ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສຫລ ເຕືອນ ເກົາຫຼີເໜືອ ​ໃຫ້​ຢຸດ​ເຊົາ ການຍິງປືນໃຫຍ່ ເຂົ້າໄປ​ ໃນນ່ານນຳ້ ເກົາຫຼີໃຕ້


ລັດຖະມົນຕີປ້ອງກັນປະເທດ ສ​ຫລ ທ່ານ Chuck Hagel
ລັດຖະມົນຕີປ້ອງກັນປະເທດ ສ​ຫລ ທ່ານ Chuck Hagel
ສະຫະລັດ​ເຕືອນ​ວ່າ ການ​ເຝິກ​ຊ້ອມ​ຍິງ​ປືນ​ໃຫຍ່​ເທື່ອ​ໃໝ່
​ຂອງ​ເກົາຫລີ​ເໜືອ ​ແມ່ນເປັນ​ອັນຕະລາຍ ​ແລະ​ຈະ​ຕ້ອງ​
ຢຸດຕິ​ລົງ.

ລັດ​ຖະມົນ​ຕີປ້ອງ​ກັນ​ປະ​ເທດສະຫະລັດ ທ່ານ Chuck
Hagel ​ໄດ້​ເຕືອນ ຢ່າງແຮງ​ ​ໃນ​ລະຫວ່າງ​ການຖະແຫຼງຕໍ່
ບັນດາ​ນັກ​ຂ່າວ ​ໃນ​ວັນ​ຈັນ​ວານ​ນີ້.

ທ່ານ Hagel ກ່າວ​ວ່າ: “ການ​ທ້າທາຍເກາະຜິດ ທີ່ເກົາຫລີ​
ເໜືອ​ໄດ້​ເຂົ້າ​ພົວ ພັນອີກຄັ້ງນຶ່ງນັ້ນ​ ແມ່ນເປັນ​ອັນຕະລາຍ
​ແລະ​ຈະ​ຕ້ອງ​ຢຸດຕິລົງ.”

ທ່ານ Hagel ກ່່າວວ່າ ​ເລື່ອງ​ດັ່ງກ່າວ​ນີ້ ຈະ​ແມ່ນສິ່ງ​ທີ່​ທ່ານຈະນຳ​ໄປສົນທະນາ​ກັບ​ຄູ່​ຕຳ​ແໜ່​ງຝ່າຍຈີນ ​ໃນລະຫວ່າງ​ການ​ເດີນ​ທາງ ໄປຢ້ຽມຢາມ​ນະຄອນຫລວງ​ປັກ​ກິ່ງ ຄັ້ງຈະ
ມາ​ນີ້.

ຈີນກ່າວ​ວ່າ ຕົນມີ​ຄວາ​ມ​ເປັນ​ຫ່ວງ​ກ່ຽວກັບ​ຄວາມ​ປະພຶ​ດຂອງພຽງ​ຢາງ ​ແຕ່​ໄດ້​ຮ້ອງ​ໃຫ້​ທັງເກົາຫລີ​ເໜືອ ​ແລະ​ເກົາຫລີ​ໃຕ້ ໃຊ້ຄວາມຢັບຢັ້ງ.

​ເກົາຫລີ​ເໜືອ ​ໄດ້​ຍິງ​ລູກປືນ​ໃຫຍ່​ຫລາຍ​ກວ່າ 100 ລູກ ​ເຂົ້າ​ໄປ​ໃສ່ເຂດ​ນ່ານນໍ້າ ​ເກົາຫລີ​ໃຕ້ ​ໃນ​ວັນ​ຈັນ​ວານ​ນີ້ ໃນອັນທີ່ປາກົດວ່າ ເປັນປະຕິກິລິຍາຕໍ່​ການ​ຊ້ອ​ມ ລົບຮ່ວມ​ທາງ​ທະຫານ​ ລະຫວ່າງສະຫະລັດ​ແລະ​ເກົາຫລີ​ໃຕ້.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 18 ເມສາ 2024

XS
SM
MD
LG