ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ເຕືອນ​ສາຍ​ການ​ບິນ ທີ່​ບິນ​ໃນ​ອ່າວ ເປີ​ເຊຍ ທ່າມ​ກາງ​ ຄວາມ​ເຄັ່ງ​ຕຶງ ອີ​ຣ່ານ


ເຮືອ​ບິນ​ຂອງ​ສາຍ​ການ​ບິນ ກາ​ຕ້າ, ຈອດ​ຢູ່​ສະ​ໜາມ​ບິນ​ສາ​ກົນ​ໃນ​ນະ​ຄອນຫຼວງ ໂດ​ຮາ, ປະ​ເທດ ກາ​ຕ້າ, 16 ມິ​ຖຸ​ນາ, 2017.
ເຮືອ​ບິນ​ຂອງ​ສາຍ​ການ​ບິນ ກາ​ຕ້າ, ຈອດ​ຢູ່​ສະ​ໜາມ​ບິນ​ສາ​ກົນ​ໃນ​ນະ​ຄອນຫຼວງ ໂດ​ຮາ, ປະ​ເທດ ກາ​ຕ້າ, 16 ມິ​ຖຸ​ນາ, 2017.

ບັນ​ດາ​ນັກ​ການ​ທູດ ສະ​ຫະ​ລັດ ໄດ້​ເຕືອນ​ບັນ​ດາ​ສາຍ​ການ​ບິນ​ພາ​ນິດ​ຂອງ ອາ​ເມ​ຣິ​ກາ
ທີ່ບິນຂ້າມພາກພື້ນອ່າວເປີເຊຍ ເພື່ອໃຫ້ລະມັດລະວັງ ໃນຂະນະທີ່ຄວາມເຄັ່ງຕຶງ
ລະຫວ່າງ ສະຫະລັດ ກັບ ອີຣ່ານ ສືບຕໍ່ທີ່ຂະຮຸນແຮງຂຶ້ນ.

ການ​ເຕືອນ​ດັ່ງ​ກ່າວ​ໄດ້​ມີ​ຂຶ້ນ​ໃນ​ວັນ​ເສົາ​ວານນີ້ ຈາກ​ບັນ​ດາ​ນັກ​ການ​ທູດ ສະ​ຫະ​ລັດ ໃນ​
ປະເທດ ຄູເຫວດ ແລະ ສະຫະລັດ ອາຣັບ ເອມີເຣັສ, ສອງວັນຫຼັງຈາກໄດ້ຮັບການເຕືອນ
ໂດຍຫ້ອງການ ການບິນລັດຖະບານກາງ ສະຫະລັດ.

ຄວາມ​ເຄັ່ງ​ຕຶງ​ໄດ້​ຂະ​ຫຍາຍ​ຂຶ້ນໃນ​ສອງ​ສາມ​ວັນ​ທີ່​ຜ່ານ​ມາ, ກໍ່​ໃຫ້​ເກີດ​ຄວາມ​ເປັນ​ຫ່ວງ
ກ່ຽວກັບ ຄວາມຂັດແຍ້ງທີ່ອາດເປັນໄປໄດ້ລະຫວ່າງ ສະຫະລັດ ກັບ ອີຣ່ານ.

ພຽງ​ບໍ່​ເທົ່າ​ໃນ​ວັນ​ທີ່​ຜ່ານ​ມາ, ສະ​ຫະ​ລັດ ໄດ້​ສັ່ງ​ໃຫ້​ກຳ​ປັ່ນ​ຮົບ ແລະ ເຮືອ​ບິນ​ຖິ້ມ​ລະ​ເບີດ
ອອກໄປພາກພື້ນດັ່ງກ່າວ ໃນການຕອບໂຕ້ກັບສິ່ງທີ່ຖືກກ່າວວ່າ ເປັນໄພຂົ່ມຂູ່ຈາກ ອີ
ຣ່ານ. ໄພຂົ່ມຂູ່ທີ່ບໍໄດ້ຖືກອະທິບາຍນັ້ນ ໄດ້ກໍ່ໃຫ້ ສະຫະລັດ ວາງມາດຕະການລົງໂທດ
ເພີ່ມເຕີມຕໍ່ ອີຣ່ານ ແລະ ຖອນພະນັກການທູດຜູ້ທີ່ບໍ່ມີວຽກສຸກເສີນ ອອກຈາກສະຖານ
ທູດຂອງເຂົາເຈົ້າໃນນະຄອນຫຼວງ ແບກແດັດ, ປະເທດ ອີຣັກ.

ອ່າວ​ເປີ​ເຊຍ ແມ່ນ​ທາງ​ຜ່ານ​ທີ່​ສຳ​ຄັນ​ສຳ​ລັບ​ການ​ເດີນ​ທາງ​ຈາກ​ພາກ​ຕາ​ເວັນ​ອອກ ຫາ
ຕົກ. ສະໜາມບິນສາກົນ ດູໄບ ຂອງປະເທດ ສະຫະລັດ ອາຣັບ ເອມີເຣັສ ແມ່ນສະ
ໜາມບິນທີ່ມີການສັນຈອນໜາແໜ້ນທີ່ສຸດສຳລັບການເດີນທາງສາກົນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG