ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ເຕືອນວ່າ ການໂຈມຕີຂອງກຸ່ມ ອາລ-ຊາບັບ ບໍ່ແມ່ນຄວາມບັງເອີນ


ພວກນັກລົບອິສລາມທີ່ຈົງຮັກພັກດີຕໍ່ກຸ່ມ ອາລ-ຊາບັບ ສະແດງການຝຶກຊ້ອມທະຫານ ຢູ່ບ້ານແຫ່ງນຶ່ງໃນລຸ່ມພາກພື້ນ ຊາແບລ໌, ຢູ່ນອກນະຄອນຫຼວງ ໂມກາດິຊູ 25 ກິໂລແມັດ, 17 ກຸມພາ, 2011.
ພວກນັກລົບອິສລາມທີ່ຈົງຮັກພັກດີຕໍ່ກຸ່ມ ອາລ-ຊາບັບ ສະແດງການຝຶກຊ້ອມທະຫານ ຢູ່ບ້ານແຫ່ງນຶ່ງໃນລຸ່ມພາກພື້ນ ຊາແບລ໌, ຢູ່ນອກນະຄອນຫຼວງ ໂມກາດິຊູ 25 ກິໂລແມັດ, 17 ກຸມພາ, 2011.

ການ​ຜັກ​ດັນ​ຢ່າງ​ພ້ອມ​ພຽງ​ກັນ​ໂດຍ​ກຸ່ມ ອາ​ລ-ຊາ​ບັບ ທີ່​ເຊື່ອມ​ໂຍງ​ກັບ​ກຸ່ມ ອາ​ລ-ໄກ​ດາ ເພືື່ອ​ຂະ​ຫຍາຍ​ຈາກ​ປະ​ເທດ ໂຊ​ມາ​ເລຍ ເຂົ້າ​ໄປ ເອ​ທິ​ໂອ​ເປຍ ປາ​ກົດ​ວ່າ “ຖືກ​ຍັບ​ຢັ້ງ​ເປັນ​ສ່ວນ​ໃຫຍ່” ອີງ​ຕາມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສກອງ​ທັບ ສະ​ຫະ​ລັດ ຄົນ​ນຶ່ງ, ​ແຕ່ແນວ​ໃດ​ກໍ່​ຕາມ​ທ່ານ​ໄດ້​ເຕືອນ​ວ່າ​ກຸ່ມ​ກໍ່​ການ​ຮ້າຍ​ດັ່ງ​ກ່າວ​ແມ່ນ​ມີ​ຄວາມ​ເປັນ​ໄປ​ໄດ້​ວ່າ​ ຈະ​ວາງ​ແຜນ​ການ​ໂຈມ​ຕີ​ເພີ່ມ​ເຕີມ​ ໃນ​ບໍ່​ເທົ່າ​ໃດ​ເດືອນ​ຈະ​ມາ​ເຖິງນີ້.

ນັກ​ລົບ ອາ​ລ-ຊາ​ບັບ ເກືອບ 500 ຄົນ​ທີ່​ໄດ້​ຂ້າມ​ເຂົ້າ​ໄປ​ພາກ​ຕາ​ເວັນ​ອອກ​ຂອງ ເອ​ທິ​ໂອ​ເປຍ ເປັນທຳ​ອິດເມື່​ອ​ອາ​ທິດ​ທີ່​ຜ່ານ​ມາ, ​ແລະ ໄດ້​ປະ​ທະ​ກັນ​ກັບ​ກອງ​ກຳ​ລັງ ເອ​ທິ​ໂອ​ເປຍ​ຢູ່​ຕາມ​ເຂດ​ຊາຍ​ແດນ. ການ​ປະ​ເມີນ​ຜົນ​ຂອງ ສະ​ຫະ​ລັດ ໄດ້​ຊີ້​ໃຫ້​ເຫັນ​ວ່າ​ ພວກ​ເຂົາ​ອາດ​ໄດ້​ເຂົ້າ​ໄປ​ໃນ ເອ​ທິ​ໂອ​ເປຍ ​ເລິກ​ເຖິງ 150 ກິ​ໂລ​ແມັດແລ້ວ ກ່ອນທີ່​ຈະ​ຖືກ​ຢຸດ.

