ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສ​​ຫລ ​ກຳ​ລັງ​ລໍ​ຖ້າ ການ​ອະ​ນຸ​ຍາດ ຂອງອີ​ຣັກ​ ເພື່ອ​ນຳລະ​ບົບ​ລູກ​ສອນ​ໄຟ​ ຊະ​ນິດ​ໃໝ່ ໄປ​ປ້ອງ​ກັນ ທະ​ຫານ​ອາ​ເມ​ຣິ​ກັນ


ຮູບ​ພາບ​ຈາກ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ​ກ່ຽວ​ກັບລະ​ບົບ​ຕໍ່​ຕ້ານລູກ​ສອນ​ໄຟ​ປ​າ​ຕ​ຣີ​​ອັອດ ທີ່​ຖານ​​ຍິງ​ຂອງ​ອົງ​ການເນ​ໂຕ.
ຮູບ​ພາບ​ຈາກ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ​ກ່ຽວ​ກັບລະ​ບົບ​ຕໍ່​ຕ້ານລູກ​ສອນ​ໄຟ​ປ​າ​ຕ​ຣີ​​ອັອດ ທີ່​ຖານ​​ຍິງ​ຂອງ​ອົງ​ການເນ​ໂຕ.

ຄວາມ​ພະ​ຍາ​ຍາມ​ຂອງ​ສະ​ຫະ​ລັດ ທີ່​ຈະ​ປ້ອງ​ກັນ​ກຳ​ລັງ​ທະ​ຫານຂອງ​ຕົນ​ຢູ່​ໃນ​ອີ​ຣັກ ຈາກ
​ການ​ຂົ່ມ​ຂູ່​ດ້ວຍ​ລູກ​ສອນ​ໄຟ​ຂອງອີ​ຣ່ານ ກຳ​ລັງຖືກ​ໂຈະ​ຈາກ​ພວກ​ເຈົ້າ​ໜ້າ​ທີ່ອີ​ຣັກ ຜູ້​ທີ່​ຍັງ
​ບໍ່​ທັນ​ໄດ້​ຕັດ​ສິນ​ໃຈ​ ​ອະ​ນຸ​ຍາດ​ໃຫ້​ນຳ​ເອົາລະ​ບົບ​ຕໍ່​ຕ້ານລູກ​ສອນ​ໄຟ​ປ​າ​ຕ​ຣີ​ອັອດ ເຂົ້າ​ໄປ
​ໃນ​ປະ​ເທດ​.

ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດສະ​ຫະ​ລັດ ທ່ານມາກ​ສ໌ ແອ​ສ​ເປີ​ ກ່າວ​ໃນ​ວັນ​ພະ​ຫັດ​ວານ​ນີ້
​ຕໍ່​ບັນ​ດາ​ນັກ​ຂ່າວ​ຢູ່​ທຳ​ນຽບ​ຫ້າ​ແຈ​ວ່າ “ພວກ​ເຮົາ​ຕ້ອງ​ການ​ ການອະ​ນຸ​ຍາດ​ຈາກ​ອີ​ຣັກ.”

ທ່ານ​ແອ​ລ​ເປີ​ກ່າວ​ວ່າ ການ​ບໍ່​ເຫັນ​ພ້ອມ​ແມ່ນກ່ຽວ​ກັບ​ວ່າ ຈະນຳເອົາລະ​ບົບ​ຕໍ່​ຕ້ານ ລູກ​
ສອນ​ໄຟ​ປ​າ​ຕ​ຣີອັອດ​ ໄປ​ຕິດ​ຕັ້ງ​ຢູ່​ບ່ອນໃດນັ້ນ​ ຍັງ​ຈະ​ຕ້ອງ​ການ​ຕົກ​ລົງ​ກັນ ຖ້າ​ຫ​າ​ກ​ອີ​ຣັກ
ອະ​ນຸ​ຍາດ​ໃຫ້​ສະ​ຫະ​ລັດ​ນຳ​ເຂົ້າ​ລູກ​ສອນ​ໄຟ​ດັ່ງ​ກ່າວ​.

