ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະ​ຫະ​ລັດ ເຕືອນ​ບໍ່​ໃຫ້ຊ່ອຍ​ເຫຼືອ​ ກຳ​ປັ່ນ​ລຳ​ລຽງນ້ຳ​ມັນ ທີ່​ຖືກ​ປ່ອຍ ຂອງອີ​ຣ່ານ


ພະ​ນັກ​ງານ​ຈຸ​ເຮືອ ກຳ​ປັ່ນ Adrian Darya ກຳ​ລັງ​ກວດ​ເຊັກ ທີ່​ທາງ ຈີບ​ຣາ​ລຕາປະ​ຕິ​ເສດ ທ່າມ​ກາງ​ການ​ຜິດ​ຂອງ​ຕ້ອງ​ຖຽງ​ທາງ​ການ​ທູດ​ລະ​ຫວ່າງສະ​ຫະ​ລັດ ກັບ​ກ​ຣິ​ສ​ນັ້ນ.
ພະ​ນັກ​ງານ​ຈຸ​ເຮືອ ກຳ​ປັ່ນ Adrian Darya ກຳ​ລັງ​ກວດ​ເຊັກ ທີ່​ທາງ ຈີບ​ຣາ​ລຕາປະ​ຕິ​ເສດ ທ່າມ​ກາງ​ການ​ຜິດ​ຂອງ​ຕ້ອງ​ຖຽງ​ທາງ​ການ​ທູດ​ລະ​ຫວ່າງສະ​ຫະ​ລັດ ກັບ​ກ​ຣິ​ສ​ນັ້ນ.

ສະຫະລັດ ເຕືອນ​ພວກ​ບໍ​ລິ​ສັດ​ຕ່າງໆ ໃນ​ເຂດເມ​ດິ​ແຕແຣ​ນຽນ ​ໃນ​ການ​ປະ​ຕິ​ບັດງານ​ຮ່ວມ​ກັບ​ກຳປັ່ນບັນ​ທຸກ​ນ້ຳ​ມັນທີ່​ຕິດ​ທຸງ​ອີ​ຣ່ານທີ່​ກຳ​ລັງ​ເດີນ​ທາງ​ຜ່ານ​ຂົງ​ເຂດ ​ດັ່ງ​ກ່າວ ຫຼັງ​ຈາກໄດ້​ຖືກ​ປ່ອຍອອກ​ຈາກ​ການ​ຖືກ​ຈັບ ໂດຍຈີບ​ຣາ​ລຕາ ແລ້ວ​ນັ້ນ.

ກະ​ຊວງ​ການ​ຕ່າງ​ປະ​ເທດສະຫະລັດ ໄດ້​ກ່າວ​ຫາ​ຊ້ຳ​ແລ້ວ​ຊ້ຳ​ອີກ​ວ່າ ​ກຳ​ປັ່ນ ເອດຣຽນ ດາຣຢາ 1 (Adrian Darya 1) ແມ່ນ “ລຳ​ລຽງ​ນ້ຳ​ມັນ​ທີ່​ຜິດ​ກົດ​ໝາຍ ເພື່ອ​ເປັນ​ເຊື້ອ​ໄຟ ​ສຳ​ລັບ​ການ​ປຸກ​ລະ​ດົມ​ກໍ່​ການ​ຮ້າຍ ແລະ​ກົດ​ຂີ່ ຂອງ​ລະ​ບອບ​ການ​ປົກ​ຄອງ​ ​ອີ​ຣ່ານ ແລະ​ຊີ​ເຣຍ” ແລະ​ຍັງ​ໄດ້ກ່າວວ່າ ຖ້າ​ຫາກ​ແ​ມ່ນ​ຜູ້​ໃດ​ໃຫ້​ການ​ຊ່ອຍ​ເຫຼືອ​ພວກ​ກ່ຽວນັ້ນ​ແລ້ວ ກໍ​ຖື​ວ່າ​ໃ​ຫ້​ການ​ຊ່ອຍ​ເຫຼືອ​ຕໍ່​ອົງ​ການ​ກໍ່​ການ​ຮ້າຍ​ ທີ່​ທາງ​ສະ​ຫະ​ລັດ ໄດ້​ລະ​ບຸ​ໄປ​ແລ້ວ​ນັ້ນ.

“ພວກ​ເຮົາ​ໄດ້ສະ​ແດງ​ທ່າ​ທີ​ທີ່​ແຂງ​ຂັນ​ຂອງ​ພວກ​ເຮົາ ຕໍ່​ລັດ​ຖະ​ບານກ​ຣີ​ສ ໃນ​ບັນ​ຫາ​ດັ່ງ​ກ່າວ, ຕະ​ຫຼອດ​ທັງ​ທ່າ​ກຳ​ປັ່ນ​ຕ່າງໆໃນເຂດ​ທະ​ເລເມ​ດິແຕເຣ​ນຽນ ທີ່ຄວນ ​ເປັນ​ເຕືອນລ່ວງ​ໜ້າ ກ່ຽວ​ກັບ​ການໃຫ້​ສະ​ຖານ​ທີ່​ພັກເຊົາ ​ຕໍ່​ກຳ​ປັ່ນ​ລຳ​ດັ່ງ​ກ່າວ​ນີ້,” ນັ້ນ​ຄືຖະ​ແຫຼງ​ການ ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ​ໄດ້​ອອກ ໃນ​ວັນ​ຈັນ​ວານ​ນີ້.

​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ພອມ​ພຽວ ໄດ້​ກ່າວ​ວ່າ ການ​ຕັດ​ສິນ​ໃຈ​ໂດຍເຈົ້າ​ໜ້າ​ທີ່​ຂອງຈີບຣາ​ລຕາ ໃຫ້​ປ່ອຍ​ກຳ​ປັ່ນ​ດັ່ງ​ກ່າວ​ນີ້ ຫຼັງ​ຈາກ​ທີ່​ໄດ້​ຍຶດໄວ້ ໃນ​ຖານ​ຖືກ​ສົງ​ໄສວ່າ ກຳ​ປັ່​ນ​ລຳ​ນີ້ ໄດ້​ລຳ​ລຽງ​ນ້ຳ​ມັນ​ໄປ​ຍັງ​ຊີ​ເຣຍ ຊຶ່ງ​ເປັນ​ການ​ລະ​ເມີດ ​ຕໍ່​ການ​ລົງ​ໂທດຂອງ​ສະ​ຫະ​ພາບຢູ​ໂຣບທີ່ “​ບໍ່​ເປັນຈັ່ງ​ບຸນນັ້ນ.” ທ່ານ​ໄດ້​ບອກ​ກັບ​ຕາ​ໜ່າງ​ໂທ​ລະ​ພາບ​ຟອກ​ສ໌​ນິວ​ສ ​ວ່າ ການ​ຂາຍ​ນ້ຳ​ມັນ​ດັ່ງ​ກ່າວ ຈະ​ເປັນ​ຜົນ​ປະ​ໂຫຍດ​ຕໍ່ກອງ​ກຳ​ລັງພິ​ທັກ​ປະ​ຕິ​ວັດ​ອາ​ລ​ກຸດ​ຂອງ ​ອີ​ຣ່ານ.

“ພວກເຂົາ​ເຈົ້າ​ປະ​ສົບ​ຜົນ​ສຳ​ເລັດ ພວກ​ເຂົາ​ເຈົ້າ​ກໍ​ຈະ​ມີ​ເງິນ​ຫຼາຍ​ຂຶ້ນ, ມີ​ຊັບ​ສົມ​ບັດ​ຫຼາຍ​ຂຶ້ນ ແລະ​ມີ​ແຫຼ່ງຊັ​ບພະ​ຍາ​ກອນ​ຫຼາຍ​ຂຶ້ນ ທີ່​ຈະ​ສືບ​ຕໍ່​ການ​ປຸກ​ລະ​ດົມ​ໃນການ​ກໍ່​ການ​ຮ້າຍ, ຈະ​ສືບ​ຕໍ່​ໃຫ້​ການ​ຊ່ອຍ​ເຫຼືອ​ໃນ​ການ​ຕໍ່​ສູ້​ນີ້ ຊຶ່ງ​ນີ້​ແມ່ນ​ວ່າ ພວກ​ເຮົາ​ພະ​ຍາ​ຍາມ​ທີ່​ຈະ​ຍຸ​ຕິ​ມັນ,” ​ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ພອມ​ພຽວ​ທີ່​ໄດ້​ກ່າວ​ໄວ້.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ອີ​ຣ່ານ ທ່ານ ຈາ​ວາດ ຊາ​ຣິບ ໄດ້​ກ່າວ​ວ່າ ອີ​ຣ່ານ ແມ່ນ​ຢູ່​ໃນ​ທ່າ​ທີ ທີ່ຈະ​ເປີດ​ເຜີຍ ກ່ຽວ​ກັບ​ຈຸດ​ໝາຍ​ປາຍ​ທາງ​ຂອງ​ການ​ລຳ​ລຽງ​ນ້ຳ​ມັນ ເພາະ​ວ່າ ທ່ານ​ໄດ້​ກ່າວ​ວ່າ ສະ​ຫະ​ລັດ ແມ່ນ “ພະ​ຍາ​ຍາມ​ທີ່​ຈະຂົ່ມ ຂູ່​ຢ່າງ​ຜິດ​ກົດ​ໝາຍຕໍ່​ປະ​ເທດ​ອື່ນໆ ຖ້າ​ພວກ​ຜູ້​ໃດ​ຈະ​ຊື້​ນຳ​ມັນ​ຈາກ​ພວກ​ເຮົານັ້ນ.” ທ່ານ​ຍັງ​ໄດ້​ກ່າວ​ວ່າ ໃນ​ຂະ​ນະ​ທີ່​ອີ​ຣ່ານ​ເຊື່ອ​ວ່າ ສະ​ຫະ​ລັດ ຊອກ​ຫາ​ຊ່ອງ​ທາງ “ເພື່ອ​ໃຫ້ເລື້ອງ​ນີ້​ຮ້າຍ​ແຮງ​ຂຶ້ນ​ຕື່ມ” ກັບ​ສາ​ທາ​ລະ​ນະ​ລັດ​ອິ​ສ​ລາມ​ອີ​ຣ່ານ, ແມ່ນ “ດີ​ໃຈ​ກ່ຽວ​ກັບ​ເລື້ອງ​ກຳ​ປັ່ນ​ບັນ​ທຸກ​ນ້ຳ​ມັນ​ນີ້ທີ່​ໄດ້​ຈົບ​ສິ້ນ​ລົງ ແລະ​ຂ້າ​ພະ​ເຈົ້າ​ຫວັງ​ວ່າ ນີ້​ຈະ​ນຳ​ໄປ​ສູ່​ການ​ຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ໃຫ້​ໜ້ອຍ​ລົງ.”

​ຂໍ້​ມູນ​ໃນ​ການ​ເດີນ​ເຮືອ​ທາງ​ທະ​ເລ ​ໃນວັນ​ອັງ​ຄານ​ມື້​ນີ້ ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ກຳ​ປັ່ນ​ລຳ​ລຽ​ງນ້ຳ​ມັນ ຍັງ​ສືບ​ຕໍ່ ຢູ່ໃນ​ເສັ້ນ​ທາງ ໄປ​ຍັງ​ເມືອງ​ທ່າ​ໃນ​ກ​ຣີສ ທີ່​ຄາດ​ວ່າ​ຈະ​ໄປ​ຮອດ​ໄປ​ເຖິງ​ທ່າ​ກຳ​ປັ່ນ​ດັ່ງ​ກ່າວ ໃນ​ຕົ້ນ​ສັບ​ປະ​ດາ​ໜ້າ​ນີ້.

ອ່ານຂ່າວ​ນີ້​ເພີ້ມ​ຕື່ມ ໃນ​ພາ​ສາ​ອັງ​ກິດ.

XS
SM
MD
LG