ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ສັ່ງປິດ ສະຖານທູດ ແລະກົງສຸນ 20 ກວ່າແຫ່ງ (ວີດີໂອ)


ສະຖານທູດສະຫະລັດ ທີ່ນະຄອນ Tel Aviv ປະເທດອີສຣາແອລ
ສະຖານທູດສະຫະລັດ ທີ່ນະຄອນ Tel Aviv ປະເທດອີສຣາແອລ
ສະຫະລັດ​ໄດ້​ສັ່ງ​ປິດ​ສະຖານທູດ ​ແລະ​ສະຖານ​ກົງສຸນ​ຂອງ​ຕົນ ຫຼາຍກວ່າ 20 ​ແຫ່ງໃນ ວັນ​ອາທິດ​ມື້​ນີ້ ​ແລະ​ໄດ້​ອອກ​ຄໍາ​ເຕືອນ​ໃຫ້​ມີ​ການ​ຕື່ນ​ຕົວລະ​ວັງ​ໄພ ໃນ​ການ​ເດີນທາງ​ທົ່ວ​ໂລກ ສໍາລັບ​ຊາວ​ອາ​ເມ​ຣິກັນກ່ຽວ​ກັບ​ການ​ຂົ່ມຂູ່​ຂອງ​ກຸ່ມ​ກໍ່ການ​ຮ້າຍ ອາລ ຄາ​ອີ​ດາ ນັ້ນ.

ສ່ວນ​ບາງ​ປະ​ເທດ​ ​ກໍ​ໄດ້​ປະຕິບັດໃນທໍານອງ​ດຽວ​ກັນ​ກັບ​ສະຫະລັດ ​ແລະ ຝ່າຍ​ຕໍາຫຼວດ ສາກົນ ຫຼື Interpol ກໍ​ໄດ້​ອອກ​ຄໍາ​ເຕືອນ​ດ້ານ​ຄວາມ​ປອດ​ໄພ​ຂອງ​ຕົນ​ນໍາ​ເຊັ່ນ​ກັນ.

ການ​ເຕືອນ​ໄພ ​ຂອງກະຊວງ​ຕ່າງປະ​ເທດ​ສະຫະລັດນັ້ນ ​ເວົ້າເຖິງ​ຄວາມ ​ເປັນ​ໄປ​ໄດ້ໃນ​ການ​ໂຈມ​ຕີ​ຂອງ​ພວກ​ກໍ່​ການ​ຮ້າຍ ຊຶ່ງ​ໂດຍ​ສະ​ເພາະ​ແລ້ວແມ່ນ​ມີ​ສູງ​ຢູ່​ໃນ​ເຂດ​ຕາ​ ເວັນ ​ອອກ​ກາງ​ແລະ​ອາ​ຟຣິກາ​ເໜືອ ກວ່າ​ແຫ່ງ​ອື່ນ​ໆ. ກະຊວງ​ຕ່າງປະ​ເທດ​ເວົ້າ​ອີກ​ວ່າ ກຸ່ມ​ອາລຄາ​ອີ​ດາ ​ແລະ​ກຸ່ມ​ສາຂາ​ຂອງ​ຕົນ ນັ້ນ ​ແມ່ນ​ກໍາລັງ​ສຸມ​ຄວາມ​ພະຍາຍາມເພື່ອ​ທໍາ​ການ​ໂຈມ​ຕີ​ໃນ​ໄລຍະ​ລະ​ແຕ່ ​ປັດຈຸບັນ ​ໄປ​ຈົນ​ເຖິງ​ທ້າຍ​ເດືອນ​ສິງຫາ​ຕໍ່ໜ້າ​ນີ້ ​ແລະ​ວ່າ ການ ​ໂຈມ​ຕີ​ເຫຼົ່ານັ້ນ ອາດ​ເປັນ​ໄປ​ໄດ້​ວ່າ ​ຈະ​ມາ​ຈາກ​ເຂດແຫລມ​ອາຫຣັບກໍ​ເປັນໄດ້.

​ເມື່ອ​ວັນ​ເສົາ​ວານ​ນີ້ ທໍານຽບຂາວ ​ໄດ້​ຈັດ​ກອງ​ປະຊຸມ​ລະດັບ​ສູງ​ຂຶ້ນບັ້ນ​ນຶ່ງ ກ່ຽວ​ກັບ​ຄວາມ​ຢ້ານ​ກົວ​ພວກ​ກໍ່​ການ​ຮ້າຍ. ບຸກຄົນ​ສໍາຄັນ​ທີ່​ໄດ້​ເຂົ້າຮ່ວ​ມ​ໃນ ກອງ​ປະຊຸມ​ບັ້ນ​ດັ່ງ ກ່າວ​ນັ້ນ ກໍ​ມີ​ທ່ານ​ນາງ Susan Rice ທີ່​ປຶກສາ​ດ້ານ ຄວາມ​ໝັ້ນຄົງ​ແຫ່ງຊາດ​ສະຫະ ລັດ ​ໂຮມ​ທັງ ທ່ານ John Kerry ລັດຖະ ມົນຕີ​ຕ່າງປະ​ເທດ ທ່ານ Chuck Hagel ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ​ແລະທ່ານນາງ Janet Napolitano ລັດຖະມົນຕີ​ກະ ຊວງຮັກສາ​ຄວາມ​ປອດ​ໄພ​ພາຍ​ໃນ ພ້ອມດ້ວຍ​ຫົວໜ້າ​ອົງການ​ສືບ​ລັບຊີ​ໄອ​ເອ ​ສະຫະ ລັດ ຫົວໜ້າ​ອົງການ​ສັນຕິ​ບານກາງ​ເອັຟບີ​ອາຍ ​ແ​ລະ​ຫົວໜ້າ​ອົງການ​ຄວາ​ມ ໝັ້ນຄົງ​ແຫ່​ງຊາດ​ສະຫະລັດ.

​ໃນ​ຂະນະ​ນີ້ ອົງການ​ຕໍາຫຼວດສາກົນ ​ເວົ້າ​ວ່າ ຄໍາ​ເຕືອນ​ລະວັງ​ໄພ​ຂອງ​ຕົນ ​ນັ້ນ ​ແມ່ນ​ມີ​ສາ​ເຫດ​ມາຈາກ​ເຫດການ​ແຫກ​ຄຸກ ​ໃນ​ອິຣັກ ລີ​ເບຍ ປາ​ກີສ ຖານ ​ແລະ​ອີກ​ຫົກ​ປະ​ເທດ ​ເມື່ອ​ບໍ່​ດົນ​ມາ​ນີ້. ອົງການ​ຕໍາຫຼວດສາກົນ ຫຼື Interpol ​ເວົ້າ​ວ່າ ກຸ່ມ ​ອາລ ຄາ​ອີ​ດາ ຖືກ​ສົງ​ໄສ​ວ່າ ມີ​ສ່ວນ​ພົວພັນ​ກັບ​ເຫດການແຫກ​ຄຸກຫຼາຍໆ​ບັ້ນ​ຜ່ານ​ມາ ຊຶ່ງ​ອົງການ​ດັ່ງກ່າວ ເວົ້າ​ວ່າ ​ເປັນ​ສາ​ເຫດ​ທີ່​ເຮັດ​ໃຫ້ພວກ​ກໍ່​ການ​ຮ້າຍຫຼາຍຮ້ອຍ​ຄົນ ​ແລະ​ພວກອາດຊະຍາ​ກອນອື່ນໆ ຫຼົບໜີໄປ​ໄດ້.

ອັງກິດ ​ແລະ​ເຢຍຣະມັນ ກໍ​ໄດ້​ປະກາດ​ວ່າ ພວກ​ຕົນ​ກໍ​ຈະ​ປິດ​ສະຖານທູດ ຂອງ​ຕົນ​ຢູ່​ໃນ​ປະ​ເທດ​ເຢ​ເມັນໃນ​ວັນ​ອາທິດ ​ແລະ​ວັນ​ຈັນ ນໍາ​ດ້ວຍ ຍ້ອນ ຄວາມ​ເປັນ​ຫ່ວງ​ດ້ານ​ຄວາມ​ປອດ​ໄພ​ທີ່​ໄດ້​ເພີ່ມ​ທະວີ​ຂຶ້ນ​ໄປ​ນັ້ນ.

ສະຖານທູດ ​ແລະ​ສະຖານ​ກົງສຸນ​ສະຫະລັດ​ສ່ວນຫຼາຍ ​ກໍ​ໄດ້​ຖືກ​ປິດ​ໃນ ວັນ​ອາທິດ​ມື້​ນີ້ ​ແມ່ນ​ຢູ່​ພວກ​ປະ​ເທດ​ທີ່​ນັບຖື​ສາສະໜາ​ອິສລາມ ​ໂຮມ​ທັງ​ສະຖານທູດ​ໃນ​ອີຣັກ ລີ​ເບຍ ​ແລະ​ເຢ​ເມັນ. ທາງ​ການ​ສະຫະລັດ​ເວົ້າ​ວ່າ ການ​ປິດສະຖານ​ທູດ ​ແລະ​ສະຖານ​ກົງສຸນເຫຼົ່ານີ້ ອາດ​ຍືດຍາວ​ອອກ​ໄປ​ໄດ້ ຫຼັງຈາກ​ການ​ປະ​ເມີນ​ສະຖານະ​ການ​ແລ້ວ.

ເບິ່ງວີດີໂອ:

XS
SM
MD
LG