ການສຶກສາຄົ້ນຄວ້າ ທີ່ເປີດເຜີຍອອກມາໃນວັນພະຫັດວານນີ້ ພົບວ່າສົງຄາມຕ້ານ
ການກໍ່ການຮ້າຍທີ່ນຳໜ້າໂດຍສະຫະລັດນັ້ນໄດ້ສັງຫານຊີວິດ ປະມານ 507,000
ຄົນໃນອີຣັກ, ອັຟການິສຖານ ແລະປາກິສຖານ ຢູ່ໃນໄລຍະ 17 ປີແຫ່ງການເຮັດສົງ
ຄາມດັ່ງກ່າວນີ້ ແລະໄດ້ສະແດງໃຫ້ເຫັນວ່າຈຳນວນຄົນຕາຍ ໄດ້ເພີ້ມຂຶ້ນ 22 ເປີເຊັນ
ໃນສອງປີຜ່ານມານີ້.
ໃນຈຳນວນພວກເສຍຊີວິດລວມມີ ທະຫານຂອງສະຫະລັດ ແລະຂອງປະເທດພັນທະ
ມິດ, ພົນລະເຮືອນຢູ່ໃນເຂດທີ່ມີສົງຄາມ, ກຳລັງທະຫານ ແລະຕຳຫລວດໃນທ້ອງຖິ່ນ
ດັ່ງກ່າວ ລວມທັງພວກນັກລົບຫົວຮຸນແຮງ ທີ່ເສຍຊີວິດຍ້ອນຄວາມຮຸນແຮງຂອງສົງ
ຄາມ, ອີງຕາມການລາຍງານຂອງໂຄງການຄ່າເສຍຫາຍ ຂອງສົງຄາມຂອງມະຫາວິ
ທະຍາໄລບຣາວ.
ບົດລາຍງານດັ່ງກ່າວຍັງເວົ້າອີກວ່າ ຈຳນວນຄົນທີ່ເສຍຊີວິດແບບທາງອ້ອມ ແມ່ນ
ຫລາຍກວ່າການຕາຍຍ້ອນຄວາມຮຸນແຮງຂອງສົງຄາມໂດຍກົງ ຊຶ່ງເຮັດໃຫ້ມີຄົນ
ເສຍຊິວິດທັງໝົດຫລາຍກວ່າ 1 ລ້ານຄົນນັ້ນ ຕັ້ງຫລາຍເທົ່າ.
ຈຳນວນຄົນເສຍຊີວິດ ຢູ່ອັຟການິສຖານຮອດເດືອນຕຸລາ 2018 ມີປະມານ 147,000
ຊຶ່ງລວມທັງກຳລັງຮັກສາຄວາມສະຫງົບ, ພົນລະເຮືອນ, ແລະນັກລົບຂອງຝ່າຍກົງກັນ
ຂ້າມ. ໃນຈຳນວນນີ້ ຍັງລວມມີການເສຍຊີວິດຂອງ ທະຫານອາເມຣິກັນ ແລະພວກສັນ
ຍາຈ້າງ 6,334 ຄົນ ລວມທັງທະຫານຂອງພວກພັນທະມິດ 1,100 ຄົນ.
ບົດລາຍງານນັ້ນເວົ້າອີກວ່າ ຄວາມຮຸນແຮງທີ່ກ່ຽວຂ້ອງກັບສົງຄາມ ໄດ້ສັງຫານຊີວິດຂອງ
65,000 ຄົນໃນປາກິສຖານປະເທດເພື່ອບ້ານນັ້ນ ຊຶ່ງລວມມີ ພວກສັນຍາຈ້າງ 90 ຄົນ
ແລະພະນັກງານຮັກສາຄວາມປອດໄພໃນທ້ອງຖິ່ນເກືອບຮອດ 9,000 ຄົນ ແລະພົນລະ
ເຮືອນຫລາຍກວ່າ 23,000 ຄົນ. ສ່ວນຈຳນວນຄົນຕາຍທີ່ຍັງເຫລືອແມ່ນພວກນັກຕໍ່ສູ້
ຕ້ານລັດຖະບານ.
ໃນຈໍນວນຄົນຕາຍເຫລົ່ານີ້, ປະມານ 268,000 ຫາ 295,000 ຄົນແມ່ນເກີດຂຶ້ນຢູ່ອີຣັກ
ທີ່ການເຂົ້າແຊກແຊງທາງທະຫານທີ່ນຳພາໂດຍສະຫະລັດ ທີ່ເລີ້ມຂຶ້ນໃນປີ 2003.
ບົດລາຍງານດັ່ງກ່າວເວົ້າວ່າ "ເຖິງແມ່ນວ່າສົງຄາມຕ້ານການກໍ່ການຮ້າຍມັກຈະຖືກມອງ
ຂ້າມໂດຍປະຊາຊົນອາເມຣິກັນ, ວົງການຂ່າວ ແລະພວກສະມາຊິກລັດຖະສະພາກໍຕາມ
ການເພີ້ມຂຶ້ນຂອງຈຳນວນຄົນເສຍຊີວິດໄດ້ສົ່ງສັນຍານທີ່ສະແດງໃຫ້ເຫັນວ່າສົງຄາມນີ້
ຍັງມີຄວາມໜັກໜ່ວງຢູ່, ຈະບໍ່ຫລຸດຖອຍໄປໄດ້ງ່າຍ. ມັນຍັງກ່າວຢ່າງໂສກເສົ້າວ່າ ສົງ
ຄາມສະຫະລັດ ໄດ້ ແລະກໍສືບຕໍ່ເຮັດໃຫ້ປະຊາຊົນໃນອັຟການິສຖານ, ອີຣັກ ແລະປາ
ກິສຖານອົບພະຍົບຫລົບໜີຢປຈາກບ້ານ ຢູ່ອາໄສຂອງຕົນ.
ທ່ານສາມາດອ່ານບົດລາຍງານນີ້ ໄດ້ໃນເວັບໄຊ https://watson.brown.edu/costsofwar/