ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ຄົບຮອບ 50 ປີ ສຳລັບກົດໝາຍ ການປ່ອນບັດ ໃນສະຫະລັດ


US Voting Rights Act Turns 50
please wait

No media source currently available

0:00 0:02:59 0:00

Çin'in Shaanxi Eyaletinde dövüş sanatları yarışmasında  çocuklar

ເມື່ອ 50 ປີກ່ອນ ບັນດາສະມາຊິກສະພາ ​ໄດ້ໃຫ້ການອະນຸມັດ
​ແລະ ປະທານາທິບໍດີສະຫະລັດ ທ່ານ Lyndon Johnson ​ກໍ
ໄດ້​ລົງ​ນາມ ໃນຮ່າງ ກົດໝາຍວ່າ​ດ້ວຍສິດທິໃນການປ່ອນ ໃນ
ປີ 1965. ມາດຕະການ​ດັ່ງກ່າວໄດ້​ເຮັດ​ໃຫ້​ການຈຳແນກກີດ
ກັນທາງດ້ານເຊື້ອຊາດຜິວພັນ​ໃນການປ່ອນບັດ ເປັນ ການຜິດ
ກົດໝາຍ​ແລະ​ສະໜອງການຄຸ້ມຄອງທີ່ຈຳ​ເປັນຕ່າງໆ​ຂອງລັດ
ຖະບານ ກາງ ​ເພື່ອອະນຸຍາດ​ໃຫ້ຊາວອາເມຣິກັນ ເຊື້ອສາຍ
ອາ​ຟຣິກາ ຫລາຍລ້ານຄົນທີ່ ຢູ່​ໃນຫລາຍ​ເຂດ ທາງພາກໃຕ້
ຂອງສະຫະລັດ​ສາມາດໄປ​ຊົມ​ໃຊ້ສິດທິໃນການ ປ່ອນບັດ
ຂອງພວກເຂົາເຈົ້າ. ກົດໝາຍດັ່ງກ່າວໄດ້ມີການຮັບຮອງເອົາ
ຫຼັງຈາກ ມີການປະທ້ວງການກໍ່ຄວາມບໍ່ສະຫງົບ ​ແລະການ
ນອງ​ເລືອດເປັນເວລາຫຼາຍປີ. ນັກຂ່າວວີໂອເອ Chris Sim-
kins ມີລາຍງານກ່ຽວກັບເລື້ອງນີ້ ຊຶ່ງ ກິ່ງສະຫວັນ ຈະນຳ​ມາ
ສະ​ເໜີທ່ານ.

ປະ​ຫວັດສາດ ​ໄດ້​ເກີດຂື້ນ​ເວລາ ປະທານາທິບໍດີ Lyndon Johnson ​ລົງນາມໃນຮ່າງ
ກົດໝາຍວ່າດ້ວຍສິດທິ​ການປ່ອນບັດ ​ໃນປີ 1965. ກົດໝາຍ ດັ່ງກ່າວ​ໄດ້ຖືກພິຈາລະນາ
ຢ່າງກວ້າງຂວາງວ່າ ເປັນກົດໝາຍ​ໄດ້ຜົນທີ່ສຸດໃນ ບັນດາຮ່າງກົດໝາຍວ່າສິດທິພົນລະ​
ເມືອງ ທີ່​ໄດ້ປະກາດໃຊ້ຢູ່​ໃນສະຫະລັດ.

ປະທານາທິບໍດີ Johnson ກ່່າວວ່າ “ພວກ​ເຮົາຈະ​ບໍ່ຫັນເຫ​ໄປທາງໃດຈົນກວ່າ ຊາວ
ອາ​ເມຣິກັນ ທຸກ​ເຊື້ອຊາດເຜົ່າພັນ ທຸກສີແລະທຸກຕົ້ນຕໍທີ່ມາ ຢູ່​ໃນປະ​ເທດນີ້ ​ໄດ້
ຮັບສິດເທົ່າທຽມກັນ ​ເໝືອນດັ່ງຄົນອື່ນໆ ເພື່ອ​ແບ່ງປັນການດຳ​ເນີນຂັ້ນຕອນ

ຂອງປະຊາທິປະ​ໄຕ.”

ກົດໝາຍ​ສິດທິໃນການ​ປ່ອນ​ບັດ ​ໄດ້​ທັບມ້າງການ​ກີດ​ກັ້ນ​ຕ່າງ​ໆຂອງ ລັດ ​ແລະ​ທ້ອງ​ຖິ່ນ
ຢູ່​ຕາມໜ່ວຍປ່ອນ​ບັດ​ຂອງບັນດາ​ປະຊາ​ຄົມໃນ​ທົ່ວ​ພາກ​ໃຕ້ ທີ່ມີການ ຈຳແນກກີດກັນ
ທາງດ້ານຜິວ​ພັນ​ຕໍ່ບັນດາ​ຜູ້​ມີສິດປ່ອນ​ບັດ​ ຊາວ​ອາ​ເມຣິກັນ​ເຊື້ອສາຍອາ​ຟຣິກາ. ນອກ
ນັ້ນ​ມັນ​ຍັງ​ໄດ້​ສະໜອງການຄຸ້ມຄອງໂດຍ​ລັດຖະບານ​ກາງ ພາຍໃຕ້ບົດແກ້​ໄຂ​ລັດຖະທຳ​
ມະນູ​ນມາດຕາ 15 ຂອງ​ສະຫະລັດ ທີ່​ໄດ້​ໃຫ້​ສິດທິໃນການ​ປ່ອນບັດແກ່ຊາວອາເມຣິກັນ
ເຊື້ອສາຍອາຟຣິການັ້ນ.

ສະມາຊິກສະພາຕ່ຳ John Lewis ກ່າວ​ວ່າ “ກົດໝາຍວ່າດ້ວຍສິດທິໃນ​ການ​ປ່ອນ​
ບັດປີ 1965 ​ໄດ້​ເຮັດ​ໃຫ້​ມີສິດເສລີ​ພາບ ​ແລະ​ປົດ​ປ່ອຍຜູ້ຄົນ ເປັນຈຳ ນວນຫຼວງ
ຫລາຍ.”

ທ່ານ John Lewis ປັດຈຸບັນ​ນີ້​ເປັນສະມາຊິກສະພາຕ່ຳ ​ເກືອບ​ເສຍ​ຊີວິດ​ໃນ​ລະຫວ່າງ​
ການ​ເດີນ​ຂະ​ບວນ ຮຽກຮ້ອງເອົາສິດທິການ​ປ່ອນ​ບັດ​ທີ່ເມືອງ Selma ລັດ Alabama ​ໃນ
​ປີ 1965. ພາບ​ຂອງ​ຄວາມ​ຮຸນ​ແຮງແລະ​ການ​ປະ​ເຊີນ​ໜ້າ​ກັນ ​ທີ່​ຕຳຫລວດໄດ້​ໂຈມ​ຕີ​ພວກ
​ປະທ້ວງ​ ທີ່​ພາກັນ​ເດີນ​ຂະບວນ​ແບບ​ສັນຕິ ​ໄດ້​ເຮັດ​ໃຫ້ມີການຄັດຄ້ານຢູ່ໃນທົ່ວປະເທດ
ແລະ​ໄດ້​ນຳໄປ​ສູ່​ການ​ຮັບຮອງເອົາກົດ ໝາຍ​ປ່ອນ​ບັດດັ່ງກ່າວ.

ສະມາຊິກສະພາຕ່ຳ Lewis ກ່າວວ່າ “ມັນມີ​ຄຸນຄ່າທີ່ດີພໍ ສົມກັບທີ່​ຫລາຍໆ​ຄົນໄດ້ຮັບ
ຄວາມທຸກທໍລະມານ. ມັນ​ມີ​ຄຸນ​ຄ່າສົມກັບ​ເລືອດ​ເນື້ອ ທີ່​ພວກ​ເຮົາ​ໄດ້ເສຍສະຫຼະ

ໄປນັ້ນ​.”

ອາຈານ​ສອນ​ລັດຖະສາດ​ການ​ເມືອງ ທ່ານ​ນາງ Andra Gillespie ກ່າວ​ວ່າ ການດຳເນີນ
ຄວາມຍາຍາມສ່ວນໃຫຍ່ຂອງລັດຖະບານ​ ໄດ້ເລີ້ມ​ດ້ວຍການ​ລົງ ທະບຽນ​ບັນດາ​ຜູ້​ມີສິດ
ປ່ອນ​ບັດຊາວອາ​ເມຣິກັນເຊື້ອສາຍອາຟຣິກາ.

ທ່ານ​ນາງ Gillespie ຈາກມະຫາວິທະຍາ​ໄລ Emory ກ່າວ​ວ່າ “ອັດ​ຕາ​ການ​ປ່ອນ​ບັດ
ຂອງ​ຊາວ​ອາເມຣິກັນເຊື້ອສາຍຟຣິກາ ​ໄດ້​ເພີ້ມ​ຂື້ນ​ຢ່າງ​ຫລວງຫລາຍ​ ໃນລະຫວ່າງ

ຕອນທ້າຍ​ຂອງຊຸມ​ປີ 1960 ​ແລະ​ຕອນ​ຕົ້ນຊຸມປີ 1970​. ​ເພາະສະ​ນັ້ນ ​ໄດ້​ມີ​ຫຼາຍໆ​ເຂດ​ຢູ່ໃນ​ພາກ​ໃຕ້ລັດຕ່າງໆຊຶ່ງເປັນ​ລັດ​ບ່ອນ​ທີ່​ຊາວ​ອາ​ເມຣິກັນ ເຊື້ອສາຍອາຟຣິ
ກາ ​ຫລາຍໆ​ພັນ​ຄົນສາມາດ​ໄປປ່ອນ​ບັດ.”

ບັນດາ​ຜູ້ນຳ​ຊາວອາ​ເມຣິກັນເຊື້ອສາຍອາຟຣິກາ ກ່າວ​ວ່າ ການ​ເສຍ​ສະ​ລະ​ທີ່​ໄດ້​ເຮັດໄປ
ເພື່ອ​ໃຫ້​ໄດ້ຮັບ​ສິດ​ທິໃນການປ່ອນ​ບັດນັ້ນ ສົມຄວນ​ທີ່​ຈະ​ສະ​ຫລອງ ​ແລະ​ບໍ່​ໃຫ້​ຫລົງ​ລືມ.
ທ່ານ Leo Smith ທີ່ກຳກັບນຳການ​ພົວພັນ​ຊົນ​ກຸ່ມ​ນ້ອຍ​ຂອງພັກຣີພັບ​ບລິ​ກັນ ໃນລັດ
Georgia ກ່າວ​ວ່າ “ຂ້າພະ​ເຈົ້າ ປື້​ມປິ​ຕິ​ຍິນ​ດີ ທີ່​ພວກ​ເຮົາ​ໄດ້​ໜີ​ຈາກສັງຄົມ​ບ່ອນ​ທີ່​ ຂ້າພະເຈົ້າ​ອາດ​ຖືກ​ໂຈມ​ຕີ ​ແລະ​ທຸບ​ຕີ​ຄື​ດັ່ງ ທ່ານ John Lewis ​ໄດ້​ຖືກນັ້ນ. ທ່ານ​
ໄດ້
​ຮັບ​ບາດ​ແຜ​ເຫລົ່າ​ນັ້ນສຳລັບຂ້າພະ​ເຈົ້າ. ຢ່າໄດ້​ເສຍ​ເລືອດ​ເນື້ອ​ໄປ​ລ້າໆທີ່​ໄດ້
​ຢົດ
ໄຫລ​ອອກ​ມາ​ ໂດຍ​ການ​ເຮັດແບບ ບໍ່​ຮູ້​ວ່າ ຄວາມທຸກ​ທໍລະມານ​ຂອງທ່ານນັ້ນ
ບໍ່ໄດ້ມີ​
ຄວາມໝາຍໃດໆ.”

ຫ້າ​ສິ​ບປີ​ຕໍ່ມາ ອະດີດ​ຜູ້​ປົກຄອງ​ນະຄອນ Atlanta ທ່ານ​ນາງ Shirley Frankin ຈື່ໄດ້ວ່າ
ກົດໝາຍວ່າດ້ວຍສິດທິໃນການ​ປ່ອນ​ບັດ ​ໄດ້​ເຮັດ​ໃຫ້​ທ່ານ​ນາງ ມີ​ໂອກາດໄດ້ລົງສະໝັກ
ແຂ່ງຂັນເລືອກ​ຕັ້ງ​.

ທ່ານ​ນາງ Frankin ກ່າວ​ວ່າ “ເປັນຈັ່ງໂຊກ ທີ່ຄົນ​ອຶ່ນໆ​ໄດ້​ເຫັນ​ບາງ​ສິ່ງ​ບາງ​ຢ່າງ​ໃນ​
ໂຕຂອງຂ້າພະ​ເຈົ້າ ທີ່​ຂ້າພະ​ເຈົ້າ​ບໍ່​ເຫັນດ້ວຍຕົວ​ເອງ. ​ເຂົາ​ເຈົ້າໄດ້​ໃຫ້​ກຳລັງ​ໃຈ

​ແກ່ ຂ້າພ​ະ​ເຈົ້າກ້າວ​ອອກ​ມາ​ຈາກ​ບ່ອນ​ທີ່ຂ້າພະ​ເຈົ້າ​ໄດ້​ຢູ່​ຢ່າງສະໜຸກ​ສຸກ​ສະ
ບາຍ
ເພື່ອ​ລົງສະ​ໝັກ​ເລືອກ​ຕັ້ງ. ​ພາລະກິດຂອງຂ້າພະ​ເຈົ້າ ​ນັບແຕ່ເວລານັ້ນ​ມາ​ ແມ່ນໄດ້ຊັກ​ຊວນໃຫ້ບຸກຄົນອື່ນໆ​ເຮັດ​ເຊັ່ນ​ດຽວ​ກັນ.”

ບັນດາ​ນັກ​ວິ​ເຄາະ​ກາ​ນ​ເມືອງ ກ່າວ​ວ່າ ກົດໝາຍ​ວ່າດ້ວຍສິດທິໃນ​ປ່ອນ​ບັດ ​ໄດ້​ເປັນ​ໄຊຊະ
ນະ​ສຳລັບ​ປະ​ເທດ​ຊາດ ​ໂດຍ​ທີ່​ໄດ້​ເຮັດ​ໃຫ້​ເປັນ​ເຄຶ່ອງມືທີ່ມີອິດທິພົນທີ່​ສຸດອັນ​ນຶ່ງ​ ​ໃນ​ລະ
ບອບປະຊາທິປະ​ໄຕ ນັ້ນກໍຄືການ​ປ່ອນ​ບັດ ທີ່ທ່ຽງ​ທຳ​ແລະ​ຖືກຕ້ອງ.

Fifty years ago, lawmakers approved, and U.S. President Lyndon Johnson signed, the Voting Rights Act of 1965. The measure outlawed racial discrimination in voting and provided the necessary federal enforcement to allow millions of blacks in many parts of the southern United States to exercise their right to vote. The law followed years of protests, civil unrest and bloodshed.

The law is widely considered to be the most effective piece of civil rights legislation ever enacted in the United States.

"We will not turn aside until Americans of every race and color and origin in this country have the same right as all others to share in the process of democracy," said President Lyndon Johnson.

The Voting Rights Act wiped out state and local barriers at the ballot box in communities throughout the South that racially discriminated against black voters. It also provided for federal enforcement of the 15th amendment of the U.S. Constitution, which gave African Americans the right to vote.

"The [Voting Rights] Act of 1965 freed and liberated so many people," said John Lewis, a U.S. Congressman.

Lewis was nearly killed during a voting rights march in Selma, Alabama in 1965. Scenes of the violent confrontation, in which police attacked peaceful demonstrators, caused a national outcry and led to swift passage of the Voting Rights Act.

"It was worth the suffering of so many people. It was worthy of the blood that some of us gave," he said.

Political science professor Andra Gillespie said large-scale government-backed efforts were launched to register black voters.

"The voting rate among African Americans climbs exponentially during the latter part of the 1960s and early part of the 1970s. So there were places in the South, states where hundreds or thousands of blacks could vote," said Gillespie.

Black leaders say the sacrifices made to win voting rights should be celebrated and never forgotten. Leo Smith directs minority engagement for the Georgia Republican Party.

"I am proud that we have gone from a society where I might have been attacked and beat down like John Lewis was. He took those wounds for me. Don't waste the blood that was spilled by pretending that his suffering meant nothing," said Smith.

Fifty years later former Atlanta Mayor Shirley Franklin remembers how the 1965 Voting Rights Act gave her an opportunity to seek elective office.

"Fortunately other people saw something in me that I didn't see in myself. They encouraged me to step out of my comfort zone and to run for office. My mission since that time has been to encourage people to do the same," said Franklin.

Political analysts say the Voting Rights Act was a victory for the nation by making one of the most powerful instruments in a democracy -- the vote -- fair and equitable.

XS
SM
MD
LG