ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຮອງປະທານາທິບໍດີ ສະຫະລັດ ຍົກເອົາປະເດັນ ເລື້ອງສິດທິມະນຸດ ຂຶ້ນມາຫາລື ໃນລະຫວ່າງ ການຢ້ຽມຢາມຫວຽດນາມ


ຮອງປະທານາທິບໍດີສະຫະລັດ ທ່ານນາງຄາມາລາ ແຮຣິສ ພົບປະກັບນັກເຄື່ອນໄຫວທີ່ເຮັດວຽກກ່ຽວກັບສິດທິຂອງຄົນຕ່າງເພດ ຫລື LGBT, ຄົນປ່ຽນເພດ, ສິດທິຄົນພິການ ແລະການປ່ຽນແປງຂອງສະພາບອາກາດທີ່ສະຖານທູດສະຫະລັດ ໃນນະຄອນຫລວງຮາໂນ່ຍ, ປະເທດຫວຽດນາມ, ວັນທີ 26 ສິງຫາ, ປີ 2021.
ຮອງປະທານາທິບໍດີສະຫະລັດ ທ່ານນາງຄາມາລາ ແຮຣິສ ພົບປະກັບນັກເຄື່ອນໄຫວທີ່ເຮັດວຽກກ່ຽວກັບສິດທິຂອງຄົນຕ່າງເພດ ຫລື LGBT, ຄົນປ່ຽນເພດ, ສິດທິຄົນພິການ ແລະການປ່ຽນແປງຂອງສະພາບອາກາດທີ່ສະຖານທູດສະຫະລັດ ໃນນະຄອນຫລວງຮາໂນ່ຍ, ປະເທດຫວຽດນາມ, ວັນທີ 26 ສິງຫາ, ປີ 2021.

ຮອງປະທານາທິບໍດີສະຫະລັດ ທ່ານນາງຄາມາລາ ແຮຣິສ ໄດ້ຍົກປະເດັນດ້ານສິດທິມະນຸດ ຂຶ້ນມາຫາລືກັບຜູ້ນໍາປະເທດຫວຽດນາມໃນລະຫວ່າງການຢ້ຽມຢາມທີ່ແນໃສ່ເພື່ອເສີມຂະຫຍາຍ ຄວາມສຳພັນຍຸດທະສາດ ກັບປະເທດດັ່ງກ່າວ ອີງ ຕາມຄຳເວົ້າຂອງທ່ານນາງ ທີ່ໄດ້ກ່າວຢູ້ນະຄອນຫລວງຮາໂນ່ຍ ໃນວັນພະຫັດວານນີ້.

ທ່ານນາງແຮຣິສ ກ່າວວ່າ ທ່ານນາງໄດ້ປຶກສາຫາລືເປັນການສະເພາະເຈາະຈົງກ່ຽວກັບການປ່ອຍໂຕ ຜູ້ທີ່ບໍ່ເຫັນພ້ອມທາງດ້ານການເມືອງ ແຕ່ບໍ່ໄດ້ເປີດເຜີຍເຖິງຜົນຂອງການຫາລືດັ່ງກ່າວ, ໂດຍທ່ານນາງກ່າວແຕ່ພຽງວ່າ ສະຫະລັດຕ້ອງ “ສືບຕໍ່ ຍົກເອົາປະເດັນສິດທິມະນຸດຂຶ້ນມາເວົ້າ ເມື່ອຈໍາເປັນ.”

ຫວຽດນາມໄດ້ກາຍເປັນເປົ້າໝາຍຂອງການຕ້ອງຕິໃນທົ່ວໂລກ ໃນການຈໍາກັດສິດເສລີພາບໃນການປາກເວົ້າ, ອິດສະລະພາບ ໃນການນໍາສະເໜີຂ່າວ ແລະຈຳກັດຮັດແຄບຕໍ່ພວກທີ່ຖືກສັງເກດວ່າມີຄວາມເຫັນທີ່ແຕກຕ່າງທາງການເມືອງ.

“ພວກເຮົາຈະບໍ່ຫລົບຫລີກຈາກການສົນທະນາທີ່ຍາກລໍາບາກ,” ນັ້ນຄືຄໍາເວົ້າຂອງທ່ານນາງແຮຣິສ ທີ່ໄດ້ກ່າວໄວ້.

ທ່ານນາງແຮຣິສ ບໍ່ໄດ້ຕອບໂດຍກົງ ເມື່ອນັກຂ່າວຖາມວ່າ ເປັນຫຍັງສະຫະລັດຈຶ່ງບໍ່ຕ້ອງຕິຈີນ ໃນການລະເມີດສິດທິມະນຸດ ໃນຂະນະທີ່ພວມແນເປົ້າໝາຍໃສ່ການສ້າງຄວາມສຳພັນອັນແໜ້ນແຟ້ນກວ່າເກົ່າກັບຫວຽດນາມ.

“ການສົນທະນາທີ່ຍາກລໍາບາກມັກຈະເກີດຂຶ້ນກັບຄົນທີ່ທ່ານອາດຈະເປັນຄູ່ຮ່ວມພາຄີນໍານັ້ນ,” ທ່ານນາງແຮຣິສກ່າວ. “ແລະພວກເຮົາກໍ່ເປັນຄູ່ຮ່ວມພາຄີ ກັບຫວຽດນາມ.”

ການຢ້ຽມຢາມຫວຽດນາມຂອງທ່ານນາງ ມ້ວນທ້າຍການເດີນທາງຢ້ຽມຢາມເຂດເອເຊຍຕາເວັນອອກສຽງໃຕ້ ເປັນເວລານຶ່ງອາທິດ ເມື່ອທ່ານນາງໄດ້ພົບປະກັບເຈົ້າໜ້າທີ່ລະດັບສູງໃນສິງກະໂປ ໃນຄວາມພະຍາຍາມເພື່ອຕ້ານຢັນກັບການມີອິດທິພົນເພີ້ມຂຶ້ນຂອງຈີນຢູ່ໃນພູມິພາກນີ້.

ທ່ານນາງແຮຣິສກ່າວວ່າ ສະຫະລັດບັນລຸຂໍ້ຕົກລົງຫລາຍສະບັບ ກັບສິງກະໂປ ແລະຫວຽດນາມ, ເຊິ່ງລວມເຖິງຂໍ້ຕົກລົງນຶ່ງທີ່ກ່ຽວຂ້ອງກັບຄວາມຮ່ວມມືໃນການປ້ອງກັນທາງໄຊເບີ້. ທ່ານນາງໄດ້ກ່າວວ່າ ສະຫະລັດຍັງໄດ້ສົ່ງມອບຢາວັກຊີນປ້ອງກັນໂຄວິດ-19 ຈໍານວນ 1 ລ້ານໂດສ ໃຫ້ແກ່ຫວຽດນາມ ໃນມື້ວັນພະຫັດວານນີ້, ເຊິ່ງເພີ້ມໃສ່ຫລາຍກວ່າ 5 ລ້ານໂດສທີ່ເຄີຍສົ່ງໄປໃຫ້ຫວຽດນາມແລ້ວກ່ອນໜ້ານີ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG