ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ​ເຕືອນ ​​ສາຍ​ການບິນ ກ່ຽວ​ກັບ ໄພຂົ່ມຂູ່ ຈາກ ລະເບີດເກີບ


ເຈົ້າໜ້າທີ່ ຮັກສາຄວາມປອດໄພ ທີ່ເດີ່ນເຮືອບີນ ນະຄອນ Atlanta ກໍາລັງກວດຄົ້ນຫີບ ເພື່ອຊອກຫາອາວຸດຕ່າງໆແລະລະເບີດ.
ເຈົ້າໜ້າທີ່ ຮັກສາຄວາມປອດໄພ ທີ່ເດີ່ນເຮືອບີນ ນະຄອນ Atlanta ກໍາລັງກວດຄົ້ນຫີບ ເພື່ອຊອກຫາອາວຸດຕ່າງໆແລະລະເບີດ.
ລັດຖະບານສະຫະລັດ ​ໄດ້​ເຕືອນ​ບັນດາ​ສາຍ​ການບິນຕ່າງໆ
ກ່ຽວ​ກັບໄພຂົ່ມຂູ່ ທີ່ອາດ​ຈະ​ມີ​ການຫ້າງ​ລະ​ເບີດ​ໃສ່​ໃນ​ເກີບຢູ່
ໃນຖ້ຽວບິນນາໆຊາດ ທີ່​ເຂົ້າ​ມາ​ສູ່ ສະຫະລັດ.

ກະຊວງ​ຮັກສາ​ຄວາມ​ປອດໄພພາຍໃນຂອງສະຫະລັດ ກ່າວ
ໃນ​ວັນ​ພຸດ​ວານ​ນີ້​ວ່າ ຕົນ​ໄດ້​ອອກ​ຄຳ​ເຕືອນ ທີ່ອີງ​ຕາມ “ການ
​ສືບ​ລັບ​ຫວ່າງ​ມໍ່ໆ​ມາ​ນີ້” ​ທີ່​ເຫັນ​ວ່າເປັນເລື້ອງ​ທີ່​ເຊື່ອ​ຖື​ໄດ້ທີ່​ຜູ້
ກໍ່​ການ​ຮ້າຍ ​ອາດ​ຈະ ພະຍາຍາມໂຈມ​ຕີ​ ເຮືອບິນ​ໂດຍສານ ​
ດ້ວຍ​ການ​ໃຊ້​ລະ​ເບີດ ທີ່​ຊຸກ​ເຊື່ອງໄວ້​ຢູ່​ໃນ​ເກີບ.

ນີ້​ເປັນ​ຄັ້ງ​ທີ​ສອງ ​ໃນ​ໄລຍະສາມ​ເດືອນ​ທີ່ລັດຖະບານ ​ໄດ້​ອອກ​
ຄຳ​ເຕືອນກ່ຽວ​ກັບ ການ​ພະຍາຍາມ​ທີ່​ອາດ​ມີຂຶ້ນ ໃນການ​ລັກ​ລອບວາງ​ລ​ະ​ເບີດ ​ໃສ່​ສາຍ​
ການບິນ​ພາ ນິດ.

​ແຫ​ລ່ງຂ່າ​ວສືບ​ລັບ ສະຫະລັດ ກ່າວ​ວ່າ ກະຊວງ​ຮັກສາ​ຄວາມ​ປອດໄພພາຍໃນ ​ໄດ້​ອອກຄຳ
ເຕືອນໄປຍັງບັນດາ​ສາຍ​ການບິນ ໂດຍກ່າວຢໍ້າ​ວ່າ ລະເບີດທີ່​ເປັນ​ນໍ້າ ​ເກີບ ​ແລະ​ແນ່ນອນ
ເປັນເຄື່ອງ​ສໍາອາງ​ຢ່າງໃດ​ຢ່າງ​ນຶ່ງ ​ແມ່ນສິ່ງທີ່​ເປັນ​ຫ່ວງ ຊຶ່ງທັງ​ໝົດ​ນີ້ ແມ່ນຢູ່​ພາຍ​ໃຕ້​ນະ​ໂຍ
ບາຍ ຂອງອົງການຄຸ້ມຄອງຄວາມ​ປອດ​ໄພ ໃນການຂົນສົ່ງ ທີ່ມີຢູ່ແລ້ວນັ້ນ.

ຍັງບໍ່​ເປັນ​ທີ່​ແຈ້ງ​ຂາ​ວເທື່ອວ່າ ການ​ເຕືອນ​ເທຶ່ອຫລ້າ​ສຸດນີ້ ຊຶ່ງໄດ້ມີການລາຍ​ງານ​ເປັນເທື່ອ
ທຳອິດໃນ​ວັນ​ພຸດ​ວານນີ້ ໂດຍ​ອົງການຂ່າວ NBC ນັ້ນພົວພັນ​ກັບ​ການ​ ຂົ່ມຂູ່​ເທື່ອ​ກ່ອນ ຕໍ່
ຖ້ຽວບິນ​ໄປ​ສູ່ຣັດ​ເຊຍ ນັ້ນຫລື​ບໍ່.

​ໃນ​ຕົ້ນ​ເດືອນ​ນີ້ກະຊວງ​ຮັກສາ​ຄວາມປອດໄພພາຍໃນໄດ້​ເຕືອນ​ບັນດາ​ສາຍ​ການ ບິນ​ ທີ່​ບິນ
​ໄປຍັງຣັດ​ເຊຍ ​ໃຫ້​ພາກັນ​ລະມັດລະວັງ ຕໍ່​ວັດ​ຖຸລະ​ເບີ​ດທີ່​ອາດ​ຖືກຊຸກ ​ເຊື່ອງ​ໄວ້​ຢູ່​ໃນ​ຫລອດ​
ຢາຖູ​ແຂ້ວ.
XS
SM
MD
LG