ນາຍ​ພົນ ສ​ເຕ​ເຟັນ ທາວ​ເຊັນ (Stephen Townsend), ຜູ້​ບັນ​ຊາ​ການກອງ​ກຳ​ລັງ​ ສະ​ຫະ​ລັດ ໃນ​ອາ​ຟ​ຣິ​ກາ ທີ່​ກຳ​ລັງ​ຈະ​ພົ້ນ​ຈາກ​ຕຳ​ແໜ່ງ, ໄດ້​ກ່າວ​ໃນ​ລະ​ຫວ່າງ​ການ​ລົມ​ໂທ​ລະ​ສັບ​ກັບ​ກຸ່ມ​ນັກ​ຂຽນ​ປ້ອງ​ກັນ​ປະ​ເທດ​ທີ່​ມີ​ຫ້ອງ​ການ​ຕັ້ງ​ຢູ່​ນະ​ຄອນຫຼວງ ວໍ​ຊິງ​ຕັນ ເມື່ອ​ວັນ​ພະ​ຫັດ​ວານນີ້​ວ່າ “​ເປັນ​ທີ່​ປາ​ກົດ​ວ່າ ເອ​ທິ​ໂອ​ເປຍ ແມ່ນ​ໄດ້​ຍັບ​ຢັ້ງ ແລະ ເອົາ​ຊະ​ນະ​ການ​ບຸກ​ລຸກນີ້​ເປັນ​ສ່ວນ​ໃຫຍ່.”

ບັນ​ດາ​ເຈົ້າ​ໜ້າ​ທີ່ ເອ​ທິ​ໂອ​ເປຍ ໄດ້​ກ່າວ​ຢື​ນ​ຢັນ​ເຊັ່ນ​ກັນ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ ການ​ໂຈມ​ຕີ​ຂອງ​ກຸ່ມ ອາ​ລ-ຊາ​ບັບ ໄດ້​ຖືກ​ຂັບ​ໄລ່​ອອກ​ໄປ.

ທ່ານ ມຸ​ສ​ຕາ​ເຟ ໂອ​ເມີ (Mustafe Omer), ປະ​ທານພາກ​ພື້ນ ໂຊ​ມາ​ລີ ຂອງ ເອ​ທິ​ໂອ​ເປຍ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ວ່າ “ທະ​ຫານ​ທີ່​ກ້າ​ຫານ​ຂອງ​ພວກ​ເຮົາ​ໄດ້​ທຳ​ລາຍ​ແຜນ​ການ​ທີ່ກຸ່ມ ອາ​ລ-ຊາ​ບັບ ໄດ້ເຮັດ​ວຽກ​ຢ່າງ​ໜ້ອຍ​ເປັນ​ເວ​ລາ​ນຶ່ງ​ປີ ແລະ ໄດ້​ເອົາ​ຊະ​ນະ​ພ​ວກ​ນັກ​ລົບ​ທີ່​ເຂົາ​ໄດ້​ສົ່ງ​ເຂົ້າ​ໄປໃນ​ ເອ​ທິ​ໂອ​ເປຍ ພາຍ​ໃນ​ສາມ​ວັນ.”

ທ່ານ ໂອ​ເມີ ໄດ້​ກ່າວ​ວ່າ ເອ​ທິ​ໂອ​ເປຍ ແມ່ນ​ກຳ​ລັງ​ວາງ​ແຜນ​ທີ່​ຈະ​ສ້າງ “ເຂດ​ປ້ອງ​ກັນ​ຄວາມ​ປອດ​ໄພ” ທີ່​ແນ​ເປົ້າ​ໃສ່​ການ​ປາບ​ປາມ​ການ​ໂຈມ​ຕີ​ຂອງ​ກຸ່ມ ອາ​ລ-ຊາ​ບັບ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG