ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ລົງຄະແນນສຽງໃນສະຫະລັດ ພາກັນໄປປ່ອນບັດ ໃນການ ເລືອກຕັ້ງຂັ້ນຕົ້ນ ໃນ​ວັນ​ອັງ​ຄານ​ວານນີ້


ຜູ້ລົງຄະແນນສຽງໃນລັດ​ແຄນ​ຊັ​ສ ໄປ​ປ່ອນ​ບັດ​ໃນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົນ ແລະ​ການ​ລົງ​ປະ​ຊາ​ມະ​ຕິ​ກ່ຽວ​ກັບ​ການ​ເຮັດ​ແທັ້ງລູກ ໃນ​ວັນ​ທີ 2 ສິງ​ຫາ, 2022.
ຜູ້ລົງຄະແນນສຽງໃນລັດ​ແຄນ​ຊັ​ສ ໄປ​ປ່ອນ​ບັດ​ໃນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົນ ແລະ​ການ​ລົງ​ປະ​ຊາ​ມະ​ຕິ​ກ່ຽວ​ກັບ​ການ​ເຮັດ​ແທັ້ງລູກ ໃນ​ວັນ​ທີ 2 ສິງ​ຫາ, 2022.

ຜູ້ລົງຄະແນນສຽງໃນຫຼາຍລັດຂອງສະຫະລັດພາກັນໄປປ່ອນບັດໃນວັນອັງຄານວານນີ້ ໃນການເລືອກຕັ້ງຂັ້ນຕົ້ນ ກ່ອນການເລືອກຕັ້ງທົ່ວໄປໃນ ເດືອນພະຈິກທີ່ຈະຕັດສິນການຄວບຄຸມລັດ​ຖະສະພາຂອງສະຫະລັດ.

ໃນລັດ​ອາ​ຣິ​ໂຊ​ນານັ້ນ, ທ່ານ​ນາງແຄ​ຣິ​ນ ເທເລີ ຣອບ​ສັນ (Karrin Taylor Robson) ແລະ ທ່ານ​ນາງຄາ​ຣີ ເລກ (Kari Lake) ແມ່ນມີ​ຄະ​ແນນ​ຂ້ອນ​ຂ້າງ​ສູ​ສີ​ກັນ ຢູ່ໃນການແຂ່ງຂັນຂອງພັກຣີພັບບລີກັນເພື່ອເປັນຜູ້ປົກ​ຄອງ​ລັດ ໂດຍທີ່ມີການ​ນັບຄະແນນສຽງໄດ້ສາມສ່ວນສີ່ຂອງບັດເລືອກຕັ້ງແລ້ວ ໃນ ຕອນ​ເຊົ້າໆ​ຂອງວັນພຸດ ມື້ນີ້. ທ່ານ​ນາງເລກ ໄດ້ຮັບການສະຫນັບສະຫນູນ ຈາກອະດີດປະທານາທິບໍດີສະຫະລັດ, ທ່ານດໍ​ໂນ​ລ ທ​ຣຳ ເຊິ່ງການສະຫນັບ ສະຫນູນນັ້ນ ແມ່ນໄດ້ຮັບການຕິດຕາມຢ່າງໃກ້ຊິດ ກ່ອນການລົງຄະແນນສຽງ ໃນເດືອນພະຈິກນີ້.

ຜູ້ຊະນະຈະໄປປະເຊີນໜ້າກັບຫົວ​ໜ້າ​ຫ້ອງ​ການຂອງລັດອາ​ຣີ​ໂຊ​ນາ, ທ່ານ​ນາງແຄດ​ຕີ ຮອບ​ສ໌ (Katie Hobbs), ສະມາຊິກຂອງພັກເດໂມແຄຣັດ, ໃນການເລືອກຕັ້ງທົ່ວໄປ.

ບ່ອນ​ນັ່ງ​ຂອງ​ສະພາ​ສູງ​ສະຫະລັດບ່ອນ​ນຶ່ງ ​ກໍຈະ​ຖືກ​ເອົາ​ໄປລົງ​ຄະ​ແນນ​ສຽງ​ຄື​ກັນໃນ​ເດືອນ​ພະຈິກນີ້ ທີ່​ລັດອາ​ຣີ​ໂຊ​ນາໂດຍທີ່​ຜູ້​ດຳລົງ​ຕຳ​ແໜ່​ງໃນ​ປັດ​ຈຸ​ບັນ ທີ່ມາ​ຈາກພັກ​ເດ​ໂມ​ແຄຣັດ, ທ່ານມາກ ແຄ​ລ​ລີ (Mark Kelly) ກຳລັງ​ປະ​ເຊີນກັບ​ການ​ເລືອກ​ຕັ້ງ​ຄືນ​ໃໝ່. ທ່ານ​ເບ​ລກ ມາ​ສ​ເຕີ (Blake Masters) ທີ່ໄດ້ຮັບ ການໜູນຫລັງໂດຍທ່ານ​ທ​ຣຳ​ນັ້ນໄດ້ເອົາຊະນະນາຍທະຫານເກົ່າ, ທ່ານ​ຈີມ ເລມອນ (Jim Lamon).

ການ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ຫົວ​ໜ້າຫ້ອງ​ການຂອງ​ລັດອາ​ຣີ​ໂຊ​ນາໄດ້ເຮັດ​ໃ​ຫ້ທ່ານ ມາກ ຟິນ​ແຊມ (Mark Finchem) ຜູ້​ສະ​ໝັກເລືອກ​ຕັ້ງ​ອີກ​ຄົນ​ນຶ່ງ​ທີ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ​ຈາກ​ທ່ານທ​ຣຳຜູ້​ທີ່ໄດ້​ເຂົ້າ​ຮ່ວມ​ການກໍ່​ຈາ​ລະ​ຈົນໃນ​ວັນ​ທີ 6 ມັງ​ກອນ​ນີ້ ຢູ່​ທີ່​ລັດ​ຖະ​ສະ​ພາ​ຂອງ​ສະ​ຫະ​ລັດນັ້ນ ໂດດ​ເດັ່ນ​ຂຶ້ນ. ທ່ານໄດ້ເອົາຊະນະ ພວ​ກ​ສັງ​ກັດພັກຣີພັບບລີກັນສາມຄົນເພື່ອກ້າວໄປຂ້າງໜ້າໄດ້.

ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ລັດ​ແຄນ​ຊັ​ສຂອງ​ສະ​ຫະ​ລັດ ໄດ້​ປະ​ຕິ​ເສດ​ການ​ແກ້​ໄຂ​ລັດ​ຖະ​ທຳ​ມະ​ນູນ ທີ່​ຈະ​ຍົກ​ເລີກ​ການ​ປົກ​ປ້ອງ​ການ​ແທັງ​ລູກ​ອອກ.

ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່​ຜູ້​ມີ​ສິດ​ເລືອກ​ຕັ້ງ​ສະຫະລັດ​ໄດ້​ຕັດສິນ​ໃຈ​ກ່ຽວ​ກັບ​ການແທັງລູກ​ອອກ ​ນັບ​ຕັ້ງແຕ່​ມີຄຳ​ຕັດສິນ​ຂອງ​ສານ​ສູງ​ສຸດ​ໃນ​ເດືອນ​ມິຖຸນາ​ຜ່ານ​ມາ ທີ່​ໄດ້​ຍົກ​ເລີກ​ສິດ​ທີ່​ມີ​ມາ​ແຕ່​ດົນ​ນານ​ຕາມ​ລັດຖະທຳ​ມະນູນ​ໃນເລື້ອງຢຸດການ​ຖືພາ.

ໃນ​ການ​ລົງ​ຄະ​ແນນ​ສຽງ​ອີກ​ຄັ້ງ​ນຶ່ງ​ຂອງ​ລັດແຄນ​ຊັ​ສນັ້ນຫົວ​ໜ້າ​ພະ​ແນກ​ຍຸ​ຕິ​ທຳ ຂອງ​ລັດ, ທ່ານ​ເດ​ເຣັກ ສ​ມິດ (Derek Schmidt) ໄດ້​ຮັບ​ການ​ເລືອກ​ຕັ້ງ​ຈາກ​ພັກ​ຣີ​ພັບ​ບ​ລິ​ກັນເພື່ອ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ຜູ້​ປົກ​ຄອງ​ລັດ. ທ່ານທ​ຣຳໄດ້ສະໜັບ ສະໜຸນທ່ານສ​ມິດ ຜູ້ທີ່ຈະລົງແຂ່ງຂັນເອົາຕຳແໜ່ງດັ່ງ​ກ່າວກັບຜູ້​ປົກ​ຄອງ​ລັດ ທີ່​ມາ​ຈາກພັກເດໂມແຄຣັດ, ທ່ານນາງ​ລໍ​ຣາ ແຄ​ລ​ລີ (Laura Kelly) ໃນການ ເລືອກຕັ້ງເດືອນພະຈິກນີ້.

ໃນລັດ​ມິ​ຊີ​ແກນນັ້ນ, ສະມາຊິກພັກຣີພັບບລີກັນ, ທ່ານ​ທູ​ດໍ ດິກ​ສັນ ຊະນະການ ແຕ່ງ​ຕັ້ງຂອງພັກ ເພື່ອໄປປະເຊີນໜ້າກັບຜູ້ປົກ​ຄອງ​ລັດ​ທີ່​ມາຈາກພັກເດໂມ ແຄຣັດ, ທ່ານ​ນາງ​ເກ​ຣດ​ເຈນ ວິ​ເມີ (Gretchen Whitmer). ທ່ານ​ດິກ​ສັນ ແມ່ນນຶ່ງໃນກຸ່ມຜູ້ສະໝັກຈາກພັກຣີພັບບລີກັນ ທີ່ສະໜັບສະໜຸນ ການກ່າວອ້າງ ທີ່ບໍ່ຖືກຕ້ອງຂອງທ່ານ​ທ​ຣຳວ່າທ່ານໄດ້ຊະນະການເລືອກຕັ້ງປະທານາທິບໍດີປີ 2020.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກ​ິດ

XS
SM
MD
LG