ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳຕາລີບານ ທີ່ສະຫະລັດ ຕ້ອງການໂຕ ກ່າວຍ້ອງຍໍ ພວກໂຈມຕີສະຫະຼຊີບ ແລະໃຫ້ລາງວັນແກ່ທາຍາດຂອງພວກເຂົາ


ຮັກສາການລັດຖະມົນຕີກະຊວງພາຍໃນຂອງຕາລິບານ ທ່ານອັບດູລ ບາກີ ຮັກການີ (Abdul Baqi Haqqani) ກ່າວລະຫວ່າງກອງປະຊຸມນັກຂ່າວ ໃນນະຄອນກາບູລ ອັຟການິສຖານ ວັນທີ 12 ກັນຍາ 2021.
ຮັກສາການລັດຖະມົນຕີກະຊວງພາຍໃນຂອງຕາລິບານ ທ່ານອັບດູລ ບາກີ ຮັກການີ (Abdul Baqi Haqqani) ກ່າວລະຫວ່າງກອງປະຊຸມນັກຂ່າວ ໃນນະຄອນກາບູລ ອັຟການິສຖານ ວັນທີ 12 ກັນຍາ 2021.

ຮັກສາການລັດຖະມົນຕີກະຊວງພາຍໃນຂອງຕາລິບານ ຊຶ່ງມີຊື່ຢູ່ໃນບັນຊີຜູ້ກໍ່ການຮ້າຍ
ຢູ່ໃນທົ່ວໂລກຂອງສະຫະລັດນັ້ນ ໄດ້ເປັນເຈົ້າພາບໃນພິທີທີ່ຈັດຂຶ້ນ ຢູ່ນະຄອນຫຼວງກາບູລ
ເພື່ອໃຫ້ກຽດແກ່ພວກໂຈມຕີດ້ວຍລະເບີດສະຫຼະຊີບທີ່ ຮັບຜິດຊອບຕໍ່ການສັງຫານທະ
ຫານສະຫະລັດ ແລະພັນທະມິດຫຼາຍພັນຄົນ ຢູ່ໃນອັຟການິສຖານ.

ທ່ານຊິຣາຈຸດດິນ ຮັກການີ (Sirajuddin Haqqani) ຜູ້ທີ່ມີຄ່າຫົວ 10 ລ້ານ ໂດລາສະຫະ
ລັດ ຕໍ່ບຸກຄົນໃດທີ່ມີຂໍ້ມູນນຳພາໄປສູ່ການຈັບກຸມ ໄດ້ພົບປະກັບບັນດາຄອບຄົວຂອງພວກ
ໂຈມຕີສະຫຼະຊີບຈຳນວນນຶ່ງ ຢູ່ໃນພິທີ ທີ່ຈັດຂຶ້ນໃນວັນຈັນທີ່ຜ່ານມາຢູ່ໂຮງແຮມຫລູຫລາ
ໃນນະຄອນຫຼວງອັຟການິສຖານ ອີງຕາມຄຳເວົ້າ ຂອງໂຄສົກກະຊວງພາຍໃນ ທ່ານກາຣີ
ຊາອີດ ໂຄສຕີ (Qasi Saeedd Khosty.)

ທ່ານໂຄສຕີ ໄດ້ສົ່ງຮູບທີ່ບໍ່ແຈ້ງທາງທວິດ ຂອງທ່ານຮັກການີ ເຂົ້າຮ່ວມພິທີສູດມົນ ແລະ
ໃຫ້ກຽດ ແກ່ບັນດາສະມາຊິກຄອບຄົວ ຂອງພວກໂຈມຕີດ້ວຍລະເບີດສະຫຼະຊີບ ແລະໄດ້
ກ່າວວ່າ ຕໍ່ມາລັດຖະມົນຕີ ໄດ້ຍ້ອງຍໍ ພວກໂຈມຕີດ້ວຍລະເບີດສະຫຼະຊີບວ່າ ເປັນ “ວິລະ
ຊົນຂອງອິສລາມ ແລະປະເທດ.” ທ່ານຮັກການີ ບໍ່ໄດ້ປາກົດຕົວ ໃຫ້ສາທາລະນະຊົນເຫັນ
ຫວ່າງມໍ່ໆມານີ້ ຮວມທັງນັບແຕ່ກຸ່ມຕາລິບານ ໄດ້ກັບຄືນເຂົ້າມາກຳອຳນາດ.

ຕາລິບານໄດ້ກັບຄືນເຂົ້າມາກຳອຳນາດຂອງປະເທດໃນເດືອນສິງຫາ ຫຼັງຈາກຫຼັງຈາກໄດ້
ກໍ່ກະບົດທີ່ຮ້າຍແຮງຕ້ານປະເທດຕາເວັນຕົກ ທີ່ໜຸນຫຼັງລັດຖະບານ ອັຟການິສຖານ ແລະ
ກຸ່ມແນວໂຮມພາຍໃຕ້ການນຳພາຂອງສະຫະລັດມາເປັນ ເວລາເກືອບ 20 ປີ. ປະຊາຄົມ
ໂລກ ເຖິງຢ່າງໃດກໍດີ ບໍ່ໄດ້ເອົາຫົວຊາຕໍ່ການ ຮຽກຮ້ອງຂອງກຸ່ມອີສລາມດັ່ງກ່າວໃຫ້ຮັບ
ຮູ້ໃຫ້ມີລັດຖະບານຊົ່ວຄາວຢູ່ໃນນະຄອນຫຼວງກາບູນ ໂດຍໃຫ້ຂໍ້ສັງເກດວ່າ ລະເມີດສິດ
ທິມະນຸດ ແລະຄວາມເປັນ ຫ່ວງອື່ນໆອີກ.

https://twitter.com/SaeedKhosty/status/1450429965208522753?s=20
ທ່ານຮັກການີ ຜູ້ທີ່ຮູ້ກັນດີວ່າ ເປັນຜູ້ນຳຂອງຕາໜ່າງກຸ່ມຫົວຮຸນແຮງຮັກການີ ທີ່ວໍຊິງຕັນ
ໄດ້ຖີ້ມໂທດຕໍ່ການໂຈມຕີສະຫຼະຊີບທີີ່ສຳຄັນໆ ຕ້ານກຳລັງທະຫານ ຕ່າງປະເທດ ລະ
ຫວ່າງສອງທົດສະວັດ ທີ່ຜ່ານມານັ້ນວ່າ “ການມາເຖິງໃນຍຸກກ່ອນລະບົບອິສລາມນັ້ນ
ແມ່ນເປັນຜົນຂອງເລືອດເນື້ອວີລະຊົນພວກເຮົາ.”

ທ່ານຮັກການີ ໄດ້ເນັ້ນໜັກວ່າ “ບັດນີ້ ເຈົ້າ ແລະຂ້ອຍ ຕ້ອງລະເວັ້ນຈາກການ ທໍລະຍົດ
ຕໍ່ວີລະຊົນຂອງພວກເຮົາ. ທ່ານໄດ້ແຈກຢາຍເງິນ 125 ໂດລາສະຫະ ລັດ ໃຫ້ແກ່ບັນດາ
ຄອບຄົວຂອງ “ວີລະຊົນສາສະໜາ” ແລະໃຫ້ຄຳໝັ້ນສັນຍາ ຈະມອບດິນຕອນນຶ່ງ ໃຫ້ແກ່
ແຕ່ລະຄອບຄົວ ອີງຕາມຄຳເວົ້າ ທີ່ທ່ານໂຄສຕີ ໄດ້ກ່າວໄປ. ທ່ານໂຄສຕີ ຕໍ່ມາໄດ້ກ່າວຕໍ່
ລະບົບໂທລະພາຍອັຟການິສຖານ ແລະໄດ້ປ້ອງກັນ ທ່ານຮັກການີ ທີ່ໄດ້ຍ້ອງຍໍບັນດາຜູ້
ໂຈມຕີດ້ວຍລະເບີດສະຫຼະຊີບ. ທ່ານໄດ້ໂຕ້ ຖຽງວ່າ ການໂຈມຕີໄດ້ເປັນສ່ວນນຶ່ງຂອງ
“ຈີຮາດ” ຂອງກຸ່ມຕາລິບານເພື່ອຕໍ່ ຕ້ານການຢຶດຄອງອັຟການິສຖານໂດຍສະຫະລັດ
ແລະກຳລັງພັນທະມິດ. ທ່ານ ຍັງໄດ້ປ້ອງກັນຮູບພາບ ທີ່ບໍ່ແຈ້ງຂອງທ່ານຮັກການີ ໂດຍ
ໃຫ້ຂໍ້ສັງເກດວ່າເປັນ ຍ້ອນເຫດຜົນດ້ານຄວາມປອດໄພສໍາລັບລັດຖະມົນຕີໃຫ້ສືບຕໍ່ຢູ່
ໃນເງົາມືດຕໍ່ໄປ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG