ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານ Pence ເດີນທາງໄປຮອດ ເກົາຫຼີໃຕ້ ຫຼັງຈາກ ພຽງຢາງ ທົດລອງຍິງລູກສອນໄຟ


ຮອງປະທານາທິບໍດີ ສະຫະລັດ ທ່ານ Mike Pence ຢ້ຽມຢາມສຸສານແຫ່ງຊາດໃນນະຄອນຫຼວງ ໂຊລ, ເກົາຫຼີໃຕ້. 16 ເມສາ 2017.
ຮອງປະທານາທິບໍດີ ສະຫະລັດ ທ່ານ Mike Pence ຢ້ຽມຢາມສຸສານແຫ່ງຊາດໃນນະຄອນຫຼວງ ໂຊລ, ເກົາຫຼີໃຕ້. 16 ເມສາ 2017.

ຂ່າວ ກ່ຽວກັບ ການພະຍາຍາມຍິງລູກສອນໄຟຄັ້ງຫຼ້າສຸດຂອງ ເກົາຫຼີເໜືອ ບໍ່ໄດ້ຫັນປ່ຽນ
ການເດີນທາງໄປແຫຼມ ເກົາຫຼີ ຂອງຮອງປະທານາ ທິບໍດີ ສະຫະລັດ ທ່ານ Mike Pence ໃນວັນອາທິດມື້ນີ້.

ເຮືອບິນ Air Force 2, ເປັນເຮືອບິນທີ່ນຳພາທ່ານ Pence ແລະ ພັນລະຍາຂອງທ່ານ
ໄປນະຄອນຫຼວງ ໂຊລ, ໄດ້ເດີນທາງຮອດຕາມຕາຕະລາງໃນຕອນບ່າຍຂອງວັນອາທິດ
ມື້ນີ້.

ການຍິງລູກສອນໄຟທີ່ປະສົບຄວາມລົ້ມແຫຼວຂອງ ເກົາຫຼີເໜືອ ໄດ້ຖືກຮັບຮູ້ໜຶ່ງຊົ່ວໂມງ ຫຼັງຈາກທ່ານ Pence ໄດ້ເດີນທາງອອກຈາກເມືອງ Anchorage ລັດ Alaska, ລຸນຫຼັງ
ໄດ້ຢຸດແວ່ຕື່ມນໍ້າມັນສຳລັບການເດີນທາງໄລຍະໄກຈາກນະຄອນຫຼວງ ວໍຊິງຕັນ ໄປເອ
ເຊຍ ຕາເວັນອອກສຽງເໜືອ. ທ່ານ Pence ໄດ້ຕິດຕໍ່ກັບປະທານາທິບໍດີ ທ່ານ ດໍໂນລ
ທຣຳ ໃນລັດຟລໍຣິດາຢ່າງວ່ອງໄວ, ອີງຕາມການກ່າວຂອງຜູ້ຊ່ວຍຂອງທ່ານຮອງປະທາ
ນາທິບໍດີ.

ບັນດານັກຂ່າວທີ່ເດີນທາງໄປກັບເຮືອບິນ Air Force 2 ໄດ້ຖືກແຈ້ງໃຫ້ຮູ້ ກ່ຽວກັບ ສະ
ຖານະການດັ່ງກ່າວ ໃນຂະນະທີ່ເຮືອບິນໄດ້ເດີນ ທາງຜ່ານທະເລ Bering.

ທ່ານ Pence ໄດ້ເດີນທາງອອກຈາກນະຄອນຫຼວງວໍຊິງຕັນ ວັນເສົາວານນີ້ ໃນການເດີນ
ທາງ 10 ມື້ໄປສີ່ປະເທດທີ່ລວມມີການຢຸດແວ່ໃນປະເທດ ຍີ່ປຸ່ນ, ອິນໂດເນເຊຍ, ອອສ
ເຕຣເລຍ ແລະ ຮາວາຍ. ມັນແມ່ນການເດີນທາງຢ່າງເປັນທາງການຄັ້ງທຳອິດ ໄປປະ
ເທດຂອບມະຫາສະໝຸດປາຊີຟິກຂອງທ່ານ, ບ່ອນທີ່ທ່ານຈະຈັດການເຈລະຈາ ກ່ຽວກັບ
ການຄ້າ, ເສດຖະກິດ ແລະ ບັນຫາຄວາມປອດໄພ, ລວມທັງການກະທຳຍຸແຍ່ທາງທະ
ຫານຂອງ ເກົາຫຼີເໜືອ.

ໂຄສົກຂອງທ່ານ Pence ທ່ານ Marc Lotter ໄດ້ກ່າວຕໍ່ວີໂອເອກ່ອນໜ້ານີ້ວ່າ ການ
ເດີນທາງຈະເສີມສ້າງນະໂຍບາຍຂອງລັດຖະບານ ກ່ຽວກັບ ການວາງ “ຄຸນຄ່າສູງສຸດ
ຕໍ່ພັນທະມິດຂອງພວກເຮົາ ແລະ ຄູ່ຮ່ວມໃນພາກພື້ນ ເອເຊຍ ປາຊີຟິກ.”

ການເດີນທາງຢ້ຽມຢາມ ເກົາຫຼີໃຕ້ ຂອງທ່ານຮອງປະທານາທິບໍດີ ໄດ້ເລີ່ມຂຶ້ນມື້ໜຶ່ງຫຼັງ
ຈາກການສະເຫຼີມສະຫຼອງວັນພັກແຫ່ງຊາດຂອງ ເກົາຫຼີເໜືອ ວັນເກີດຂອງຜູ້ກໍ່ຕັ້ງປະ
ເທດທ່ານ Kim Il Sung, ຜູ້ທີ່ເສຍຊີວິດໃນປີ 1994. ໃນມື້ກ່ອນທີ່ທ່ານ Pence ຈະ
ອອກເດີນທາງນັ້ນ ຄວາມສົນໃຈຂອງໂລກໄດ້ເພັ່ງເລັງໃສ່ຄວາມເປັນໄປໄດ້ຂອງ ລັດ
ຖະບານ ເກົາຫຼີເໜືອ ວ່າອາດຈະດຳເນີນການທົດລອງລະເບີດນິວເຄລຍ ທີ່ໄດ້ເປັນ
ຂ່າວລືມາດົນນານແລ້ວ ເຊິ່ງສອດຄ່ອງກັບ ວັນພັກ “The day of the sun.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG