ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກປະທ້ວງຕໍ່ຕ້ານ Wall Street ຖືກຈັບ ຫລາຍຮ້ອຍຄົນ (ເບິ່ງວີດີໂອ)


ພວກປະທ້ວງຕໍ່ຕ້ານ Wall Street ຫລືຕະຫລາດຮຸ້ນແລະສູນກາງການເງິນສະຫະລັດ ທີ່ພາກັນໄປກາງເຕ້ນນອນ ຢູ່ນີວຢ໊ອກ
ພວກປະທ້ວງຕໍ່ຕ້ານ Wall Street ຫລືຕະຫລາດຮຸ້ນແລະສູນກາງການເງິນສະຫະລັດ ທີ່ພາກັນໄປກາງເຕ້ນນອນ ຢູ່ນີວຢ໊ອກ

ພວກປະທ້ວງຕໍ່ຕ້ານ Wall Street ຫລື​ຕະຫລາດ​ຮຸ້ນ​ແລະສູນ​ກາງ​ການ​ເງິນ​ຂອງ​ສະຫະລັດ​
ທີ່ຖະໜົນ Wall Street ​ໃນ​ນະຄອນ​ນິວຢອກ ​ໄດ້ຖືກຈັບກຸມຫລາຍຮ້ອຍຄົນ ເມື່ອຕອນ
ແລງວັນເສົາວານນີ້ ເວລາພວກເຂົາເຈົ້າພະຍາຍາມເດີນຂະບວນຂ້າມຂົວ Brooklyn ​ໄປ​ຍັງ
Wall Street.

ພວກເດີນຂະບວນທີ່​ເອີ້ນ​ໂຕ​ເອງວ່າ ກຸ່ມ “Occupy Wall Street ຫລື ຄອບ​ຄອງ Wall
Street” ໄດ້ເຮັດໃຫ້ສະພານດັ່ງກ່າວ ຕ້ອງປິດລົງເປັນການຊົ່ວຄາວ ໃນຂະນະທີ່ພວກ​ເຂົາ​ເຈົ້າໂຮມຊຸມນຸມກັນເພື່ອຕໍ່ຕ້ານໃນສິ່ງ ທີ່ພວກເຂົາເຈົ້າເອີ້ນວ່າ ຄວາມໂລບມາກຂອງ​ພວກ
ບໍລິສັດໃຫຍ່ໆ​ທັງຫລາຍ ຄວາມບໍ່ເທົ່າທຽມກັນດ້ານສັງຄົມ ແລະບັນຫາອື່ນໆ.

ຕໍາຫລວດນະຄອນນີວຢ໊ອກກ່າວວ່າ ພວກເຂົາເຈົ້າໄດ້ຈັບກຸມພວກປະທ້ວງຈໍານວນ​ນຶ່ງ ທີ່
ພັງຮົ້ວກັ້ນທາງໃຫ້ຄົນຍ່າງ ​ເຂົ້າ​ໄປ​ຕັນທາງລົດແລ່ນ ຊຶ່ງ​ພາໃຫ້ຈະລາຈອນຕິດຂັດ.

ສະພານ Brooklyn ໄດ້ຖືກປິດລົງເປັນເວລາຫລາຍຊົ່ວໂມງ ແລະກໍໄດ້ ເປີດຄືນແລ້ວ.

ເວບໄຊ້ຂອງ​ກຸ່ມ “ຄອບ​ຄອງ Wall Street” ເວົ້າວ່າ ການປະທ້ວງຂອງ​ເຂົາ​ເຈົ້າ ​ເປັນ​
ການ​ເຄື່ອນ​ໄຫວທີ່ບໍ່ມີຜູ້ນໍາ ແລະສະມາຊິກໄດ້ພາກັນກາງ ເຕັ້ນພັກຢູ່​ໃກ້ບໍລິເວນຍ່ານ
ການເງິນຂອງນີວຢ໊ອກ ມາເປັນເວລາສອງ ອາທິດ​ແລ້ວ.

ສ່ວນທີ່ເມືອງ ບອສຕັນ ລັດ​ແມສຊາຈູ​ແສ​ສ ກໍ​ໄດ້ມີການ​ເດີນ​ຂະ​ບວນ ປະທ້ວງທໍານອງ
ດຽວກັນ ໃນຫົວຂໍ້ Take Back Boston ຫລືຍຶດ​ເອົາເມືອງບອສຕັນຄືນ​ມາ ​ເພື່ອຕໍ່
ຕ້ານທະນາຄານ​ເອກະ​ຊົນ Bank of America ທີ່ເມືອງບອສຕັນນັ້ນ. ພວກ​ປະ​ທ້ວງ
20 ກ່ວາ​ຄົນ​ໄດ້​ຖືກ​ຈັບ.

ເບິ່ງວີດີໂອລາຍງານພາສາອັງກິດ ກ່ຽວກັບການປະທ້ວງຂອງພວກຕໍ່ຕ້ານ Wall Street:

XS
SM
MD
LG