ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສຫລ ສັນຍາວ່າ ຈະມີ “ຜົນຕາມມາ” ສໍາລັບການກະທໍາຂອງຣັດເຊຍ


ທ່ານ Antony Blinken, ລັດຖະມົນຕີກະຊວງການຕ່າງປະເທດ ສະຫະລັດກໍາລັງຈະກ່າວຄໍາປາໄສໃນຕອນທ້າຍຂອງກອງປະຊຸມຂອງລັດຖະມົນຕີຕ່າງໆຂອງປະເທດໃນອົງການເນໂຕ ຢູ່ທີ່ນະຄອນ Brussels ຂອງແບລຈຽມ, ວັນທີ 24 ມີນາ, 2021
ທ່ານ Antony Blinken, ລັດຖະມົນຕີກະຊວງການຕ່າງປະເທດ ສະຫະລັດກໍາລັງຈະກ່າວຄໍາປາໄສໃນຕອນທ້າຍຂອງກອງປະຊຸມຂອງລັດຖະມົນຕີຕ່າງໆຂອງປະເທດໃນອົງການເນໂຕ ຢູ່ທີ່ນະຄອນ Brussels ຂອງແບລຈຽມ, ວັນທີ 24 ມີນາ, 2021

ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ, ທ່ານແອນໂທນີ ບລິງເຄັນ ກ່າວວ່າມັນຈະມີ "ຜົນເສຍຫາຍ ແລະຜົນສະທ້ອນຕາມມາ" ສຳລັບຣັດເຊຍຕໍ່ການເຄື່ອນໄຫວ ທີ່ເປັນການກ່າວຫາ ອັນບໍ່ດີຕໍ່ສະຫະລັດນັ້ນ.

“ພວກເຮົາຈະເອົາບາດກ້າວທີ່ຈໍາເປັນເພື່ອປົກປ້ອງຜົນປະໂຫຍດຂອງພວກເຮົາ” ນັ້ນຄືຄໍາເວົ້າຂອງທ່ານບລິງເຄັນ ທີ່ກ່າວຢູ່ໃນການໃຫ້ສຳພາດ ຕໍ່ອົງການຂ່າວ CNN ທີ່ໄດ້ອອກອາກາດໃນວັນອາທິດວານນີ້ ແຕ່ໄດ້ຖືກອັດໄວ້ໃນອາທິດແລ້ວ ນີ້ ຂະນະທີ່ທ່ານໄດ້ສຳເລັດການເຈລະຈາກັບບັນດານັກການທູດປະເທດໃນອົງ ການເນໂຕ້ຄົນອື່ນໆ ທີ່ນະຄອນບຣັສເຊີລສ໌ (Brussels).

ທ່ານກ່າວວ່າມີ "ຄວາມມຸ້ງໝັ້ນຄືກັນ" ໃນບັນດາປະເທດພັນທະມິດຝ່າຍຕາເວັນ ຕົກທີ່ຈະ "ເຫັນໄດ້ຢ່າງຈະແຈ້ງ" ກ່ຽວກັບການກະທຳຂອງມົສກູ ແລະເຮັດໃຫ້ວັງເຄຣັມລິ ນຕ້ອງຮັບເອົາຄວາມຮັບຜິດຊອບຂອງຕົນ.

ຫົວໜ້ານັກການທູດຂອງສະຫະລັດທ່ານນີ້ກ່າວວ່າ ບັນດາເຈົ້າໜ້າທີ່ "ກຳລັງຢູ່ໃນຂັ້ນຕອນ" ການພິຈາລະນາມາດຕະການລົງໂທດ ຫຼືການກະທຳໃດ ທີ່ວໍຊິງຕັນຈະວາງແຜນ ເພື່ອການຕ້ານຢັນກັບມົສກູແລະການປຶກສາຫາລືກັບປະເທດ ອື່ນໆ ໃນກຸ່ມເນໂຕຢູ່.

ທ່ານກ່າວອີກວ່າ "ພວກເຮົາເຂັ້ມແຂງຂຶ້ນ ເມື່ອພວກເຮົາສາມາດເຮັດມັນໄດ້ໃນລັກສະນະທີ່ມີການປະສານງານກັນ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG