ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະຫະລັດ ເຕືອນຈີນ ກ່ຽວກັບ ອາດຊະຍາກໍາ ທາງ ອິນເຕີແນັດ


ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ ປະ​ຈໍາ​ທໍາ​ນຽບຂາວ ຮຽກຮ້ອງ​ໃຫ້​ຈີນເອົາ​ບາດ
​ກ້າວ​ຢຸດ​​ເຊົາການ​ກໍ່​ອາດຊະຍາ​ກຳ​ທາງ​ດ້ານ​ອິນ​ເຕີ​​ແນັດ
ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ ປະ​ຈໍາ​ທໍາ​ນຽບຂາວ ຮຽກຮ້ອງ​ໃຫ້​ຈີນເອົາ​ບາດ ​ກ້າວ​ຢຸດ​​ເຊົາການ​ກໍ່​ອາດຊະຍາ​ກຳ​ທາງ​ດ້ານ​ອິນ​ເຕີ​​ແນັດ
ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ ປະ​ຈໍາ​ທໍາ​ນຽບຂາວຄົນ​ນຶ່ງ​ ຮຽກຮ້ອງ​ໃຫ້​ຈີນ ຈົ່ງ​
ເອົາ​ບາດ​ກ້າວ​ຢຸດເຊົາການ​ກໍ່​ອາຊະຍາ​ກຳ​ທາງ​ດ້ານ​ອິນ​ເຕີແນັດ ​
ໂດ​ຍກ່າວ​ວ່າ ບັນຫາ​ດັ່ງກ່າວ “ກໍາລັງ​ເປັນການ​ທ້າ​ທາຍທີ່ເຕີບ
ໃຫຍ່​ຂຶ້ນ​ນັບ​ມື້” ຕໍ່​ຄວາມສໍາພັນ​ລະຫວ່າງສະຫະລັດ ​ແລະຈີນ.

ທີ່​ປຶກສາດ້ານ​ຄວາມປອດ​ໄພແຫ່ງ​ຊາດຂອງສະຫະລັດ ທ່ານ Tom Donilon ​ໄດ້​ຮຽກຮ້ອງ​ໃນ​ວັນ​ຈັນ​ວານ​ນີ້ ​ໃຫ້​ຈີນ​ຮັບ​ຮູ້​ໃນ​ຄວາມ​ຮ້າຍ​ແຮງ​ຂອງ​ບັນຫາ​ນີ້ ​ແລະ​ທໍາ​ການ​ເຈລະຈາ​ກັບ​ສະຫະລັດ ​ໃນ​ເລື້ອງ​ຄວາມ​ປະພຶດ​ທາງ​ອິນ​ເຕີ​ແນັດ ທີ່​ຮັບ​ເອົາ​ໄດ້ນັ້ນ.

​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ທ່ານ​ນາງ Hua Chunying ​ໄດ້​ກ່າວ​ຕອບ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ປັກ​ກິ່ງ​ແມ່ນ​ເປີດ​ກ້ວາງ​ຕໍ່​ການ​ເຈລະຈາ ​ແຕ່​ທ່ານ​ນາງ​ຢືນ​ຢັດ​ວ່າ ຈີນ​ແມ່ນ​ເປັນ​ຜູ້​ຮັບ​ເຄາະ ບໍ່​ແມ່ນ​ຜູ້​ກໍ່​ອາຊະຍາ​ກຳ​ທາງ​ດ້ານ​ອິນ​ເຕີແນັດ.

ບໍລິສັດ​ເທັກ​ໂນ​ໂລ​ຈີ​ໃຫຍ່​ຫລາຍ​ແຫ່ງ​ຂອງສະຫະລັດ ຮວມ​ທັງ Apple, Facebook ​ແລະ Twitter ​ໄດ້​ຖືກໂຈມ​ຕີໃນ​ຕົ້ນ​ປີນີ້. ໜັງສືພິມ The New York Times, Wall Street Journal, ​ແລະ Washington Post ກໍ​ພາກັນ​ກ່າວ​ວ່າ ​ເຂົາ​ເຈົ້າ​ກໍໄດ້​ຖືກ​ໂຈມ​ຕີ ​ໂດຍ​ພວກ​ເຈ​າະຂໍ້​ມູນ ທີ່​ມີ​ຖານ​ປະຕິບັດ​ງານ​ຢູ່​ຈີນ ຄື​ກັນ.
XS
SM
MD
LG