຍັງໄດ້ເຕືອນ
ຕ້ານຕໍ່ການເດີນທາງໄປຍັງອັຟການິສຖານ.

ການປະກາດນີ້ມີເນື້ອໃນວ່າ “ສະຖານະການຄວາມປອດໄພ ໃນອັຟການິສຖານ
ແມ່ນບໍ່ໝັ້ນຄົງຢ່າງຍິ່ງ ແລະ ການຂົ່ມຂູ່ຕໍ່ພົນລະເມືອງຂອງສະຫະລັດທັງໝົດ ຢູ່
ໃນອັຟການິສຖານ ຍັງຄົງຢູ່ໃນຂັ້ນຮ້າຍແຮງຢູ່. ພົນລະເມືອງ ສະຫະລັດທັງຫຼາຍ
ທີ່ຢ້ຽມຢາມ ຫຼື ອາໄສຢູ່ໃນອັຟການິສຖານ ໃນເວລານີ້ ຄວນເດີນທາງອອກຈາກ
ປະເທດ.”

ຄວາມບໍ່ປອດໄພທີ່ໄດ້ເພີ້ມຂຶ້ນ ໃນນະຄອນຫຼວງກາບູລ ແມ່ນໄດ້ກົດດັນໃຫ້ສະຖານທູດ
ສະຫະລັດ ບໍ່ອານຸຍາດ ໃຫ້ພະນັກງານຂອງຕົນ ເດີນທາງດ້ວຍທາງລົດ ແລະ ໃຫ້ໃຊ້
ເຮລິຄອບເຕີ້ແທນ. ບັນດານັກການທູດພິເສດຄົນອື່ນ ແລະ ກຸ່ມອົງການຊ່ວຍເຫຼືອ ຍັງ
ໄດ້ປະຕິບັດຄວາມລະມັດລະວັງເຊັ່ນກັນ ເພື່ອລົດຄວາມສ່ຽງຂອງພວກເຂົາເຈົ້າລົງ ໃນ
ຂະນະທີ່ເຄື່ອນຍ້າຍ ລະຫວ່າງບໍລິເວນທີ່ປອດໄພ ຢູ່ໃນນະຄອນຫຼວງອັຟການິສຖານ.

ໃນວັນເສົາຜ່ານມາ ເຈົ້າໜ້າທີ່ເລືອກຕັ້ງຂອງສູງຂອງອັຟການິສຖານ ໄດ້ລອດຊີວິດມາ
ໄດ້ ຈາກການໂຈມຕີລະເບີດສະລະຊີບ ຕໍ່ລົດຂອງທ່ານ ໃນລະຫວ່າງຕອນເຊົ້າ ເວລາ
ລົດແອອັດ ໃນນະຄອນຫຼວງກາບູລ ທີ່ໄດ້ສັງຫານຄົນຂັບຂອງເພິ່ນ ແລະ ຜູ້ປ້ອງກັນຕົວ
ຄົນນຶ່ງບາດເຈັບ. ເຫດຜົນສຳລັບຄວາມຮຸນແຮງນັ້ນ ແມ່ນບໍ່ຮູ້ຈັກເທື່ອ ແຕ່ພວກກະບົດ
ຕາລີບານ ໄດ້ເພີ້ມການໂຈມຕີ ຕໍ່ກຳລັງຮັກສາຄວາມປອດໄພ ແລະ ບັນດາເຈົ້າໜ້າທີ່
ລັດຖະບານ ຂຶ້ນອີກ ອັນເປັນສ່ວນນຶ່ງ ຂອງການຕໍ່ສູ້ຕ້ານລັດຖະບານ ດ້ວຍຄວາມຮຸນ
ແຮງ ຢ່າງຕໍ່ເນື່ອງ ທົ່ວອັຟການິສຖານ.

XS
SM
MD
LG