ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ເຕືອນອີຣ່ານ ກ່ຽວກັບການລອບສັງຫານ


ໂຄສົກກະຊວງການຕ່າງປະເທດສະຫະລັດ ທ່ານນາງ Victoria Nuland
ໂຄສົກກະຊວງການຕ່າງປະເທດສະຫະລັດ ທ່ານນາງ Victoria Nuland

ສະຫະລັດກ່າວວ່າຕົນໄດ້ພົບປະໂດຍກົງກັບເຈົ້າໜ້າທີ່ອີຣ່ານໃນຕົ້ນສັບປະດານີ້ກ່ຽວກັບການ
ວາງແຜນຂອງອີຣ່ານທີ່ຈະສັງຫານເອກອັກຄະລັດຖະທູດ Saudi Arabia ປະຈຳສະຫະລັດ ຕາມທີ່ມີການກ່າວຫາກັນນັ້ນ.

ໂຄສົກກະຊວງການຕ່າງປະເທດສະຫະລັດທ່ານນາງ Victoria Nuland ກ່າວຕໍ່ພວກນັກ
ຂ່າວທີ່ກຸງວໍຊິງຕັນວ່າ ການພົບປະທີ່ວ່ານີ້ແມ່ນເພື່ອສະແດງໃຫ້ຢ່າງຈະແຈ້ງວ່າສະຫະລັດຖື
ວ່າການປະພຶດແບບນັ້ນແມ່ນເປັນສິ່ງທີ່ຮັບເອົາບໍ່ໄດ້ແລະເປັນການລະເມີດຕໍ່ກົດໝາຍຂອງ
ສະຫະລັດແລະກົດໝາຍຂອງນາໆຊາດນຳດ້ວຍ.

ທ່ານນາງເວົ້າວ່າ ການດຳເນີນຄວາມພະຍາຍາມໃດໆກໍຕາມຂອງອີຣ່ານທີ່ຈະປະຕິເສດກ່ຽວ
ກັບການພົບປະດັ່ງກ່າວ ແມ່ນສະແດງໃຫ້ເຫັນອີກເທື່ອນຶ່ງວ່າ ອີຣ່ານໄດ້ເວົ້າຄວາມຈິງໜ້ອຍ ຫຼາຍປານໃດກ່ຽວກັບເລື່ອງເຫຼົ່ານີ້.

ໃນມື້ວານນີ້ ອົງການຂ່າວ Mehr ຂອງອີຣ່ານ ໄດ້ອ້າງຄຳເວົ້າຂອງເຈົ້າໜ້າທີ່ອີຣ່ານຄົນນຶ່ງ ປະຈຳອົງການສະຫະປະຊາຊາດທີ່ກ່າວວ່າບໍ່ໄດ້ມີການພົບປະໂດຍກົງໃດໆລະຫວ່າງສະຫະ
ລັດແລະອີຣ່ານ.

ນອກນັ້ນແລ້ວໃນມື້ວານນີ້ ສະມາຊິກລັດຖະສະພາສະຫະລັດບາງຄົນໄດ້ຮຽກຮ້ອງໃຫ້ລັດ
ຖະບານທ່ານໂອບາມາ ທຳການກົດດັນເພີ່ມຂຶ້ນ ຕໍ່ອີຣ່ານ. ສະມາຊິກສະພາຫຼາຍໆທ່ານ
ກ່າວໃນມື້ວັນສຸກວານນີ້ວ່າ ການລົງໂທດຕໍ່ອີຣ່ານບໍ່ເປັນທີ່ປາກົດວ່າໄດ້ຜົນແລະເວົ້າວ່າຈຳ
ເປັນຕ້ອງໄດ້ມີການເອົາມາດຕະການທີ່ໜັກຂຶ້ນກວ່າເກົ່າ.

ຮອງລັດຖະມົນຕີກະຊວງການເງິນຂອງສະຫະລັດທ່ານ David Cohen ກ່າວໂຕ້ແຍ້ງໃນ
ມື້ວານນີ້ວ່າ ການລົງໂທດຕໍ່ອີຣ່ານແມ່ນໄດ້ຜົນດີ. ທ່ານເວົ້າວ່າລັດຖະບານທ່ານໂອບາມາ
ກຳລັງພິຈາລະນາການລົງໂທດຄັ້ງໃໝ່ທີ່ແນໃສ່ທະນາຄານກາງຂອງ ອີຣ່ານ.

ໃນມື້ວັນພະຫັດຜ່ານມານີ້ ປະທານາທິບໍດີບາຣັກໂອບາມາ ໄດ້ເຕືອນເຈົ້າໜ້າທີ່ອີຣ່ານວ່າ
ພວກເຂົາເຈົ້າປະເຊີນກັບການລົງໂທດໜັກທີ່ສຸດເທົ່າທີ່ເປັນໄປໄດ້ຕໍ່ອັນທີ່ທ່ານເອີ້ນວ່າການ ສົມຮູ້ຮ່ວມຄິດຂອງພວກເຂົາເຈົ້າ ໃນການວາງແຜນລອບສັງຫານ ເອກອັກຄະລັດຖະທູດ
Saudi Arabia ທ່ານ Adel al-Jubeir ຕາມທີ່ມີການກ່າວຫານັ້ນ.

XS
SM
MD
LG