ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ປະ​ຕິ​ຍານ​ທີ່​ຈະ​​ນຳ​ໜ້າ ຈີນ, ດ້ວຍ​ການ​ໃຊ້​ປັນ​ຍາ​ປະ​ດິດ ສຳ​ລັບ​ເຮືອ​ບິນ​ລົບ ແລະ ການ​ເດີນ​ເຮືອ


ເຮື​ບິນ​ລົບກອງ​ທັບ​ອາ​ກາດ F-16 ທີ່​ໃຊ້​ປັນ​ຍາ​ປະ​ດິດ​ບັນ​ຊາ, ຊ້າຍ, ບິນ​ຢູ່​ທາງ​ຂ້າງ​ເຮືອ​ບິນລົບ F-16 ທີ່​ສົມ​ມຸດ​ວ່າ​ເປັນ​ສັດ​ຕູ ພະ​ຍາ​ຍາມ​ທີ່​ຈະ​ບັງ​ຄັບ​ຄູ່​ຕໍ່​ສູ້​ຂອງ​ມັນ​ໄປ​ຈຸດ​ທີ່​ມີ​ຄວາມ​ສ່ຽງ, ຢູ່​ເທິງ​ຖານ​ທັບ​ອາ​ກາດ ເອັດ​ເຫວີດ​ສ໌, ລັດ​ຄາ​ລິ​ຟໍ​ເນຍ, 2 ພຶດ​ສະ​ພາ 2024.
ເຮື​ບິນ​ລົບກອງ​ທັບ​ອາ​ກາດ F-16 ທີ່​ໃຊ້​ປັນ​ຍາ​ປະ​ດິດ​ບັນ​ຊາ, ຊ້າຍ, ບິນ​ຢູ່​ທາງ​ຂ້າງ​ເຮືອ​ບິນລົບ F-16 ທີ່​ສົມ​ມຸດ​ວ່າ​ເປັນ​ສັດ​ຕູ ພະ​ຍາ​ຍາມ​ທີ່​ຈະ​ບັງ​ຄັບ​ຄູ່​ຕໍ່​ສູ້​ຂອງ​ມັນ​ໄປ​ຈຸດ​ທີ່​ມີ​ຄວາມ​ສ່ຽງ, ຢູ່​ເທິງ​ຖານ​ທັບ​ອາ​ກາດ ເອັດ​ເຫວີດ​ສ໌, ລັດ​ຄາ​ລິ​ຟໍ​ເນຍ, 2 ພຶດ​ສະ​ພາ 2024.

ເຮືອ​ບິນ​ລົບ​ຂອງກອ​ງ​ທັບ​ອາ​ກາດ​ສອງ​ລຳ​ໄດ້​ກຽ​ມ​ພ້ອມ​ໃນ​ການ​ຕໍ່​ສູ້​ຂອງ​ເຮືອ​ບິນ​ໃນ​ລັດ ຄາ​ລິ​ຟໍ​ເນຍ. ເຊິ່ງ​ລຳ​ນຶ່ງ​ແມ່ນ​ບັນ​ຊາ​ໂດຍ​ຄົນ​ຂັບ​ເຮືອ​ບິນ ແລະ ອີກ​ລຳ​ນຶ່ງບໍ່​ແມ່ນ.

ເຮືອ​ບິນ​ລົບ​ລຳ​ທີ​ສອງ​ນັ້ນ​ແມ່ນ​ຂັບ​ໂດຍ​ປັນ​ຍາ​ປະ​ດິດ, ໂດຍມີ​ພົນ​ລະ​ເຮືອນ​ທີ່​ມີ​ຕຳ​ແໜ່ງ​ສູງ​ສຸດ​ຂອງກອງ​ທັບ​ອາ​ກາດ​ຂີ່​ໄປ​ນຳ​ໃນ​ຕັ່ງ​ໜ້າ. ມັນ​ເປັນ​ການ​ສະ​ແດງ​ທີ່​ສຸດຍອດ ກ່ຽວ​ກັບ ວ່າ​ກອງ​ທັບ​ອາ​ກາດ​ໄດ້​ກ້າວ​ໜ້າ​ໄປ​ໄກ​ຊ່ຳ​ໃດ​ໃນ​ການ​ພັດ​ທະ​ນາ​ເທັກ​ໂນ​ໂລ​ຈີ​ດ້ວຍ​ຮາກ​ເຫງົ້າ​ຂອງ​ມັນ​ໃນ​ຊຸມ​ປີ 1950. ແຕ່​ມັນ​ເປັນ​ພຽງ​ສິ່ງ​ບົ່ງ​ບອກ ກ່ຽວ​ກັບ ເທັກ​ໂນ​ໂລ​ຈີ​ທີ່​ຈະ​ມີ​ຂຶ້ນ​ໃນ​ອະ​ນາ​ຄົດ.

ສະ​ຫະ​ລັດ ແມ່ນ​ກຳ​ລັງ​ແຂ່ງ​ຂັນ​ເພື່ອ​ນຳໜ້າ​ຈີນ ກ່ຽວ​ກັບ ປັນ​ຍາ​ປະ​ດິດ ແລະ ການ​ໃຊ້​ລະ​ບົບ​ອາ​ວຸດ​ຂອງ​ເຂົາ​ເຈົ້າ. ການ​ເພັ່ງ​ເລັງ​ໃສ່​ປັນ​ຍາ​ປະ​ດິດ​ແມ່ນ​ໄດ້​ກໍ່​ໃຫ້​ເກີດ​ຄວາມ​ເປັນ​ຫ່ວງຂອງ​ສາ​ທາ​ລະ​ນະ​ວ່າ ​ສົງ​ຄາມ​ໃນ​ອະ​ນາ​ຄົດ​ຈະ​ເປັນ​ການ​ຕໍ່​ສູ້​ໂດຍ​ເຄື່ອງ​ຈັກ​ທີ່​ເລືອກ ແລະ ໂຈ​ມ​ຕີ​ເປົ້າ​ໝາຍ​ໂດຍ​ປາ​ສະ​ຈາກ​ການ​ແຊກ​ແຊງ​ຂອງ​ມະ​ນຸດ​ໂດຍ​ກົງ. ບັນ​ດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ​ສິ່ງນີ້​ຈະ​ບໍ່​ມີ​ວັນ​ເກີດ​ຂຶ້ນ, ຢ່າງ​ໜ້ອຍບໍ່​ແມ່ນ​ໃນ​ຝ່າຍ​ຂອງ ສະ​ຫະ​ລັດ. ແຕ່​ມັນ​ມີ​ຄຳ​ຖາມ​ຕ່າງໆ ກ່ຽວ​ກັບ ສັດ​ຕູ​ທີ່​ອາດ​ເປັນ​ໄປ​ໄດ້​ໃນ​ອະ​ນາ​ຄົດ ​ຈະ​ໃຊ້, ແລະ ກອງ​ທັບ​ບໍ່​ເຫັນ​ທາງ​ເລືອກ​ອື່ນ ແຕ່ສ້າງ​ຄວາມ​ສາ​ມາດ​ຂອງ ສະ​ຫະ​ລັດ ໃຫ້​ໄວ.

ພົນ​ເຮືອ​ເອກ ຄ​ຣິ​ສ​ໂຕ​ເຟີ ເກ​ຣ​ດີ, ຮອງ​ປະ​ທານ​ຂອງ​ເສ​ນາ​ທິ​ການ​ຮ່ວມ​ກ່າວ​ວ່າ “ບໍ່​ວ່າ​ເຈົ້າ​ຢາກ​ຈະ​ເອີ້ນ​ມັນ​ວ່າ​ການ​ແຂ່ງ​ຂັນຫຼືບໍ່, ມັນ​ແມ່ນ​ຢ່າງ​ແນ່ນອນ. ພວກ​ເຮົາ​ທັງ​ສອງ​ໄດ້​ຮັບ​ຮູ້​ວ່ານີ້​ຈະ​ເປັນ​ອົງ​ປະ​ກອບ​ທີ່​ສຳ​ຄັນຫຼາຍ​ໃນ​ສະ​ໜາມ​ລົບ​ໃນ​ອະ​ນາ​ຄົດ. ຈີນ ແມ່ນ​ກຳ​ລັງ​ເຮັດ​ວຽກ ກ່ຽວ​ກັບ ມັນຢ່າງ​ໜັກ​ຄື​ກັນ​ກັບ​ພວກ​ເຮົາ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG