ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດເຕືອນວ່າ ອີຣ່ານກໍາລັງຊ່ວຍ ເຮັດໃຫ້ການກັບມາປາກົດໂຕຂຶ້ນໃໝ່ ຂອງກຸ່ມອາລ- ຄາຍດາ ເປັນໄປໄດ້ສູງ


ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ, ທ່ານໄມຄ໌ ພອມພຽວກ່າວ ຢູ່ໃນຄຳປາໄສຢູ່ທີ່ສະໂມສອນນັກຂ່າວແຫ່ງຊາດໃນນະຄອນຫຼວງວໍຊິງຕັນ ໃນນະຄອນຫລວງວໍຊິງຕັນ ໃນວັນທີ 12 ມັງກອນ 2021
ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ, ທ່ານໄມຄ໌ ພອມພຽວກ່າວ ຢູ່ໃນຄຳປາໄສຢູ່ທີ່ສະໂມສອນນັກຂ່າວແຫ່ງຊາດໃນນະຄອນຫຼວງວໍຊິງຕັນ ໃນນະຄອນຫລວງວໍຊິງຕັນ ໃນວັນທີ 12 ມັງກອນ 2021

ໄກໄປຈາກການທີ່ອາດຈະຫັບຫາຍໄປຢູ່ໃນຄວາມມືດມົວ, ອົງການກໍ່ການຮ້າຍຈີຮາດທີ່ຢ້ານກົວທີ່ສຸດໃນໂລກອົງການນຶ່ງ ອາດຈະກຽມພ້ອມ ທີ່ຈະກັບມາປາກົດໂຕຂຶ້ນໃໝ່ ຍ້ອນມີພັນທະມິດທີ່ບໍ່ໜ້າຈະເປັນໄປໄດ້.

ເກືອບສອງທົດສະວັດມາແລ້ວພາຍຫລັງທີ່ສະຫະລັດທໍາອິດໄດ້ຕັ້ງເປົ້າໝາຍໃສ່ການນຳຂອງກຸ່ມອາລ-ຄາຍດາໃນອັຟການິສຖານ ສຳລັບການດໍາເນີນການໂຈມຕີໃນວັນທີ 11 ກັນຍາ 2001 ຕໍ່ສູນການຄ້າໂລກ ໃນນະຄອນນິວຢອກ ແລະທໍານຽບຫ້າແຈ, ກຸ່ມກໍ່ການຮ້າຍໄດ້ໄປຕັ້ງບ່ອນຢູ່ອາໄສແຫ່ງໃໝ່, ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ, ທ່ານໄມຄ໌ ພອມພຽວ ກ່າວເຕືອນໃນວັນອັງຄານວານນີ້, ຊຶ່ງທ່ານໄດ້ສະແດງໃຫ້ຮູ້ວ່າ ອັນນຶ່ງແມ່ນອາໄສຢູ່ບ່ອນທີ່ໄກຈາກຄວາມສາມາດເຂົ້າໄປເຖິງໄດ້ ຂອງທະຫານອາເມຣິກາ.

ທ່ານພອມພຽວກ່າວຢູ່ໃນຄຳປາໄສຢູ່ທີ່ສະໂມສອນນັກຂ່າວແຫ່ງຊາດໃນນະຄອນ ຫຼວງວໍຊິງຕັນວ່າ "ກຸ່ມອາລ-ຄາຍດາມີບ່ອນທີ່ເປັນຖານທັບໃໝ່. ມັນແມ່ນສາທາ ລະນະລັດອິສລາມອີຣ່ານ".

ທ່ານພອມພຽວອີກກ່າວວ່າ "ເຕຫະຣ່ານໄດ້ອະນຸຍາດໃຫ້ກຸ່ມອາລ-ຄາຍດາ ສາ ມາດລະດົມທຶນ, ສາມາດຕິດຕໍ່ສື່ສານກັບບັນດາສະມາຊິກອາລ-ຄາຍດາໃນທົ່ວໂລກ, ແລະປະຕິບັດໜ້າທີ່ອື່ນໆຫຼາຍຢ່າງທີ່ໃນເມື່ອກ່ອນ ແມ່ນຖືກສົ່ງອອກມາຈາກອັຟການິສຖານ ຫຼືປາກິສຖານ."

ທ່ານກ່າວຕື່ມວ່າ "ເນື່ອງຈາກວ່າມີການຊ່ວຍເຫລືອນີ້, ກຸ່ມອາລ-ຄາຍດາໄດ້ເຮັດໃຫ້ມີສູນກາງການນໍາພາຂອງຕົນ ຢູ່ໃນເຕຫະຣ່ານ," ໂດຍກ່າວເຖິງອີຣ່ານວ່າເປັນ "ສຳນັກງານໃຫຍ່ຂອງການປະຕິບັດງານແຫ່ງໃໝ່ຂອງກຸ່ມກໍ່ການຮ້າຍນັ້ນ."

ຄຳເຕືອນ ຈາກຫົວໜ້ານັກການທູດຂອງສະຫະລັດ, ໃນເວລາທີ່ການດຳລົງຕຳ
ແໜ່ງປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ ກໍາລັງຈະສິ້ນສຸດລົງນັ້ນໄດ້ເອົາຈຸດເພັ່ງເລັງຂອງລັດຖະບານກັບຄືນມາຫາອີຣ່ານອີກ, ເຊິ່ງລັດຖະບານດັ່ງ ກ່າວໄດ້ວິພາກວິຈານໃນຕອນຕົ້ນໆແລະກໍໃນເວລາຕໍ່ມາຫລັງຈາກການສາບານຕົວເຂົ້າຮັບຕໍາແໜ່ງຂອງທ່ານທຣໍາ. ແຕ່ມັນກໍຍັງສະແດງໃຫ້ເຫັນເຖິງການປ່ຽນແປງທີ່ໜ້າແປກ ຂອງການປະເມີນເບິ່ງກຸ່ມອາລ-ຄາຍດາ ທີ່ເຈົ້າໜ້າທີ່ບໍລິ ຫານຂັ້ນສູງຄົນອື່ນໆ ໄດ້ເວົ້າໃຫ້ຟັງໃນ ໄລຍະຫຼາຍເດືອນທີ່ຜ່ານມານີ້.
"ຂ້າພະເຈົ້າຄິດວ່າອາລ-ຄາຍດາກໍາລັງຈະອ່ອນແຮງລົງຢ່າງບໍ່ຕ້ອງສົງໄສເລີຍ”, ນັ້ນຄືຄໍາເວົ້າຂອງທ່ານ ເນທານ ເຊລສ໌ (Nathan Sales), ຜູ້ປະສານງານດ້ານການຕ້ານການກໍ່ການຮ້າຍ ຂອງກະຊວງການຕ່າງປະເທດໄດ້ກ່າວຕໍ່ກອງປະຊຸມທາງອອນລາຍໃນເດືອນພະຈິກຜ່ານມານີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG