ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮອງປະທານາທິບໍດີສະຫະລັດ ທ່ານນາງແຮຣິສ ປະກາດເງິນຊ່ວຍເຫຼືອ 1 ຕື້ໂດລາ ເພື່ອເປັນກອງທຶນສໍາລັບຄວາມເຂັ້ມແຂງຂອງແມ່ຍິງ


ຮອງປະທານາທິບໍດີສະຫະລັດ ທ່ານນາງຄາມາລາ ແຮຣິສ ກ່າວປາໄສ ລຸນຫຼັງການເລາະຢ້ຽມຫໍຂ້າທາດ Cape Coast ໃນລະຫວ່າງການຢ້ຽມຢາມການາເປັນເວລາຍາວນານ 1 ອາທິດ, ແທນຊາເນຍ ແລະແຊມເບຍ, ໃນເມືອງ ແຄບໂຄດທ໌, ປະເທດການາ, ວັນທີ 28 ມີນາ 2023.
ຮອງປະທານາທິບໍດີສະຫະລັດ ທ່ານນາງຄາມາລາ ແຮຣິສ ກ່າວປາໄສ ລຸນຫຼັງການເລາະຢ້ຽມຫໍຂ້າທາດ Cape Coast ໃນລະຫວ່າງການຢ້ຽມຢາມການາເປັນເວລາຍາວນານ 1 ອາທິດ, ແທນຊາເນຍ ແລະແຊມເບຍ, ໃນເມືອງ ແຄບໂຄດທ໌, ປະເທດການາ, ວັນທີ 28 ມີນາ 2023.

ຮອງປະທານາທິບໍດີສະຫະລັດ ທ່ານນາງຄາມາລາ ແຮຣິສ ມີ​ກຳ​ນົດ​ຈະປະກາດໃນວັນພຸດມື້ນີ້ ກ່ຽວກັບແຫຼ່ງເງິນທຶນ 1 ຕື້ໂດລາຂອງສາທາລະນະ ແລະເອກະຊົນ ສໍາລັບໂຄງການຕ່າງໆທີ່ເພັ່ງເລັງໃສ່ດ້ານເສດຖະກິດ ແລະຄວາມເຂັ້ມແຂງຂອງບັນດາແມ່ຍິງ ໃນຂະນະທີ່ທ່ານນາງ ສໍາເລັດການປະຕິບັດງານ ໃນການເດີນທາງມາຢ້ຽມຢາມປະເທດການາ.

ຫ້ອງການຂອງທ່ານນາງກ່າວວ່າ ເງິນທຶນດັ່ງກ່າວນີ້ ຈະສະໜັບສະໜຸນເພື່ອຂະ ຫຍາຍການເຂົ້າເຖິງພາກບໍລິການທາງດ້ານ digital, ການຝຶກອົບຮົມວຽກງານ ແລະການສະໜັບສະໜຸນຕ່າງໆ ໃຫ້ແກ່ຜູ້ປະກອບການ.

US VP Touts Hopeful Future for Africa During Stop in Ghana
please wait

No media source currently available

0:00 0:02:26 0:00

ທ່ານນາງແຮຣິສ ເປັນເຈົ້າພາບຈັດຕັ້ງການປະຊຸມໂຕະມົນ ກ່ຽວກັບຜູ້ປະກອບການແມ່ຍິງ ໃນວັນພຸດມື້ນີ້ ຢູ່ທີ່ນະຄອນຫຼວງອັກກຣາ ຂອງປະເທດການາ, ກ່ອນທີ່ທ່ານນາງຈະອອກເດີນທາງໄປແທນຊາເນຍຕໍ່, ເຊິ່ງເປັນການເດີນທາງໃນຂັ້ນຕໍ່ໄປ ສໍາລັບການຢ້ຽມຢາມອາຟຣິກາຍາວນານນຶ່ງອາທິດຂອງທ່ານນາງ.

ໃນວັນອັງຄານວານນີ້, ທ່ານນາງແຮຣິສ ໄດ້ໃຫ້ຄໍາສັນຍາຂອງການເປັນພາຄີລະຫວ່າງສະຫະລັດ ແລະອາຟຣິກາ, ໂດຍເນັ້ນຢໍ້າ ກ່ຽວກັບຄວາມເຂັ້ມແຂງຂອງແມ່ຍິງ, ການພັດທະນາລະບົບເສດຖະກິດ Digital ແລະສະໜັບສະໜຸນປະຊາທິປະໄຕ ແກ່ບັນດາປະຊາຊົນຊາວການາຜູ້ໜຸ່ມນ້ອຍ 8,000 ຄົນ ທີ່ໄດ້ ລວມກັນພາຍໃຕ້ແສງອາທິດທີ່​ຮ້ອນ​ຈັດ​ໃນຕອນສວາຍເພື່ອມາຮັບຟັງການກ່າວ ຄໍາປາຂອງທ່ານນາງ ໃນນະຄອນຫຼວງອັກກຣາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG