ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ແຮ​ຣິ​ສ ປະ​ກາດ​ ກ່ຽວ​ກັບ​ກອງ​ທຶນ​ໃໝ່ ສຳ​ລັບ​ພະ​ລັງ​ງານ ​ທີ່​ສະ​ອາດ ໃນ​ເຂດ​ລຸ່ມ​ແມ່​ນ້ຳ​ຂອງ


ແຟ້ມ - ແມ່​ຍິງ​ກຳ​ປູ​ເຈຍ ພວມ​ອອກ​ກຳ​ລັງ​ກາຍ ຢູ່​ແຄມ​ແມ່​ນ້ຳ​ຂອງ ໃນ​ຕອນ​ຕາ​ເວັນ​ຂຶ້ນ ທີ່​ນະ​ຄອນ​ຫຼວ​ງ​ພະ​ນົມ​ເປັນ ເມື່ອ​ວັນ​ທີ 3 ສິງ​ຫາ 2022.
ແຟ້ມ - ແມ່​ຍິງ​ກຳ​ປູ​ເຈຍ ພວມ​ອອກ​ກຳ​ລັງ​ກາຍ ຢູ່​ແຄມ​ແມ່​ນ້ຳ​ຂອງ ໃນ​ຕອນ​ຕາ​ເວັນ​ຂຶ້ນ ທີ່​ນະ​ຄອນ​ຫຼວ​ງ​ພະ​ນົມ​ເປັນ ເມື່ອ​ວັນ​ທີ 3 ສິງ​ຫາ 2022.

ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ນາງ​ຄາ​ມາ​ລາ ແຮ​ຣິ​ສ ໄດ້​ປະ​ກາດ ກ່ຽວ​ກັບ​ກອງ​ທຶນ​ໃໝ່ 20 ລ້ານ​ໂດ​ລາ ສຳ​ລັບ​ໂຄງ​ການ​ພະ​ລັງ​ງານ​ສະ​ອາດ​ໃນ​ເຂດ​ລຸ່ມ​ແມ່​ນ້ຳ​ຂອງ ໃນ​ມື້​ສຸດ​ທ້າຍ​ ຂອງ​ການ​ຢ້ຽມ​ຢາມ​ປະ​ເທດ​ໄທ ຫຼັງ​ຈາກໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ພູ​ມີ​ພາກ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ຣອຍ​ເຕີ້.

ທ່ານ​ນາງ​ໄດ້​ໂອ້​ລົມ ​ກັບ​ກຸ່ມ​ສັງ​ຄົມ​ພົນ​ລະ​ເຮືອນ ​ແລະ​ພວກ​ຜູ້​ນຳ​ທຸ​ລະ​ກິດ ທີ່​ບາງກອກ ຫຼັງ​ຈາກ​ກອງ​ປະ​ຊຸມ​ສຸດຍອດເອ​ເພັກ​ທີ່​ປະ​ກ​ອບ​ດ້ວຍ​ສະ​ມາ​ຊິກ 21 ປະ​ເທດ​ສິ້ນ​ສຸດ​ລົງ​ນຶ່ງມື້​ກ່ອນນັ້ນ.

ທ່ານ​ນາງ​ກ່າວ​ວ່າ “ການ​ເອົາ​ມາດ​ຕະ​ການ​ແບບ​ກ້າ​ຫານ ບໍ່​ແມ່ນ​ເປັນ​ພຽງຄວາມ​ຈຳ​ເປັນ ເພື່ອ​ປົກ​ປ້ອງ​ປະ​ຊາ​ຊົນແລະ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ​ໃນ​ໂລກ​ຂອງ​ເຮົາ​ເທົ່າ​ນັ້ນ ແຕ່​ຍັງ​ເປັນ​ເຄື່ອງ​ຂັບ​ດັນ​ຢ່າງ​ແຂງ​ຂັນ​ ຕໍ່​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ນຳ​ດ້ວຍ.

ໃນ​ການ​ຖະ​ແຫຼງ​ຂ່າວ​ທີ່​ມີ​ການ​ເປີດ​ເຜີຍ​ກ່ອນ​ໜ້ານີ້ ທ່ານ​ນາງ​ກ່າວ​ວ່າ ທາງ​ລັດ​ຖະ​ບານ​ສະ​ຫະ​ລັດ​ຈະ​ຂໍ​ທຶນ​ກ້ອນ​ໃໝ່​ຈາກ​ລັດ​ຖະ​ສະ​ພາ ສຳ​ລັບໂຄງການ ພາ​ຄີ​ໄຟ​ຟ້າແມ່​ນ້ຳ​ຂອງ ​ຍີ່​ປຸ່ນ-ສະ​ຫະ​ລັດ ທີ່​ເອີ້ນ​ຫຍໍ້​ວ່າ JUMPP ​ໂດຍ​ຜ່ານ​ການ​ເປັນ​ພາ​ຄີ​ຂອງປະ​ເທດ​ທັງ​ສອງ ກັບ​ບັນ​ດາ​ປະ​ເທດ​ຢູ່​ໃນ​ຂົງ​ເຂດ ເພື່ອ​ຊຸກ​ຍູ້​ພະ​ລັງ​ງານ​ທີ່​ຍືນ​ຍົງ.

ທ່ານ​ນາງກ່າວຕື່ມ​ວ່າ “ໂ​ດຍ​ສະ​ເພາະ​ແລ້ວ ພວກ​ເຮົາ​ຮູ້​ດີ​ວ່າ ວິ​ກິດ​ການ​ດ້ານ​ດິນ​ຟ້າ​ອາ​ກາດ ແມ່ນ​ເປັນ​ໄພ​ຂົ່ມ​ຂູ່​ທີ່​ແທ້​ຈິງ ​ຕໍ່​ປະ​ຊາ​ຄົມ​ຕ່າງໆ​ ທີ່​ກາງ​ຕໍ່​ອາ​ໄສ​ແມ່​ນ້ຳ​ຂອງ ຢູ່​ໃນ​ປະ​ເທດ​ໄທ ຫວຽດ​ນາມ ແລະ​ລາວ."

​ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG