ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເຈົ້າໜ້າທີ່ ສຫລ ເຕືອນຊາວອາເມຣິກັນ ບໍ່ໃຫ້ໃຊ້ແອັບພລີເຄຊັນ ຕິກຕົກ (TikTok) ຂອງຈີນ


ຄົນນຶ່ງກໍາລັງໃຊ້ TikTok ຊຶງເປັນແອັບພລີເຄຊັນ ທີ່ໃຊ້ວີດິໂອຮ່ວມກັນໃນໂທລະສັບມືຖືຢູ່ນະຄອນນີວເດລີ ຂອງອິນເດຍ, ວັນທີ 29 ມິຖຸນາ, 2020
ຄົນນຶ່ງກໍາລັງໃຊ້ TikTok ຊຶງເປັນແອັບພລີເຄຊັນ ທີ່ໃຊ້ວີດິໂອຮ່ວມກັນໃນໂທລະສັບມືຖືຢູ່ນະຄອນນີວເດລີ ຂອງອິນເດຍ, ວັນທີ 29 ມິຖຸນາ, 2020

ພວກເຈົ້າໜ້າທີ່ ແລະສະມາຊິກລັດຖະສະພາສະຫະລັດກໍາລັງເຕືອນຊາວ ອາເມຣິກັນ ໃນການໃຊ້ຕິກຕົກ, ຊຶ່ງເປັນແອັບພລີເຄຊັນທີ່ໃຊ້ວີດິໂອຮ່ວມກັນ ຊຶ່ງເປັນຂອງບໍລິສັດແມ່ ໄບທ໌ ແດນສ໌ (ByteDance) ຂອງຈີນນັ້ນ ໂດຍອ້າງເຖິງຄວາມລັບສ່ວນຕົວ ແລະຄວາມປອດໄພ.

ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ, ທ່ານໄມຄ໌ ພອມພຽວ ກ່າວໃນວັນພຸດວານນີ້ວ່າ ວໍຊິງຕັນໄດ້ “ທໍາການປະເມີນ ຕະຫລອດມາ” ເພື່ອປົກປ້ອງຄວາມລັບສ່ວນຕົວຂອງພົນລະເມືອງອາເມຣິກັນ ແລະ ຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດ ເມື່ອທ່ານຖືກຖາມວ່າ ສະຫະລັດ ກໍາລັງພິຈາລະນາຫ້າມຕິກຕົກບໍ່.

ທ່ານພອມພຽວໄດ້ກ່າວຕໍ່ບັນດານັກຂ່າວໃນກອງປະຊຸມລາຍງານຂ່າວ ຢູ່ ກະຊວງການຕ່າງປະເທດວ່າ “ພວກເຮົາຢາກໃຫ້ແນ່ໃຈວ່າ ພັກຄອມມີວ ນິສຈີນ ບໍ່ມີຊ່ອງທາງເຂົ້າເຖິງຂໍ້ມູນຂອງພົນລະເມືອງສະຫະລັດ ໄດ້ຢ່າງ ງ່າຍດາຍ.” ທ່ານກ່າວຕໍ່ໄປວ່າ “ສະນັ້ນ ສິ່ງທີ່ທ່ານຈະເຫັນວ່າ ລັດຖະ ບານເຮັດກໍຄື ເອົາບາດກ້າວທີ່ຮັກສາ ແລະປົກປ້ອງຂໍ້ມູນນັ້ນ ແລະປະຕິ ເສດ ບໍ່ໃຫ້ພັກຄອມມີວນິສຈີນ ມີຊ່ອງທາງເຂົ້າເຖິງຂໍ້ມູນສ່ວນຕົວທີ່ເປັນ ຂອງຊາວອາເມຣິກັນນັ້ນ.”

ຄໍາເຫັນຂອງທ່ານພອມພຽງມີຂຶ້ນຢູ່ໃນອາທິດດຽວກັນ ກັບຫົວໜ້າອົງການ FBI, ທ່ານຄຣິສຕົຟເຟີ ເວຣ (Christopher Wray) ທີ່ເອີ້ນການກະທໍາ ທີ່ເປັນການຈາລະກຳແລະລັກຂະໂມຍຂໍ້ມູນຂອງຈີນວ່າ “ເປັນໄພຂົ່ມຂູ່ອັນ ໃຫຍ່ຫລວງທີ່ສຸດ”

ບັນດາສະມາຊິກລັດຖະສະພາບາງຄົນ ກໍາລັງຮຽກຮ້ອງໃຫ້ມີການຫ້າມ ທີ່ ຈໍາກັດຕິກຕົກເພີ້ມຂຶ້ນຊຶ່ງດຽວນີ້ຈະມີຜົນກະທົບຕໍ່ສະມາຊິກຂອງກອງທັບ.

“ຂ້າພະເຈົ້າຂໍໃຫ້ກະຊວງປ້ອງກັນປະເທດຫ້າມບໍ່ໃຫ້ໃຊ້ຕິດຕົກໂດຍພວກ ທະຫານກອງທັບບົກແລະກອງທັບເຮືອ ແຕ່ວ່າໄພຂົ່ມຂູ່ອັນນັ້ນ ບໍ່ໄດ້ຖືກ ຈໍາກັດຢູ່ແຕ່ກັບພວກທະຫານເທົ່ານັ້ນ,” ນັ້ນຄືຄໍາເວົ້າ ຂອງສະມາຊິກສະ ພາສູງຈາກພັກຣີພັບບລິກັນ ທອມ ຄັອດຕັນ (Tom Cotton) ຜູ້ຊຶ່ງເປັນ ສະມາຊິກ ຂອງຄະນະກໍາມະການສືບລັບສະພາສູງ.

ທ່ານກ່າວອີກວ່າ “ຂ້າພະເຈົ້າຂໍຊຸກຍູ້ ໃຫ້ພໍ່ແມ່ທຸກຄົນພິຈາລະນາວ່າ ເຂົາ ເຈົ້າຄວນຈະໃຫ້ລູກຂອງຕົນເອົາຕິກຕົກໃສ່ໃນອຸປະກອນຂອງເຂົາເຈົ້າຫລືບໍ່ ແລະຄິດກ່ຽວກັບວ່າ ພວກເຮົາຢາກຈະອະນຸຍາດໃຫ້ເຮັດແນວນັ້ນ ຫລື ບໍ່.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG