ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການນັບຄະແນນສຽງ ເລືອກຕັ້ງ ປະທານາທິບໍດີ ຂອງ ສະຫະລັດ ທີ່ສູສີກັນ ຍັງດຳເນີນຢູ່ ຕໍ່ໄປ


ພະນັກງານກຽມບັດຄະແນນສຽງທາງໄປສະນີເພື່ອການນັບ, ເມືອງ ແລນຄາສເຕີ, ລັດ ເພັນຊິລເວເນຍ. 4 ພະຈິກ, 2020. (AP Photo/Julio Cortez)
ພະນັກງານກຽມບັດຄະແນນສຽງທາງໄປສະນີເພື່ອການນັບ, ເມືອງ ແລນຄາສເຕີ, ລັດ ເພັນຊິລເວເນຍ. 4 ພະຈິກ, 2020. (AP Photo/Julio Cortez)

ຜູ້ຊະນະເລີດຂອງການເລືອກຕັ້ງປະທານາທິບໍດີ ສະຫະລັດ ຍັງຄົງເປັນທີ່ສົງໄສຢູ່ໃນວັນພຸດວານນີ້, ດ້ວຍການຕັດສິນຜົນການນັບຄະແນນສຽງໃນຫຼາຍລັດ ບ່ອນທີ່ບັດຄະແນນສຽງທາງໄປສະນີ ທີ່ກຳລັງຫຼັ່ງໄຫຼເຂົ້າມາຍ້ອນການລະບາດ ຂອງໄວຣັສໂຄໂຣນານັ້ນແມ່ນຍັງຖືກນັບຢູ່.

ປະທານາທິບໍດີ ດໍໂນລ ທຣຳ ແລະ ຜູ້ທ້າຊິງຈາກພັກເດໂມແຄຮັດ ທ່ານ ໂຈ ໄບເດັນ ທັງສອງທ່ານໄດ້ຊະນະຫຼາຍລັດທີ່ພວກເພິ່ນຄາດວ່າຈະຊະນະໃນການແຂ່ງຂັນສຳລັບຄະແນນສຽງສ່ວນຫຼາຍຂອງຜູ້ແທນທີ່ເລືອກເອົາປະທານາທທິບໍດີຢ່າງເປັນທາງການ ທີ່ຈະພິຈາລະນາຜູ້ຊະນະເລີດຕຳ ແໜ່ງໃນທຳນຽບຂາວ ໃນຮູບແບບປະຊາທິປະໄຕທາງອ້ອມຂອງປະເທດ.

ແຕ່ຜົນຄະແນນຂອງການແຂ່ງຂັນໃນຫຼາຍລັດຄື ຈໍເຈຍ ແລະ ເພັນຊິລເວເນຍ ໃນພາກຕາເວັນອອກຂອງປະເທດ ແລະ ລັດ ອາຣິໂຊນາ ແລະ ເນວາດາ ໃນພາກຕາເວັນຕົກ ແມ່ນຍັງບໍ່ທັນຈົບລົງເທື່ອ ໃນຂະນະທີ່ບັນດາເຈົ້າໜ້າທີ່ໄດ້ຮັບຄະແນນສຽງຫຼາຍລ້ານບັດ, ເຊິ່ງບາງບັດໄດ້ປ່ອນໃນວັນອັງຄານ ແລະ ອີກຫຼາຍບັດໄດ້ປ່ອນໃນລະຫວ່າງຫຼາຍອາທິດຂອງການລົງຄະແນນສຽງກ່ອນກຳ ນົດ.

ທ່ານ ທຣຳ ໄດ້ນຳໜ້າໃນລັດ ຈໍເຈຍ ແລະ ເພັນຊິລເວເນຍ ແລະ ທ່ານໄບດັນ ນຳໜ້າໃນສອງລັດທີ່ຢູ່ໃກ້ຄຽງກັນທາງພາກຕາເວັນຕົກ, ແຕ່ຜົນຄະແນນສຽງສຸດທ້າຍແມ່ນຍັງບໍ່ແນ່ນອນເທື່ອ.

ຫຼັງຈາກໄດ້ຕາມຫຼັງໃນການນັບຄະແນນສຽງກ່ອນກຳນົດໃນສອງລັດທາງພາກຕາເວັນຕົກຕອນກາງຄືລັດ ວິສຄອນຊິນ ທີ່ມີຄະແນນສຽງຂອງຄະນະຜູ້ແທນ 10 ຄະແນນ ແລະ ລັດ ມິຊິແກນ 16 ຄະແນນນັ້ນ, ທ່ານ ໄບເດັນ ໄດ້ຊະນະໃນລັດ ວິສຄອນຊິນ ແລະ ລັດ ມິຊິແກນ.

ແຕ່ທ່ານ ບິລ ສເຕປຽນ, ຜູ້ບໍລິຫານການໂຄສະນາຫາສຽງຂອງທ່ານ ທຣຳ ໄດ້ ກ່າວວ່າ “ມັນໄດ້ມີລາຍງານ ກ່ຽວກັບ ຄວາມຜິດປົກກະຕິໃນຫຼາຍເມືອງຂອງລັດ ວິສຄອນຊິນ ເຊິ່ງໄດ້ກໍ່ໃຫ້ເກີດຄວາມສົງໄສ ທີ່ຮ້າຍແຮງ ກ່ຽວກັບ ຄວາມຖືກຕ້ອງຂອງຜົນຄະແນນ. ທ່ານປະທານາທິບໍດີແມ່ນພ້ອມທີ່ຈະຂໍໃຫ້ມີການນັບຄະແນນສຽງຄືນ ແລະ ຈະເຮັດແນວນັ້ນໃນທັນທີ.”

ນອກຈາກນັ້ນ, ຄະນະໂຄສະນາຫາສຽງຂອງທ່ານ ທຣຳ ໄດ້ຂໍໃຫ້ສານສູງສຸດ ສະຫະລັດ ເຂົ້າແຊກແຊງໃນການນັບບັດຄະແນນສຽງໃນລັດ ເພັນຊິລເວເນຍ.

ໃນຕອນແລງຂອງວັນພຸດວານນີ້, ໃນຂະນະທີ່ຄະແນນຂອງທ່ານໄດ້ດີຂຶ້ນ, ທ່ານ ໄບເດັນ ໄດ້ກ່າວຕໍ່ບັນດານັກຂ່າວວ່າ ທ່ານຈະບໍ່ປະກາດໄຊຊະນະເທື່ອ, ແຕ່ໄດ້ກ່າວວ່າ “ເວລາທີ່ການນັບຄະແນນໄດ້ສິ້ນສຸດລົງ, ພວກເຮົາເຊື່ອວ່າພວກເຮົາຈະເປັນຜູ້ຊະນະເລີດ. ຂ້າພະເຈົ້າຮູ້ສຶກດີຫຼາຍ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG