ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ເຕືອນຈີນ ກ່ຽວກັບ ເລື້ອງຮົງກົງ


ລັດຖະມົນຕີ ກະຊວງຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ
ລັດຖະມົນຕີ ກະຊວງຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ

ໂດຍທີ່ໃນບໍ່ຊ້ານີ້ກະຊວງຕ່າງປະເທດສະຫະລັດຈະພິມເຜີຍແຜ່ລາຍງານເພື່ອຊັ່ງຊາເບິ່ງການປົກຄອງຕົນເອງຂອງຮົງກົງ ສະຫະລັດໄດ້ສະແດງຄວາມເປັນຫ່ວງ ກ່ຽວກັບການໃຊ້ກຳລັງ ຫຼືວິທີທີ່ໜັກມື ແລະເຄັ່ງຄັດເກີນໄປຢູ່ໃນຮົງກົງ.

ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ ກ່າວລະຫວ່າງກອງ ປະຊຸມນັກຂ່າວໃນວັນພຸດວານນີ້ວ່າ “ພວກຍັງສືບຕໍ່ ສັງເກດການ ດ້ວຍຄວາມ ເປັນຫ່ວງເພີ້ມຂຶ້ນ ທີ່ປັກກິ່ງໄດ້ພະຍາຍາມຫຼາຍຂຶ້ນທີ່ຈະແຊກແຊງເຂົ້າການປົກ ຄອງຂອງຮົງກົງ. ການຊຸມໂຊມລົງຂອງອິດສະຫຼະພາບໃນຮົງກົງ ແມ່ນບໍ່ສອດ ຄ່ອງກັບຄຳໝັ້ນສັນຍາທີ່ພັກຄອມມິວນິສຈີນໄດ້ໃຫ້ໄວ້ ກ່ຽວກັບ “ນຶ່ງປະເທດມີ ສອງລະບົບ.”

ທ່ານໄດ້ກ່າວຕໍ່ບັນດານັກຂ່າວວ່າ “ໃນຄວາມພະຍາຍາມໃດໆກໍຕາມທີ່ຈະອອກ ຮ່າງກົດໝາຍວ່າດ້ວຍຄວາມປອດໄພຢ່າງເຄັ່ງຄັດສຳລັບຮົງກົງນັ້ນ ຈະບໍ່ສອດ ຄ່ອງກັບຄໍາໝັ້ນສັນຍາຂອງປັກກິ່ງແລະຈະເປັນຜົນກະທົບຕໍ່ຜົນປະໂຫຍດຂອງ ອາເມຣິກັນຢູ່ທີ່ນັ້ນ.”

ຄຳຖະແຫຼງຂອງທ່ານພອມພຽວ ມີຂື້ນໃນຂະນະທີ່ ກະຊວງຕ່າງປະເທດມີກຳ ໜົດສະເໜີລາຍງານຕໍ່ສະພາ ໃນການຊັ່ງຊາຂອງສະຫະລັດກ່ຽວກັບຖານະການ ໃນການປົກຄອງຕົນເອງຂອງຮົງກົງ.

ກົດໝາຍສະຫະລັດບັງຄັບໃຫ້ກະຊວງຕ່າງ ປະເທດຢັ້ງຢືນວ່າ ຮົງກົງໄດ້ຮັບການປົກຄອງຕົນເອງຢ່າງພຽງພໍ ເພື່ອເປັນເຫດ ຜົນໃຫ້ສະຫະລັດຜ່ອນຜັນເງື່ອນໄຂໃນເລື້ອງການຄ້າ ເພື່ອຊ່ວຍໃຫ້ຮົງກົງຮັກສາ ຕຳແໜ່ງໃນຖານະເປັນສູນກາງການເງິນໂລກ.

ຄວາມເຄັ່ງຕຶງທາງການເມືອງໄດ້ທະວີຂຶ້ນຢູ່ໃນຮົງກົງ ຫຼັງຈາກຜູ້ຕາງໜ້າສູງສຸດ ຂອງປັກກິ່ງຢູ່ທີ່ນັ້ນ ໄດ້ກ່າວວ່າ ຕົນບໍ່ໄດ້ຜູກໝັດໂດຍກົດໝາຍ ທີ່ຈຳກັດການ ແຊກແຊງຈາກບັນດາພະແນກການຕ່າງໆຂອງຈີນແຜ່ນດິນໃຫຍ່ຢູ່ໃນອະດີດຫົວ ເມືອງຂຶ້ນຂອງອັງກິດ.

ຮົງກົງໄດ້ຖືກໂອນຄືນໄປໃຫ້ປັກກິ່ງໃນປີ 1997 ພາຍໃຕ້ “ນຶ່ງປະເທດ ສອງລະ ບົບ” ຊຶ່ງເປັນຂອບທີ່ອະນຸມັດໃຫ້ຮົງກົງມີສິດເສລີພາບຢ່າງກວ້າງຂວາງທີ່ບໍ່ເຄີຍ ເຫັນຢູ່ໃນຈີນແຜ່ນດິນໃຫຍ່.

ໃນບໍ່ເທົ່າໃດອາທິດທີ່ຜ່ານມານີ້ ເຈົ້າໜ້າທີ່ປະຕິບັດກົດໝາຍຂອງຮົງກົງ ໄດ້ຈັບ ກຸມບັນດານັກເຄື່ອນໄຫວເພື່ອປະຊາທິປະໄຕ 15 ຄົນ ຮວມທັງທ່ານມາຕິນ ລີ ອາຍຸ 81 ປີ ອັນເປັນການເຄື່ອນໄຫວທີ່ຖືກປະນາມໂດຍສະຫະລັດ.

ຈີນບໍ່ຮັບເອົາການຕຳໜິ ໂດຍກ່າວວ່າສະຫະລັດກຳລັງແຊກແຊງ ເຂົ້າໃນກິດຈະການພາຍໃນຂອງຈີນ.

ອ່່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG