ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ກ່າວຫາ ບໍລິສັດ Volkswagen ​ຕັ້ງ​ໃຈ​ຝ່າຝືນ ກົດໝາຍ ວ່າດ້ວຍ​ ອາ​ກາດ​ສະອາດ


ຄົນກຳລັງຍ່າງຜ່ານ ບ່ອນຈອດລົດ Volkswagen e-Golf ລະຫວ່າງກອງປະຊຸມປະຈຳປີ ທີ່ນະຄອນ Berlin ເຢຍຣະມັນ.
ຄົນກຳລັງຍ່າງຜ່ານ ບ່ອນຈອດລົດ Volkswagen e-Golf ລະຫວ່າງກອງປະຊຸມປະຈຳປີ ທີ່ນະຄອນ Berlin ເຢຍຣະມັນ.

ອົງການ​ປົກປ້ອງ​ສິ່ງ​ແວດ​ລ້ອມ ຂອງ ສະຫະລັດ ຫລື EPA ​ໄດ້​
ສັ່ງ​ໃຫ້ບໍລິສັດ​ຜະລິດລົດ ​Volkswagen ຂອງເຢຍຣະມັນຮ້ອງ
ຄືນລົດເກືອບ 500,000 ​ຄັນໃນ​ຖານ​ມີຄວາມ​ຕັ້ງ​ໃຈ​ຝ່າຝືນກົດ
ໝາຍ​ວ່າດ້ວຍອາ​ກາດ​ສະອາດ.

ອົງການ EPA ກ່າວໃນ​ວັນ​ສຸກ​ວານ​ນີ້​ວ່າ ບໍລິ​ສັດ Volkwagen
​ໄດ້ຕິດຕັ້ງ​ອັນ​ທີ່ເອີ້ນ​ວ່າ "​ເຄື່ອງ​ມື​ເອົາຊະນະ” ຊອບແວໃສ່ລົດທີ່
ແລ່ນດ້ວຍ “ກາຊວນ” ​ທີ່ຈະ ເປີດ​ເຄື່ອງຄວບ​ຄຸ​ມມົນ​ລະ​ພິດ ໃນ​
ເວລາ​ທີ່ລົດ​ກຳລັງ​ຖືກກວດສອບ ແບບບັງຄັບ ເທົ່ານັ້ນ ຊຶ່ງໝາຍ​
ຄວາມ​ວ່າ ເຄື່ອງຄວບ​ຄຸ​ມໄດ້ປິດ​ລົງ​ທັງ​ໝົດ​ເວລາ​ມີການຂັບລົດ
ໃນ​ແຕ່​ລະ​ມື້.

ອົງການ EPA ກ່າວ​ວ່າ ລົດ​ໄດ້​ປ່ອຍທາດ nitrogen oxide ສູງ​ເຖິງ 40ເທົ່າ ກາຍ​ຂີດ
ຈຳກັດ ທີ່​ອະນຸຍາດ​ໃຫ້ ພາຍ​ໃຕ້ກົດໝາຍ ວ່າດ້ວຍ​ອາກາດ​ສະ ອາດຂອງລັດຖະບານ
ກາງ. ທາດ Nitrogen oxide ​ເປັນອົງປະກອບທີ່ສຳຄັນ​ຂອງ​ມົນລະພິດ ​ຊຶ່ງ​ໄດ້​ພົວພັນ​
ກັບບັນຫາ​ໂຣກຫືດ ແລະພະຍາດ​ກ່ຽວກັບລະບົບ ຫາຍ​ໃຈ​ຕ່າງໆ.

ທ່ານ​ນາງ Cynthia Giles ຮອງຫົວໜ້າອົງການ EPA ຮັບຜິດຊອບກ່ຽວກັບ ການຈັດ
ຕັ້ງປະຕິບັດກ່າວວ່າ “ພວກ​ເຮົາ​ຄາດໝາຍ​ວ່າບໍລິສັດ​ Volkswagen ຈະເຮັດດີກວ່ານີ້.
ບັນດາຜູ້​ຄວບ​ຄຸມ​ກົດ​ລະບຽບ ​ໃນ​ລັດ California ​ໄດ້​ອອກ​ຄຳ​ເຕືອນຕ່າງຫາກ​ ຕໍ່ບໍລິ​
ລັດ​ລົດ Volkswagen ​ແລະ​ໄດ້​ຮ່ວມສົມທົບກັບອົງ ການ EPA ​ແລະ​ກະຊວງ​ຍຸຕິ​ທຳ ​
ໃນ​ການ​ສືບສວນກ່ຽວກັບການກ່າວ​ຫານີ້.

ບໍລິສັດ Volkswagen ​ໄດ້​ອອກ​ຖະ​ແຫລ​ງການ ກ່າວ​ວ່າ ຕົນ​ໄດ້​ໃຫ້ການ​ຮ່ວມ​ມື​ກັບ​
ການ​ສືບສວນດັ່ງກ່າວ.

ລົດ Volkswagen ​ເຫຼົ່ານີ້ໄດ້​ຂາຍ​ຢູ່​ໃນສະຫະລັດ ລະຫວ່າງ​ປີ 2009 ​ຫາປີ​ 2015
ຮວມທັງລຸ້ນທີ່ໄດ້ຮັບຄວາມ​ນິຍົມສູງເຊັນ​ວ່າ Jetta, Beetle, Passat ​ແລະ Audi A3. ອົງການEPA ​ໄດ້​ສັ່ງ​ໃຫ້ບໍລິສັດ Volkswagen ​ແປງ​ລົດ​ທັງໝົດໂດຍ​ໃຊ້​ເງິນ​ຕົນ​ເອງ
ແລະ​ອາດ​ຈະ​ຖືກ​ບັງຄັບ​ໃຫ້​ຈ່າຍ​ຄ່າ​ປັບໃໝ 18 ພັນ ​ລ້ານ​ໂດ​ລາ​ ຊຶ່ງ​ເທົ່າ​ກັບ 37,500
​ໂດ​ລາຕໍ່​ຄັນ ຂອງ​ລົດ​ທີ່​ຮ້ອງ​ກັບຄືນ.

US Volkswagen Recall
please wait
Embed

No media source currently available

0:00 0:00:45 0:00

XS
SM
MD
LG