ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສຫລ ເຕືອນ ເກົາຫຼີເໜືອ ວ່າ ຕົນຈະບໍ່ຍິນຍອມ ໃຫ້ຫຍັງ ໂດຍປາດສະຈາກ ການປົດອາວຸດ


ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ຖືເອກກະສານ ສະບັບນຶ່ງ ທີ່ທ່ານ ແລະ ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ໄດ້ລົງນາມ ຢູ່ ຣີສອດ ກາແປລລາ ໃນເກາະເຊນໂຕຊາ, ວັນທີ 12 ມິຖຸນາ 2018, ທີ່ປະເທດສິງກະໂປ.
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ຖືເອກກະສານ ສະບັບນຶ່ງ ທີ່ທ່ານ ແລະ ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ໄດ້ລົງນາມ ຢູ່ ຣີສອດ ກາແປລລາ ໃນເກາະເຊນໂຕຊາ, ວັນທີ 12 ມິຖຸນາ 2018, ທີ່ປະເທດສິງກະໂປ.

ເຈົ້າ​ໜ້າ​ທີ່​ຂັ້ນສູງຂອງ​ກະຊວງ​ຕ່າງປະ​ເທດ ​ສະຫະລັດ ​ຢືນຢັດ​ວ່າ ​ເກົາຫຼີ​ເໜືອ​ຈະ​ຕ້ອງ​
ເປັນຝ່າຍເລີ້ມກ່ອນ ຖ້າພຽງ​ຢາງ ​ຢາກ​ຈະເຮັດ​ຂໍ້ຕົກລົງ​ກັບ ​ສະຫະລັດ.

ບັນດາ​ນັກ​ເຈລະຈາ​ຈາກ​ ສະຫະລັດ ​ເກົາຫຼີ​ເໜືອ ​ແລະ​ເກົາຫຼີ​ໃຕ້ ​ໄດ້​ພົວ​ພັນໃນ​ການ​ສົນທະນາກັນ ແບບບຸດແລະເລີ້ມ ບຸດແລະເຊົາ ກ່ຽວກັບ​ການປົດອາວຸດ​ນິວ​ເຄລຍ
ນັບຕັ້ງ​ແຕ່​ກອງ​ປະຊຸມ​ສຸດ​ຍອດ ໃນເດືອນ​ມິຖຸນ​າ ຢູ່ທີ່​ສິງກະ​ໂປ ລະຫວ່າງ​ ຜູ້ນຳເກົາຫຼີ
​ເໜືອ ທ່ານ ​ກິມ ຈົງ ອຶນ ​ແລະ​ປະທານາທິບໍດີ​ ສະຫະລັດ ທ່ານ​ ດໍ​ໂນ​ລ ທຣໍາ.

​ແຕ່​ເຖິງ​ແມ່ນຈະ​ມີ​ຄວາມ​ຫວັງທີ່​ສູງ​ ໃນບາງສ່ວນ ຄວາມ​ພະຍາຍາມ​ກໍບໍ່ໄດ້ຮັບຜົນດີ
ປານໃດ ຍ້ອນ​ຂາດເລື້ອງ​ສະ​ເພາະ​ເຈາະ​ຈົງ​ ຈາກເກົາຫຼີ​ເໜືອ ພ້ອມທັງ ​ການ​ຮຽກຮ້ອງ
ຕ້ອງການ​ຂອງ​ພຽງ​ຢາງ ເພື່ອໃຫ້ຄໍ້າປະກັນ​ຄວາມ​ປອດ​ໄພ ແລະ​ການ​ຍິນຍອມ​ອື່ນໆ
ລ່ວງໜ້າ ໃນ​ການ​ກຳຈັດອາວຸດ​ນິວ​ເຄລຍຂອງຕົນ.

ໃນພາບນີ້ ທີ່ເອົາອອກມາຈາກວີດີໂອ ຖ່າຍທຳໂດຍ KRT ຂອງເກົາຫຼີເໜືອ, ສະແດງໃຫ້ເຫັນ ການເດີນສວນສະໜາມ ຂອງກອງທັບ ຈັດຂຶ້ນໃນນະຄອນຫຼວງ ພຽງຢາງ ຂອງເກົາຫຼີເໜືອ, ວັນທີ 8 ກຸມພາ 2018.
ໃນພາບນີ້ ທີ່ເອົາອອກມາຈາກວີດີໂອ ຖ່າຍທຳໂດຍ KRT ຂອງເກົາຫຼີເໜືອ, ສະແດງໃຫ້ເຫັນ ການເດີນສວນສະໜາມ ຂອງກອງທັບ ຈັດຂຶ້ນໃນນະຄອນຫຼວງ ພຽງຢາງ ຂອງເກົາຫຼີເໜືອ, ວັນທີ 8 ກຸມພາ 2018.

ທ່ານນາງ​ແອນ​ເດຣຍ ທອມ​ສັນ ຮອງ​ລັດຖະມົນຕີ​ ວ່າການຕ່າງປະ​ເທດ ຮັບຜິດຊອບ
ດ້ານການ​ຄວບ​ຄຸມ​ອາວຸດ ​ແລະ​ຄວາມ​ໝັ້ນຄົງ​ສາກົນ ກ່າວ​ຕໍ່​ບັນດາ​ນັກຂ່າວ ໃນວັນ
ສຸກວານນີ້ ຢູ່ທີ່ວໍຊິງຕັນ​ວ່າ “ພວກ​ເຮົາ​ຈະ​ບໍ່​ໃຫ້ຫຍັງເລີຍ ຈົນ ກວ່າວ່າ ເກົາຫຼີເໜືອ
ເຮັດສິ່ງທີ່ຕົນ ກ່າວໄປນັ້ນ.”

ບັນດາເຈົ້າໜ້າທີ່ ໃນພຽງຢາງ ກ່ອນອື່ນຕ້ອງໄດ້ປະຕິບັດຕາມ “ພັນທະຂອງ ພວກ
ເຂົາເຈົ້າ ທີ່ວ່າ ພວກເຂົາເຈົ້າໄດ້ໃຫ້ຄວາມໝັ້ນໝາຍໄວ້ ຢູ່ທີ່ສິງກະໂປ”
ທ່ານນາງ
ທອມສັນ ໄດ້ກ່າວໄປ ໂດຍອ້າງອີງເຖິງ ການປະຕິຍານ ຂອງ ພວກເຂົາເຈົ້າທີ່ຈະປົດ
ອາວຸດນິວເຄລຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG