ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ເຕື່ອນວ່າ ເຂື່ອນ ໂມຊູລ ຂອງອີຣັກ “ຈະລົ້ມແຫລວ ກາຍເປັນໄພຫາຍະນະ”


ພາບໂດຍທົ່ວໄປຂອງເຂື່ອນ Mosul ທີ່ຫ່າງຈາກນະຄອນ
ຫຼວງ Baghdad ຂອງອີຣັກ ໄປທາງພາກຕາເວັນອອກສຽງ
ເໜືອ 360 ກິໂລແມັດ. ເຂື່ອນນີ້ ຕັ້ງຢູ່ໃນແມ່ນນ້ຳ Tigris ທາງພາກເໜືອ ບໍ່ໄກຈາກເມືອງ Mosul ປານໃດ. ເປັນເຂື່ອນທີ່ໃຫຍ່ທີ່ສຸດຂອງປະເທດ.
ພາບໂດຍທົ່ວໄປຂອງເຂື່ອນ Mosul ທີ່ຫ່າງຈາກນະຄອນ ຫຼວງ Baghdad ຂອງອີຣັກ ໄປທາງພາກຕາເວັນອອກສຽງ ເໜືອ 360 ກິໂລແມັດ. ເຂື່ອນນີ້ ຕັ້ງຢູ່ໃນແມ່ນນ້ຳ Tigris ທາງພາກເໜືອ ບໍ່ໄກຈາກເມືອງ Mosul ປານໃດ. ເປັນເຂື່ອນທີ່ໃຫຍ່ທີ່ສຸດຂອງປະເທດ.

ສະຫະລັດເຕືອນວ່າ ເຂື່ອນ Mosul ຂອງອີຣັກ ມີຄວາມສ່ຽງ
“ຈະລົ້ມແຫລວເປັນໄພຫາຍະນະ” ແລະ ນ້ຳຈຳນວນຫຼວງຫຼາຍ
ຈະທະລາຍໄຫລລົງຖ້ວມ ທຸກສິ່ງທຸງຢ່າງ ທີ່ຢູ່ໃນແລວຂອງນ້ຳ
ລວມທັງ ຜູ້ຄົນ ອາຄານ ລົດ ລະເບີດທີ່ບໍ່ທັນແຕກ ແລະ ສານ
ເຄມີທີ່ອັນຕະລາຍຕ່າງໆ ເຫຼົ່ານັ້ນນຳ.

ເຂື່ອນດັ່ງກ່າວ ຕັ້ງຢູ່ແມ່ນ້ຳ Tigris ຢູ່ທາງພາກເໜືອ ບໍ່ໄກຈາກ
ເມືອງ Mosul ທໍ່ໃດ ແມ່ນເປັນເຂື່ອນທີ່ໃຫຍ່ທີ່ສຸດ ໃນປະເທດ.
ສ້າງຂຶ້ນໃນປີ 1984 ໂຄງລ່າງຂອງເຂື່ອນ ແມ່ນມີຂໍ້ບົກຜ່ອງ ແລະ
ຕ້ອງໄດ້ບົວລະບັດຮັກສາຢູ່ສະເໝີ ແລະ ຄ້ຳຊູໄວ້ດ້ວຍຫິນຊິເມັນ.

ຂຸມຢູ່ທາງເຂົ້າເຂື່ອນ Mosul. ອົງການບໍ່ຂຶ້ນກັບລັດຖະບານ ແລະ ອົງການມະນຸດສະທຳ ຕ່າງໆ ໄດ້ເລີ້ມຕົນ ທຳງານເພື່ອວາງແຜນການໄວ້ ໃນກໍລະນີ ທີ່ເຂື່ອນແຕກ.
ຂຸມຢູ່ທາງເຂົ້າເຂື່ອນ Mosul. ອົງການບໍ່ຂຶ້ນກັບລັດຖະບານ ແລະ ອົງການມະນຸດສະທຳ ຕ່າງໆ ໄດ້ເລີ້ມຕົນ ທຳງານເພື່ອວາງແຜນການໄວ້ ໃນກໍລະນີ ທີ່ເຂື່ອນແຕກ.

​ໃນຄວາມອາດສາມາດເຕັມສ່ວນ ເຂື່ອນນີ້ ຈະ ຮັບຮອງນ້ຳໄດ້ 11 ກິໂລແມັດກ້ອນ.
ຖ້າມັນ ເກີດແຕກ ຢູ່ໃນລະດັບດັ່ງກ່າວນັ້ນ ຄື້ນຟອງຂອງນ້ຳອັນໃຫຍ່ໂຕ ຈະໄຫລລົງ
ມາສູ່ແມ່ນ້ຳ ທີ່ອາດເຮັດໃຫ້ມີຫຼາຍແສນຄົນ ຜູ້ທີ່ບໍ່ສາມາດຍົກຍ້າຍ ອອກຈາກແລວນ້ຳ
ໄດ້ທັນເວລາ ສູນເສຍຊີວິດ.

ພວກນັກລົບ Peshmerga ຢືນເຝົ້າຍາມ ເຂື່ອນ Mosul ໃນພາກເໜືອຂອງອີຣັກ, ວັນທີ 21 ສິງຫາ 2014.
ພວກນັກລົບ Peshmerga ຢືນເຝົ້າຍາມ ເຂື່ອນ Mosul ໃນພາກເໜືອຂອງອີຣັກ, ວັນທີ 21 ສິງຫາ 2014.

XS
SM
MD
LG