ເຖິງ​ແມ່ນ​ມີ​ຄວາມ​ສະຫ​ລັບ​ຊັບ​ຊ້ອນ ທ່ານ​ແອ​ສ​ເປີ​ ແລະ​ບັນ​ດາ​ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສຂອງ
​ທຳ​ນຽບ​ຫ້າ​ແຈ ຕ່າງ​ກໍ​ປະ​ຕິ​ເສດ​ວ່າ​ ລະ​ບົບ​ປ້ອງ​ກັນລູກ​ສອນ​ໄຟນັ້ນ​ມີ​ຄວາມ​ຕ້ອງ​ການ
ຫຼັງ​ຈາກ​ກຳ​ລັງ​ທະ​ຫານ​ສະ​ຫະ​ລັດຢ່າງ​ໜ້ອຍ 64 ຄົນ​ໄດ້​ຮັບ​ບາດ​ເຈັບ​ຢູ່​ສະ​ໝອງ​ຈາກ
ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ຂອງ​ອີ​ຣ່ານ ໃສ່​ຖານ​ທັບ​ອາ​ກາດ​ອາ​ລ-ອາ​ຊາດ ໃນ​ຕົ້ນ​
ເດືອນ​ມັງ​ກອນ​ທີ່​ຜ່ານ​ມາ. ລາຍ​ງານ​ຂັ້ນ​ຕົ້ນ​ກ່າວ​ວ່າ ກຳ​ລັງ​ທະ​ຫານ​ສະ​ຫະ​ລັດ 50 ຄົນ​
ໄດ້​ຮັບ​ບາດ​ເຈັບ.

ຈຳ​ນວນດັ່ງ​ກ່າວ​ແມ່ນຮວມ​ທັງ​ 14 ກໍ​ລະ​ນີ​ທີ່ມີ​ລາຍງ​ານ ​ນັບ​ແຕ່​ວັນ​ອັງ​ຄານ​ທີ່​ຜ່ານ​ມາ.

ພວ​ກ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດ​ ກ່າວ​ໃນ​ຕອນ​ແລງວັນ​ພະ​ຫັດ​ວານ​ນີ້​ວ່າ 39 ຄົນ​ຂອງ
​ກຳ​ລັງ​ທະ​ຫານ​ທີ່ຮັບ​ບາດ​ເຈັບ ໄດ້ຖືກ​ສົ່ງ​ໄປ​ເຢ​ຣະ​ມັນ​ເພື່ອ​ທຳ​ການ​ປິ່ນ​ປົວ ແລະ​ຊັ່ງ
​ຊາ​ຕີ​ລາ​ຄາ.

ທະ​ຫ​ານ​ສະ​ຫະ​ລັດ​ອີກ​ແປ​ດ​ຄົນ​ໄດ້​ກັບ​ຄືນ​ມາ​ສະ​ຫະ​ລັດ​ແລ້ວ.

ນາຍ​ພົນ​ມາຣຄ ມິ​ລ​ເລ ປະທານ​ເສນາ​ທິການ​ຮ່ວມຂອງກອງ​ທັບສະຫະລັດ ​ກ່າວ​ຕໍ່​ບັນ
​ດາ​ນັກ​ຂ່າວ​ວ່າ “ໄດ້​ມີ​ກະ​ສຸນ​ທີ່​ໜັກ 1,000 ຫາ 2,000 ປອນ​ ​ໄດ້ຍິງເຂົ້າ​ມາ. ນີ້​ແມ່ນ​
ເລື້ອງ​ຮ້າຍ​ແຮງ ຮ້າຍ​ແຮງ​ທີ່​ສຸດ ເປັນ​ອາ​ວຸດ​ທີ່​ສຳ​ຄັນ.”

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG