ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດຍົກເລີກ ວິຊ່າເຂົ້າເມືອງ ສໍາລັບ ຊາວໄຕ້ຫວັນ


ທ່ານ Christopher Marut, ຜູ້ອໍານວຍການ ສະຖາບັນ American Institute in Taiwan (AIT), ຕອບຄໍາຖາມ ໃນກອງປະຊຸມ ທີ່ໄຕ້ຫວັນ, ວັນທີ 3 ຕຸລາ 2012.
ທ່ານ Christopher Marut, ຜູ້ອໍານວຍການ ສະຖາບັນ American Institute in Taiwan (AIT), ຕອບຄໍາຖາມ ໃນກອງປະຊຸມ ທີ່ໄຕ້ຫວັນ, ວັນທີ 3 ຕຸລາ 2012.
ສະຫະລັດໄດ້ປະກາດໃຫ້ຊາບ ກ່ຽວກັບການເດີນທາງທີ່ບໍ່ຕ້ອງ
ມີວິຊ່າ ສໍາລັບຊາວໄຕ້ຫວັນທັງຫຼາຍ ຜູ້ປະສົງຢາກຈະມາຢ້ຽມ
ຢາມສະຫະລັດ.

ການຍົກເລີກດັ່ງກ່າວນີ້ ຊຶ່ງຈະເລີ່ມຕົ້ນໃນວັນທີ່ 1 ເດືອນພະຈິກ
ຕໍ່ໜ້ານີ້ ຈະອະນຸຍາດໃຫ້ນັກທ່ອງທ່ຽວຊາວໄຕ້ຫວັນ ເຂົ້າມາຍັງ
ສະຫະລັດໄດ້ດົນເຖິງ 90 ວັນ ໂດຍບໍ່ຕ້ອງມີວິຊ່າ ຊຶ່ງເປັນສິດ
ພິເສດທີ່ມີ 36 ປະເທດໄດ້ຮັບຢູ່ໃນຂະນະນີ້.

ຈີນບໍ່ຢູ່ໃນຈໍານວນນັ້ນ.

ບັນດາເຈົ້າໜ້າທີ່ທໍານຽບຂາວ ແລະກະຊວງຕ່າງປະເທດ
ສະຫະລັດ ປະກາດກ່ຽວກັບການເຄຶ່ອນໄຫວດັ່ງກ່າວເມື່ອວັນ
ອັງຄານວານນີ້ ໂດຍກ່າວວ່າ ໂຄງການຍົກເລີກວີຊ່ານີ້ ແມ່ນສອດຄ່ອງກັບຄວາມສໍາພັນ
ອັນໃກ້ຊິດ ທີ່ມີຮ່ວມກັນລະຫວ່າງສະຫະລັດແລະໄຕ້ຫວັນ.

ທ່ານນາງ Janet Napolitano ລັດຖະມົນຕີກະຊວງຮັກສາຄວາມປອດໄພພາຍໃນ
ປະເທດຂອງສະຫະລັດກ່າວວ່າ ທ່ານນາງຫວັງວ່າ ການຍົກເລີກດັ່ງກ່າວນີ້ ຈະເພີ່ມ
ຈໍານວນນັກທ່ອງທ່ຽວຊາວໄຕ້ຫວັນເຂົ້າມາໃນສະຫະລັດຫຼາຍຂຶ້ນ. ເມື່ອປີຜ່ານມານີ້
ມີຊາວໃຕ້ຫວັນເຂົ້າມາທ່ອງທ່ຽວຢູ່ໃນສະຫະລັດຫຼາຍກວ່າ 200,000 ຄົນ.

ວໍຊິງຮັບຮູ້ປັກກິ່ງຢ່າງເປັນທາງການກໍຈິງ ແຕ່ກໍຍັງຮັກສາຄວາມສໍາພັນອັນໃກ້ຊິດກັບ
ໄຕ້ຫວັນຕະຫຼອດມາ ແລະສະຫະລັດກໍເປັນຜູ້ໃຫ້ການສະໜັບສະໜຸນອາວຸດຍຸດໂທ
ປະກອນລາຍໃຫຍ່ ແກ່ໄຕ້ຫວັນ.

ການຍົກເລີກການອອກວິຊ່ານີ້ມີຂຶ້ນພຽງສອງເດືອນຫຼັງຈາກສະພາແຫ່ງຊາດໄຕ້ຫວັນ
ໄດ້ຍົກເລີກຂໍ້ຈໍາກັດຮັດແຄບການນໍາເຂົ້າຊີ້ນງົວອະເມຣິກັນ.
XS
SM
MD
LG