ກະຊວງຍຸຕິທຳສະຫະລັດ ຕ້ອງການຖອນສັນຊາດພວກຜູ້ຊາຍຫ້າຄົນທີ່ຖືກກ່າວຫາ
ວ່າ ຕົວະກ່ຽວກັບການລວນລາມທາງເພດຕໍ່ພວກເດັກນ້ອຍໃນລະຫວ່າງການໃຫ້ສຳ
ພາດຂອງພວກເຂົາເຈົ້າ ແລະຢູ່ໃນເອກກະສານ.
ຜູ້ຕ້ອງຫາສອງຄົນແມ່ນມາຈາກເມັກຊິໂກ. ອີກສາມຄົນມາຈາກໂຄລອມເບຍ ກີຢານາ
ແລະຟິລິບປີນ.
ລັດຖະມົນຕີກະຊວງຍຸຕິທຳ ທ່ານແຈັຟ ແຊັສສັນ ກ່າວໃນວັນພະຫັດວານນີ້ວ່າ “ບັນດາ
ຜູ້ທີ່ປາດຖະໜາມາເປັນສັນຊາດອາເມຣິກັນ ຕ້ອງໃຫ້ການນັບຖືກົດໝາຍ ແລະຊອກ
ສະແຫວງຫາການເປັນສັນຊາດແບບຖືກຕ້ອງ ແລະສື່ສັດ. ກະຊວງຍຸຕິທໍາຈະສືບຕໍ່ຊອກ
ຫາພວກຕົວະຕົ້ມ ແລະນຳເອົາພວກເຂົາມາລົງໂທດຕາມກົດໝາຍ ໂດຍຈະອອກຄຳສັ່ງ ການຖອດຖອນສັນຊາດຂອງພວກເຂົາເຈົ້າ.”
ຜູ້ຊາຍທັງຫ້າຄົນສາລະພາບຜິດ ໃນການກ່າວຫາລວນລາມມທາງເພດຕໍ່ພວກເດັກນ້ອຍ
ກ່ອນຫລືໃນລະຫວ່າງຂັ້ນຕອນການຕັດສັນຊາດຂອງພວກເຂົາເຈົ້າ ແຕ່ໄດ້ບິດບັງຂໍ້ມູນ
ຕໍ່ພວກເຈົ້າໜ້າທີ່ກວດຄົນເຂົ້າເມືອງ.
ສີ່ຄົນຢູ່ພາຍໃຕ້ການຄຸ້ມຄອງຂອງປະຊາຄົມ ຫຼືຝາກໂທດ ຫຼືໄດ້ຖືກສັ່ງໃຫ້ຈົດ ທະບຽນ
ວ່າເປັນເປັນຜູ້ລວນລາມທາງເພດ. ຜູ້ຕ້ອງສົງໄສຄົນທີຫ້າໄດ້ຖືກຕັດສິນລົງໂທດຈຳຄຸກ
40 ປີ ຢູ່ລັດຄາລີຟໍເນຍ.
ຍັງບໍ່ເປັນທີ່ຈະແຈ້ງເທື່ອວ່າ ພວກເຂົາເຈົ້າຈະຖືກບັງຄັບ ໃຫ້ກັບຄືນໄປປະເທດຂອງເຂົາ
ເຈົ້າຫຼືບໍ່ ຖ້າຫາກຖືກຖອດຖອນສັນຊາດສະຫະລັດແລ້ວ.