ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ເຕືອນກ່ຽວ​ກັບ ແຜນການຄອບງໍາຂໍ້ມູນຂ່າວສານ ຂອງຈີນ


ທັດສະນີຍະພາບຂອງສູນກາງເຂດທຸລະກິດໃນນະຄອນຫຼວງປັກກິ່ງ, ວັນທີ 30 ເມສາ 2023. ຈີນ ໃຊ້ເງິນຫຼາຍຕື້ໂດລາເຂົ້າໃນຄວາມພະຍາຍາມເພື່ອປ່ຽນແປງສະພາບແວດລ້ອມຂໍ້ມູນຂ່າວສານຂອງໂລກ.
ທັດສະນີຍະພາບຂອງສູນກາງເຂດທຸລະກິດໃນນະຄອນຫຼວງປັກກິ່ງ, ວັນທີ 30 ເມສາ 2023. ຈີນ ໃຊ້ເງິນຫຼາຍຕື້ໂດລາເຂົ້າໃນຄວາມພະຍາຍາມເພື່ອປ່ຽນແປງສະພາບແວດລ້ອມຂໍ້ມູນຂ່າວສານຂອງໂລກ.

ຈີນ ກໍາລັງຖອກເງິນຫຼາຍຕື້ໂດລາເຂົ້າໃນຄວາມພະຍາຍາມທີ່ຈະປ່ຽນແປງຂໍ້ມູນຂ່າວສານສະພາບແວດລ້ອມຂອງໂລກ ແລະ, ໃນທີ່ສຸດ, ກໍຈະບິດເບືອນຄວາມມຸ້ງມາດປາຖະໜາຂອງຫຼາຍປະເທດ ເພື່ອຄວາມກ້າວໜ້າຂອງປັກກິ່ງ, ອີງຕາມການປະເມີນໃໝ່ຈາກເຈົ້າໜ້າທີ່ສະຫະລັດ.

ໃນບົດລາຍງານທີ່ເຜີຍແຜ່ອອກມາໃນວັນພະຫັດວານນີ້ ໂດຍສູນພົວພັນລະດັບໂລກຂອງກະຊວງການຕ່າງປະເທດ, ສະຫະລັດ ໄດ້ກ່າວຫາລັດຖະບານຈີນກ່ຽວກັບການນໍາໃຊ້ຍຸດທະສາດແບບປະສົມປະສານ ໃນຄວາມພະຍາຍາມທີ່ຈະສ້າງໂລກ ທີ່ປັກກິ່ງສາ​ມາດຄວບຄຸມການໝູນວຽນຂອງຂໍ້ມູນທີ່​ສຳ​ຄັນໆ​ໂດຍ​ທາງ​ກົງ ຫຼື ທາງອ້ອມ.

ເປົ້າໝາຍຂອງຈີນແມ່ນ ເພື່ອ “ສ້າງລະບົບນິເວດຂໍ້ມູນຂ່າວສານ ທີ່ການໂຄສະນາຊວນ​ເຊື່ອ ແລະ​ບິດ​ເບືອນຂໍ້ມູນຂ່າວສານຂອງ ສ​ປ ຈີນໄດ້​ຮັບ​ຄວາມ​ສົນ​ໃຈແລະກາຍມາເປັນຜູ້ມີບົດບາດສໍາຄັນ” ອີງຕາມການເປີດເຜີຍຂອງບົດລາຍງານ. “ໂດຍບໍ່ໄດ້ຮັບການກວດກາ, ຄວາມພະຍາຍາມຂອງ ສ​ປ ຈີນ ຈະຫັນປ່ຽນພື້ນຖານຂໍ້ມູນຂ່າວສານຢູ່ໃນທົ່ວໂລກ, ສ້າງຄວາມລຳອຽງແບບບໍ່ຍຸຕິທໍາແລະຊ່ອງຫວ່າງທີ່ສາມາດເຮັດໃຫ້ປະເທດຕ່າງໆ ຕັດສິນໃຈທີ່ຈະຢູ່ພາຍໃຕ້ຜົນປະໂຫຍດທາງດ້ານເສດຖະກິດ ແລະຜົນປະໂຫຍດທາງດ້ານຄວາມໝັ້ນຄົງຂອງພວກເຂົາເຈົ້າຕໍ່ປັກກິ່ງ.”

ນີ້ບໍ່ແມ່ນຄັ້ງທໍາອິດ ທີ່ເຈົ້າໜ້າທີ່ຂອງສະຫະລັດ ໄດ້ເຕືອນກ່ຽວກັບຄວາມພະຍາຍາມຂອງຈີນ ທີ່ຈະສ້າງສະພາບແວດລ້ອມດ້ານຂໍ້ມູນຂ່າວສານທີ່ເປັນຜົນ​ເສຍຕໍ່ສະຫະລັດ ແລະບັນດາພັນທະມິດຂອງພວກເຂົາເຈົ້າ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG